ຂປລ. ການໄປສຶກສາຕໍ່ຢູ່ປະເທດຈີນຂອງຊາວໜຸ່ມລາວ ບໍ່ພຽງເປັນໂອກາດໃນການສຶກສາຫາຄວາມຮູ້ ແຕ່ຍັງເປັນເວທີໃຫ້ໄດ້ຮຽນຮູ້ວັດທະນະທຳ, ພັດທະນາທັກສະ ແລະ ແລກປ່ຽນມໍລະດົກອັນລ້ຳຄ່າຂອງລາວກັບເພື່ອນຕ່າງຊາດ. ສິລະປະຈຶ່ງກາຍເປັນຂົວເຊື່ອມໂຍງຜູ້ຄົນ ແລະ ວັດທະນະທຳຂອງສອງປະເທດ. ທ້າວ ຄຳປັນຍາ ລັດສະວົງ ແລະ ນາງ ຈັນທະພອນ ຈັນທະວົງ, ນັກສຶກສາລາວຊັ້ນປີທີ 2 ທີ່ກຳລັງສຶກສາຢູ່ມະຫາວິທະຍາໄລສິລະປະກວາງຊີ, ເປັນຕົວຢ່າງຂອງຊາວໜຸ່ມລາວທີ່ນຳໃຊ້ສິລະປະເປັນສື່ກາງໃນການຮຽນຮູ້ ແລະ ແລກປ່ຽນວັດທະນະທຳ.

ທ້າວ ຄຳປັນຍາ ໃຫ້ຮູ້ວ່າ: ຕົນເອງແມ່ນຈົບການສຶກສາຈາກໂຮງຮຽນສິລະປະແຫ່ງຊາດລາວ ກ່ອນຈະໄດ້ຮັບທຶນໄປສຶກສາດ້ານດົນຕີປະເພນີຈີນ ໂດຍສະເພາະການຫລິ້ນ “ເອີຫູ” ເຄື່ອງດົນຕີສາຍ 2 ສາຍຂອງຈີນ. ສຳລັບຕົນເອງການມາສຶກສາຢູ່ກວາງຊີ ຖືເປັນຄວາມທ້າທາຍ ແລະ ໂອກາດໃໝ່ ເນື່ອງຈາກກ່ອນໜ້ານີ້ ບໍ່ເຄີຍມີໂອກາດໄປສຶກສາ ຫລື ເດີນທາງໄປຕ່າງປະເທດ. ໃນໄລຍະທຳອິດ ຄວາມແຕກຕ່າງດ້ານພາສາ, ອາຫານ, ສິ່ງແວດລ້ອມ ແລະ ລະບົບການຮຽນການສອນ ເຮັດໃຫ້ຕ້ອງໃຊ້ເວລາປັບຕົວ, ຫລັງຈາກປະມານ 1-2 ເດືອນ ເລີ່ມລຶ້ງເຄີຍກັບລະບົບການຮຽນ, ຄູ-ອາຈານ ແລະ ໝູ່ເພື່ອນ.

ຂະນະທີ່ ນາງ ຈັນທະພອນ ອາຍຸ 21 ປີ ກຳລັງສຶກສາຊັ້ນປີທີ 2 ສາຂາການເຕັ້ນປະເພນີຈີນ ກ່າວວ່າ: ການໄດ້ຮັບທຶນມາສຶກສາຢູ່ ສປ ຈີນ ເປັນປະສົບການອັນມີຄຸນຄ່າ ແລະ ເປັນການເປີດມຸມມອງໃໝ່ໃຫ້ແກ່ຕົນເອງ.ນອກຈາກການຮຽນຮູ້ສິລະປະຈີນແລ້ວ, ຍັງໄດ້ໃຊ້ການເຕັ້ນ, ການຮ້ອງເພງ ແລະ ດົນຕີ ມາໃຊ້ເປັນສື່ໃນການແນະນຳປະເພນີ ແລະ ເອກະລັກຂອງລາວໃຫ້ແກ່ເພື່ອນນັກສຶກສາຈີນໄດ້ຮັບຮູ້. ສຳລັບນ້ອງເອງ, ການໄດ້ຮຽນຮູ້ສິລະປະຂອງຈີນ ພ້ອມກັບການນຳວັດທະນະທຳລາວໄປແລກປ່ຽນກັບຄົນຕ່າງຊາດ ເປັນທັງຄວາມສຸກ ແລະ ຄວາມພູມໃຈ.

ມະຫາວິທະຍາໄລສິລະປະກວາງຊີ ເປັນສະຖາບັນອຸດົມສຶກສາດ້ານສິລະປະທີ່ມີຫລາຍສາຂາ ແລະ ມີໂຄງການ “ກຸ່ມພິພິທະພັນສິລະປະຈີນ-ອາຊຽນ” ເພື່ອສົ່ງເສີມການແລກປ່ຽນດ້ານສິລະປະ ແລະ ວັດທະນະທຳ. ໃນສະພາບການດັ່ງກ່າວ, ນັກສຶກສາລາວທັງສອງຄົນ ບໍ່ໄດ້ເປັນພຽງຜູ້ຮັບຄວາມຮູ້ ແຕ່ຍັງເປັນຜູ້ນຳເອົາສຽງເພງ, ຈັງຫວະການເຕັ້ນ ແລະ ເລື່ອງລາວ ຈາກປະເທດລາວ ໄປແລກປ່ຽນກັບໝູ່ເພື່ອນຊາວຈີນ.

ຈາກສຽງດົນຕີຂອງ “ເອີຫູ” ເຖິງການເຕັ້ນປະເພນີ ແລະ ເພງລາວ, ສິລະປະໄດ້ກາຍເປັນພື້ນທີ່ໃຫ້ຊາວໜຸ່ມລາວ ແລະ ຊາວໜຸ່ມຈີນ ໄດ້ພົບປະ, ຮຽນຮູ້ ແລະ ແລກປ່ຽນກັນ. ນີ້ເປັນອີກໜຶ່ງດ້ານຂອງການພົວພັນລາວ-ຈີນ ທີ່ສະທ້ອນຜ່ານການພົບປະຂອງປະຊາຊົນ ແລະ ຄົນຮຸ່ນໃໝ່ ໂດຍມີ “ສິລະປະ” ເປັນພາສາກາງໃນການສື່ສານ ແລະ ແລກປ່ຽນວັດທະນະທຳ.

ໂດຍ: ສຸກທະວີ





