ໂດນັລ ທຣຳ ປະທານາທິບໍດີສະຫະລັດ ປະກາດການບັນລຸຂໍ້ຕົກລົງລະຫວ່າງສະຫະລັດ ກັບ ອີຣ່ານ ໂດຍຢືນຢັນວ່າຈະມີການລົງນາມຮ່ວມກັນໃນວັນສຸກນີ້ ຊຶ່ງຫຼັງຈາກນັ້ນ ຊ່ອງແຄບຮໍມຸດ ຈະເປີດໃຫ້ເຮືອທຸກລຳສັນຈອນໄດ້.
ໃນວັນອາທິດທີ 14 ມິຖຸນາ 2026 ທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ປະກາດວ່າ ສະຫະລັດໄດ້ບັນລຸຂໍ້ຕົກລົງກັບອີຣ່ານເປັນທີ່ຮຽບຮ້ອຍແລ້ວ ແລະ ສະຫະລັດຈະຍຸຕິການປິດລ້ອມທາງທະເລຕໍ່ອີຣ່ານ ຊຶ່ງນັບເປັນຄວາມຄືບໜ້າຄັ້ງສຳຄັນທີ່ສຸດໃນຮອບຫຼາຍເດືອນຂອງການເຈລະຈາທີ່ຜ່ານມາ.
“ຂໍ້ຕົກລົງກັບສາທາລະນະລັດອິດສະລາມແຫ່ງອີຣ່ານສຳເລັດສົມບູນແລ້ວໃນຂະນະນີ້ ຂໍສະແດງຄວາມຍິນດີກັບທຸກຄົນດ້ວຍ!” ທຣຳ ປະກາດຜ່ານຂໍ້ຄວາມໃນແພລດຟອມ Truth Social.
ຜູ້ນຳສະຫະລັດກ່າວວ່າ ລາວໄດ້ອະນຸມັດໃຫ້ຍົກເລີກການປິດລ້ອມທາງທະເລຂອງສະຫະລັດໂດຍທັນທີ ພ້ອມລະບຸຂໍ້ຄວາມວ່າ “ເຮືອທຸກລຳໃນໂລກ ສະຕາດເຄື່ອງຍົນຂອງທ່ານໄດ້ເລີຍ ໃຫ້ນ້ຳມັນໄຫຜ່ານໄດ້!”
“ຂ້າພະເຈົ້າຂໍໃຊ້ອຳນາດເຕັມໃນການອະນຸມັດໃຫ້ເປີດຊ່ອງແຄບຮໍມຸດໃຫ້ສັນຈອນໄດ້ໂດຍບໍ່ມີຄ່າຜ່ານ ແລະ ໃນຂະນະດຽວກັນນີ້ ຂໍອະນຸມັດໃຫ້ຍົກເລີກການປິດລ້ອມທາງທະເລຂອງກອງທັບເຮືອສະຫະລັດໂດຍທັນທີ” ທຣຳ ລະບຸໃນໂພດດັ່ງກ່າວ.
ຕໍ່ມາ ຝ່າຍອີຣ່ານກໍ່ໄດ້ອອກມາຢືນຢັນເຊັ່ນກັນວ່າ ຮ່າງເນື້ອຫາຂອງບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບສະຫະລັດໄດ້ຂໍ້ສະຫຼຸບເປັນທີ່ຮຽບຮ້ອຍແລ້ວ ແລະ ຈະມີການລົງນາມຢ່າງເປັນທາງການໃນວັນສຸກນີ້ (19 ມິຖຸນາ 2026) ທີ່ ປະເທດສະວິດເຊີແລນ.
“ຮ່າງເນື້ອຫາຂອງບົດບັນທຶກຄວາມເຂົ້າໃຈໄດ້ຮັບການອະນຸມັດຂັ້ນສຸດທ້າຍແລ້ວ ແລະ ພິທີລົງນາມຢ່າງເປັນທາງການໃນ ‘ບົດບັນທຶກຄວາມເຂົ້າໃຈ ອິດສະລາມາບັດ’ ຈະຈັດຂຶ້ນທີ່ສະວິດເຊີແລນໃນວັນສຸກນີ້” ທ່ານ ຄາເຊັມ ກາຣີບາບາດີ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຂອງອີຣ່ານ ດ້ານກິດຈະການກົດໝາຍລະຫວ່າງປະເທດ ກ່າວກັບສື່ຂອງລັດຖະບານ.
“ຂໍ້ຜູກພັນຕ່າງໆ ຂອງພວກເຮົາຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນສຸກນີ້ເປັນຕົ້ນໄປ” ທ່ານ ກາຣີບາບາດີ ເນັ້ນຢ້ຳ “ຢ່າງໃດກໍ່ຕາມ ມີສອງປະເດັນທີ່ຈະມີຜົນບັງຄັບໃຊ້ໂດຍທັນທີ ເລີ່ມຕັ້ງແຕ່ຊ່ວງເຊົ້າມືດຂອງວັນນີ້” ຕາມເວລາທ້ອງຖິ່ນ ຄື:
- ການຢຸຕິສົງຄາມໃນທຸກແນວຮົບໂດຍທັນທີ ແລະ ຖາວອນ ຊຶ່ງລວມທັງໃນເລບານອນດ້ວຍ
- ການຍົກເລີກ ແລະ ສິ້ນສຸດການປິດລ້ອມທາງທະເລທີ່ສະຫະລັດເຄີຍປະກາດໃຊ້ຕໍ່ສາທາລະນະລັດອິດສະລາມແຫ່ງອີຣ່ານ
ຈາກນັ້ນ ທ່ານ ທຣຳ ກໍ່ໄດ້ໂພດຂໍ້ຄວາມຜ່ານແພລດຟອມ Truth Social ອີກຄັ້ງວ່າ ຊ່ອງແຄບຮໍມຸດຈະເປີດໃຫ້ສັນຈອນໄດ້ອີກຄັ້ງໃນວັນສຸກນີ້ ຫຼັງຈາກທີ່ມີການລົງນາມໃນຂໍ້ຕົກລົງລະຫວ່າງສະຫະລັດ ແລະ ອີຣ່ານ ເປັນທີ່ຮຽບຮ້ອຍແລ້ວ.
“ເມື່ອຊ່ອງແຄບເປີດອອກຫຼັງການລົງນາມໃນຂໍ້ຕົກລົງວັນສຸກນີ້ ເພື່ອຈຸດປະສົງໃນການກູ້ເກັບວັດຖຸລະເບີດ (ທຸ່ນລະເບີດ) ນ້ຳມັນກໍ່ຈະເລີ່ມໄຫຜ່ານໄດ້ຈາກທັງສອງຝັ່ງອີກຄັ້ງ ເພື່ອປະໂຫຍດຂອງທັງພາກພື້ນນີ້ ແລະ ໂລກຂອງພວກເຮົາ!” ທຣຳ ລະບຸ.
ຂ່າວຈາກ: cnn





