ຮ່ອງຄວາມກົດອາກາດຕໍ່າ ຍັງສືບຕໍ່ພາດຜ່ານຢູ່ເຂດພາກເໜືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະຕົກໜັກ ຫາ ຕົກໜັກຫຼາຍຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ.
ເຂດພື້ນທີ່ສ່ຽງນໍ້າທົ່ມຊຸ ແລະ ດິນເຈື່ອນ ມີດັ່ງນີ້:
| ແຂວງ | ເມືອງ |
| ແຂວງ ຫຼວງພະບາງ | ເມືອງ ນ່ານ, ເມືອງ ໂພນໄຊ ແລະ ເມືອງ ຊຽງເງິນ |
| ແຂວງ ວຽງຈັນ | ເມືອງ ກາສີ |
| ແຂວງ ໄຊສົມບູນ | ເມືອງ ລອງຊານ, ເມືອງ ທ່າໂທມ ແລະ ເມືອງ ອານຸວົງ |
| ແຂວງ ບໍລິຄໍາໄຊ | ເມືອງ ບໍລິຄັນ, ປາກກະດິງ, ຄໍາເກີດ, ແລະ ເມືອງ ວຽງທອງ |
| ແຂວງ ຄໍາມ່ວນ | ເມືອງ ທ່າແຂກ, ບົວລະພາ, ຫີນບູນ, ມະຫາໄຊ, ຍົມມະລາດ, ຫນອງບົກ ແລະ ເມືອງ ເຊບັ້ງໄຟ |
| ແຂວງ ສະຫວັນນະເຂດ | ເມືອງ ພິນ, ອາດສະພັງທອງ, ເຊໂປນ, ທ່າປາງທອງ, ໄຊບູລີ, ວິລະບູລີ ແລະ ເມືອງ ນອງ |
| ແຂວງ ສາລະວັນ | ເມືອງ ວາປີ, ເມືອງ ຕະໂອ້ຍ, ເມືອງ ຄົງເຊໂດນ ແລະ ເມືອງ ຕຸ້ມລານ |
| ແຂວງ ຈໍາປາສັກ | ເມືອງ ບາຈຽງຈະເລີນສຸກ, ເມືອງ ປາກຊ່ອງ, ເມືອງ ໂພນທອງ ແລະ ເມືອງ ຊະນະສົມບູນ |
| ແຂວງ ເຊກອງ | ເມືອງ ກະລຶມ ແລະ ເມືອງ ທ່າແຕ່ງ |
| ແຂວງ ອັດຕະປື | ເມືອງ ພູວົງ, ເມືອງ ຊານໄຊ, ເມືອງ ສາມັກຄີໄຊ ແລະ ເມືອງ ສະນາມໄຊ |
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ໃນເຂດພື້ນທີ່ສ່ຽງ ຈົ່ງມີສະຕິແລະລະມັດລະວັງຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ມີ ນໍ້າທົ່ມຊຸ ແລະ ດິນເຈື່ອນ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ສະພາບນໍ້າ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.






