- Advertisement -spot_img

AUTHOR NAME

Jenjila

887 POSTS
0 COMMENTS

ຈັບໄດ້ອີກແລ້ວ! ເຈົ້າໜ້າທີ່ຈັບແກັງສະແກມເມີ 43 ຄົນ ຢູ່ໂຮງແຮມ ທັນສະໄໝ ຢູໂຈ້ ບ້ານໜອງວຽງຄໍາ ເມືອງໄຊທານີ

ວັນທີ 6 ກັນຍາ 2026 ເຈົ້າໜ້າທີ່ສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງແກ້ໄຂກຸ່ມແກ້ງກໍ່ອາຊະກໍາທາງອິນເຕີເນັດ ແລະ ການພະນັນອອນລາຍ ຢູ່ໂຮງແຮມ ທັນສະໄໝ ຢູໂຈ້ ຕັ້ງຢູ່ບ້ານໜອງວຽງຄໍາ ຮ່ອມ 3 ເມືອງໄຊທານີ ນະຄອນຫລວງວຽງຈັນ. ຜ່ານການກວດຄົ້ນໂຮງແຮມ ທັນສະໄໝ ຢູໂຈ້ ຊັ້ນ 4 ແລະ ຊັ້ນ 7...

ເຫດຫິມະຖະລົ່ມເທິງພູຢູ່ປະເທດຣັດເຊຍ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 11 ຄົນ ແລະ ສູນຫາຍອີກ 6 ຄົນ

ເຈົ້າໜ້າທີ່ລະບຸວ່າ ນັກປີນພູ 10 ຄົນສາມາດຍ່າງລົງຈາກພື້ນທີ່ເກີດເຫດໄດ້ດ້ວຍຕົນເອງ ສ່ວນອີກ 6 ຄົນໄດ້ຮັບບາດເຈັບ ແລະ ຖືກນຳຕົວສົ່ງໂຮງໝໍເພື່ອຮັບການປິ່ນປົວ ຂະນະທີ່ຜູ້ເສຍຊີວິດ 11 ຄົນໄດ້ຮັບບາດເຈັບຮຸນແຮງຈົນບໍ່ສາມາດຊ່ວຍຊີວິດໄດ້. ກຸ່ມນັກປີນພູດັ່ງກ່າວມີສະມາຊິກທັງໝົດ 33 ຄົນ ໂດຍຊ່ວງເວລາທີ່ເກີດເຫດ ມີນັກປີນພູ 15 ຄົນກຳລັງເດີນທາງຕາມເສັ້ນທາງເທິງພູ ກ່ອນຖືກຫິມະຖະລົ່ມລົງມາຈາກພູມີຊີຣ໌ກີ ເວລາປະມານ 17:00 ໂມງ ຂອງວັນທີ 6...

ນະໂຍບາຍພາສີຂອງອາເມຣິກາ ອາດສົ່ງຜົນຕໍ່ການຟື້ນຟູເສດຖະກິດການາດາ

ວິທະຍຸ, ໂທລະພາບສູນກາງ (CMG) ລາຍງານວ່າ: ຫວ່າງມໍ່ໆມານີ້, ທະ​ນາ​ຄານ​ກາງ​ກາ​ນາ​ດາ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ, ເສດ​ຖະ​ກິດ​ກາ​ນາ​ດາ​ໄດ້​ຟື້ນ​ຟູ​ຂຶ້ນ​ໃນ​ໄຕ​ມາດ​ທີ 2 ​ປີ​ນີ້, ແຕ່​​ຍັງ​ປະ​ເຊີນ​ກັບ​ຄວາມ​ບໍ່​ແນ່ນອນຫຼາຍຢ່າງ. ນະ​ໂຍ​ບາຍ​ພາ​ສີ​ໃໝ່ ແລະ ​ແຜນການ​ເຄື່ອນ​ໄຫວ​ດ້ານ​ພາ​ສີ​ໃນ​​ຕໍ່​ໜ້າ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ​ ໄດ້​ກາຍ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່ການ​ຟື້ນ​ຟູເສດ​ຖະ​ກິດ​ກາ​ນາ​​ດາ​ຢ່າງ​ຕໍ່​ເນື່ອງ. ຖະ​ແຫຼງ​ການ​ລະ​ບຸ​ຕື່ມ​ວ່າ: ເນື່ອງ​ຈາກ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ​ຍັງ​ດຳ​ເນີນ​ຢູ່ ແລະ ​ຄວາມ​ຄືບ​ໜ້າ​ພຽງ​ເລັກ​ນ້ອຍ​ຂອງການ​ເປີດ​ຊ່ອງ​ແຄບ​ຮໍ​ມຸ​ສ, ເຮັດ​ໃຫ້ຄວາມ​ສ່ຽງ​ດ້ານ​ໄພ​ເງິນ​ເຟີ້​ເພີ່ມ​ສູງ​ຂຶ້ນ ແລະ ​ຍິ່ງລາ​ຄານ້ຳ​ມັນ​ເຊື້ອ​ໄຟ​ຢູ່​​ໃນ​ລະ​ດັບ​​ສູງດົນເທົ່າ​ໃດ, ຄວາມ​ສ່ຽງ​ທີ່​ເຮັດ​ໃຫ້​ລາ​ຄາ​ສິນ​ຄ້າ ແລະ​...

ລາຍງານສະພາບອາກາດຊ່ວງຕອນແລງຂອງ ວັນທີ 07 ກັນຍາ 2026 ເວລາ 18:00 ຫາ 07:00 ໂມງແລງ

ລາຍງານສະພາບອາກາດຊ່ວງຕອນແລງຂອງ ວັນທີ 07 ກັນຍາ 2026 ເວລາ 18:00 ຫາ 07:00 ໂມງແລງ ຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນ ຍັງພາດຜ່ານຢູ່ແຂວງພາກກາງ ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຈະຕົກໃນລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ ແຂວງພາກາງ ແລະ ພາກໃຕ້...

ເຈົ້າໜ້າທີ່ບຸກມ້າງແກ້ງອາຊະຍາກໍາທາງອິນເຕີເນັດ ຈັບຕົວໄດ້ 16 ຄົນ ສັນຊາດຈີນ 14 ຄົນ ແລະ ສັນຊາດໄທອີກ 2 ຄົນ ພ້ອມເຄື່ອງຂອງກາງ ຢູ່ໂຮງແຮມຫົວເຢ້

ໃນອາທິດຜ່ານມາ, ເຈົ້າໜ້າທີ່ສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເຂົ້າມ້າງກຸ່ມແກ້ງກໍ່ອາຊະຍາກໍາທາງອິດເຕີເນັດ ຢູ່ໂຮງແຮມຫົວເຢ້ ເຂດຊັງຈຽງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ກັກຕົວໄດ້ 16 ຄົນ, ໃນນີ້ ສັນຊາດຈີນ 14 ຄົນ, ສັນຊາດໄທ 2 ຄົນ. ພ້ອມນີ້ ຍັງສາດມາດຢຶດເຄື່ອງຂອງກາງໄດ້ ຄອມພິວເຕີຕັ້ງໂຕະ ຈໍານວນ 23 ເຄື່ອງ, ຄອມພິວເຕີ້ໂນດບຸກ...

ອົງການສະຫະປະຊາຊາດ (UN) ສະໜັບສະໜູນການນຳໃຊ້ແຜນທີ່ໂລກ ທີ່ສະທ້ອນເຖິງຂະໜາດພື້ນທີ່ແທ້ຈິງຫຼາຍຂຶ້ນ ຫຼັງຈາກແຜນທີ່ແບບ Mercator ເຮັດໃຫ້ຫຼາຍພື້ນທີ່ ໂດຍສະເພາະທະວີບອາຟຣິກາ ເບິ່ງຄືນ້ອຍກວ່າຄວາມເປັນຈິງ

ກອງປະຊຸມໃຫຍ່ອົງການສະຫະປະຊາຊາດ ລົງມະຕິໃຫ້ປ່ຽນແທນແຜນທີ່ໂລກແບບດັ້ງເດີມ ດ້ວຍແຜນທີ່ເຊິ່ງສະທ້ອນເຖິງຂະໜາດຂອງທະວີບອາຟຣິກາ ໄດ້ຢ່າງແນ່ນອນ ແລະ ທ່ຽງຕ່າງຫຼາຍຂຶ້ນ ມະຕິ "ແກ້ໄຂແຜນທີ່" ເຊິ່ງສະເໜີໂດຍປະເທດໂຕໂກ (Togo) ແລະ ໄດ້ຮັບການສະໜັບສະໜູນຈາກສະມາຊິກສະຫະພາບອາຟຣິກາ (African Union - AU) ຜ່ານຄວາມເຫັນດີດ້ວຍຄະແນນສຽງສະໜັບສະໜູນ 164 ປະເທດ, ໃນນັ້ນມີສຽງຈາກຝຣັ່ງ ແລະ ສະຫະລາຊະອານາຈັກ (ອັງກິດ). ໂດຍມີສະຫະລັດອາເມຣິກາເປັນປະເທດດຽວທີ່ລົງມະຕິຄັດຄ້ານ ແລະ...

ເຈົ້າໜ້າທີ່ກວາດລ້າງແກ້ງກໍ່ອາຊະຍະກໍາທາງອິນເຕີເນັດ ຢູ່ 2 ຈຸດ ໃນເມືອງໄຊທານີ ຈັບຕົວຜູ້ຖືກຫາໄດ້ 39 ຄົນ

ໃນວັນທີ 3 ກັນຍາ 2026, ເຈົ້າໜ້າທີ່ສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ລົງແກ້ກຸ່ມກໍ່ອາຊະກໍາທາງອິນເນັດ ແລະ ການພະນັນອອນລາຍ ຢູ່ບ້ານ ໂນນແສງຈັນ ແລະ ບ້ານນາທົ່ມ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ. ຈຸດທີ 1 ບ້ານໂນນແສງຈັນ ໜ່ວຍ 38 ສາມາດກັກຕົວຜູ້ຖືກຫາໄດ້ ຈໍານວນ 25 ຄົນ ຍິງ...

ອັບເດດສະພາບອາກາດຂອງ ວັນທີ 07 ກັນຍາ 2026 ຊ່ວງ ເວລາ 12:00 ຫາ 18:00 ໂມງ

ຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນ ໄດ້ພາດຜ່ານຢູ່ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ໃນແຕ່ລະພາກ ແລະ ຈະຕົກໃນລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້ ພ້ອມຈະມີລົມພັດເປັນບາງໂອກາດ. ດັ່ງນັ້ນ, ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີນໍ້າຖ້ວມຊຸ, ຖ້ວມຍື່ງ,...

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ ແຫ່ງ ສປ ຈີນ ໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນ ໃນວັນທີ 6 ກັນຍາ 2026 ນີ້, ໂດຍການຕ້ອນຮັບ...

ລະທຶກກາງອາກາດ! ຊາຍອາຍຸ 67 ປີ ກໍ່ເຫດບ້າຄັ່ງດ່າຢຽດ-ທຳຮ້າຍຮ່າງກາຍ ເທິງທ່ຽວບິນ ອາເມຣິກັນ ແອຣ໌ໄລນ໌

ເກີດເຫດລະທຶກເທິງທ່ຽວບິນຂອງສາຍການບິນ ອາເມຣິກັນ ແອຣ໌ໄລນ໌ (American Airlines) ເມື່ອຊາຍອາຍຸ 67 ປີ ກໍ່ເຫດບ້າຄ່ັ່ງ, ດ່າຢຽດເຊື້ອຊາດ-ເພດ ແລະ ຕົບຕີທຳຮ້າຍຮ່າງກາຍຜູ້ໂດຍສານທ່ານອື່ນ ຈົນອະດີດຕຳຫຼວດ ແລະ ຜູ້ໂດຍສານຕ້ອງຊ່ວຍກັນຈັບມັດດ້ວຍ ເຄເບິ້ນໄທ (Cable tie) ແລະ ມັດດ້ວຍສະກັອດຕິດໃສ່ກັບຕັ່ງ. ກັບຕັນເຮືອບິນຕັດສິນໃຈນຳເຄື່ອງລົງຈອດສຸກເສີນ ກ່ອນຕຳຫຼວດເຂົ້າຄວບຄຸມຕົວດຳເນີນຄະດີ. ອົງການບໍລິຫານການບິນແຫ່ງຊາດສະຫະລັດ (FAA) ແລະ...

Latest news

- Advertisement -spot_img