ຜູ້ແທນລາວ ເຂົ້າຮ່ວມກອງປະຊຸມປືກສາຫາລື ຄວາມໝັ້ນຄົງ ຊຽງຊານ ຄັ້ງທີ 13

Must read

ໃນລະຫວ່າງວັນທີ 16-17 ກັນຍາ 2026 ນີ້, ຄະນະຜູ້ແທນ ການທະຫານຂັ້ນສູງ ກອງທັບປະຊາຊົນລາວ ນໍາໂດຍ ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມປຶກສາຫາລືຄວາມໝັ້ນຄົງ ຊຽງຊານ ຄັ້ງທີ 13 ທີ່ ສປ ຈີນ, ໂດຍການເປັນປະທານຂອງ ທ່ານ ພົນເອກ ຕົ໋ງຈຸນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ, ມີບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍເຈົ້າໜ້າທີ່ຄວາມໝັ້ນຄົງ ແລະ ອົງການຈັດຕັ້ງສາກົນ ເຂົ້າ ຮ່ວມ.

ໃນກອງປະຊຸມ, ທ່ານ ພົນເອກ ຕົ໋ງຈຸນ ໄດ້ກ່າວວ່າ: ການຄຸ້ມຄອງຄວາມໝັ້ນຄົງທົ່ວໂລກ ແມ່ນຢູ່ໃນການປະຕິ ບັດຕາມມາດຕະການ ເພື່ອເປັນພື້ນຖານໃນການຮັກສາສັນຕິພາບ, ກອງທັບຈີນເຕັມໃຈຈະຮ່ວມມືກັບກອງທັບຂອງປະເທດອື່ນໆ ເພື່ອຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມ ດ້ານຄວາມໝັ້ນຄົງທົ່ວໂລກ, ເສີມສ້າງຄວາມໄວ້ເນື້ອເຊື່ອ ໃຈເຊິ່ງກັນແລະກັນຢ່າງຕໍ່ເນື່ອງ, ເສີມຂະຫຍາຍການປະ ສານງານສາກົນ ເພື່ອຄວາມໝັ້ນຄົງຮ່ວມກັນ, ປັບປຸງຄວາມສາມາດໃນການຮ່ວມກັນຮັກສາຄວາມໝັ້ນຄົງ, ເສີມສ້າງການຄຸ້ມຄອງຄວາມໝັ້ນຄົງໃນຂົງເຂດ,ເພີ່ມການສະໜອງຜະລິດຕະພັນຄວາມໝັ້ນຄົງສາທາລະນະ ແລະ ປະກອບສ່ວນ ໃຫ້ຫລາຍຂຶ້ນໃນການສ້າງຊຸມຊົນ ທີ່ມີອະ ນາຄົດຮ່ວມກັນສໍາລັບມະນຸດຊາດ.

ກອງປະຊຸມດັ່ງກ່າວ, ໄດ້ປຶກສາຫາລືກັນໃນ 4 ຫົວຂໍ້ຫລັກ ຄື: ຄວາມເປັນລະບຽບຮຽບຮ້ອຍຂອງໂລກ ແລະ ຄວາມສະຖຽນລະພາບ ທາງດ້ານຍຸດທະສາດ; ການຂັດ ແຍ່ງພາຍໃນ ການຄາດຄະເນ ແລະ ວິທີທາງໃນການແກ້ ໄຂ; ບັນດາຄວາມສ່ຽງ ແລະ ສິ່ງທ້າທາຍ ຕໍ່ກັບຄວາມໝັ້ນຄົງ ແລະ ຄວາມສະຖຽນລະພາບ ໃນອາຊີ-ປາຊີຟິກ; ພາລະບົດບາດ ແລະ ວິໄສທັດ ຂອງປະເທດທີ່ກໍາລັງພັດ ທະນາ.

ໂອກາດນີ້,ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ປະກອບຄໍາເຫັນໃນຫົວຂໍ້ “ບັນດາຄວາມສ່ຽງ ແລະ ສິ່ງທ້າ ທາຍ ຕໍ່ຄວາມໝັ້ນຄົງ ແລະ ຄວາມສະຖຽນລະພາບ ໃນອາຊີ-ປາຊີຟິກ” ໂດຍຍົກໃຫ້ເຫັນບາງຕອນວ່າ: ສະພາບ ການດ້ານຄວາມໝັ້ນຄົງ ຂອງພາກພື້ນນັບມື້ຍິ່ງມີຄວາມສະຫລັບສັບຊ້ອນ, ບໍ່ແນ່ນອນ. ຕໍ່ກັບບັນຫາດ້ານຄວາມໝັ້ນຄົງ ທີ່ພົ້ນເດັ່ນ ມີ 3 ສິ່ງທ້າທາຍສໍາຄັນ ທີ່ຄວນໄດ້ຮັບການເອົາໃຈໃສ່ເປັນພິເສດ ຄື: ການປ່ຽນແປງຂອງສະພາບດິນຟ້າອາກາດ ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ວິຖີການ ດໍາຊີວິດຂອງມວນມະນຸດ ແລະ ສິ່ງແວດລ້ອມ ລວມທັງລະບົບນິເວດເທົ່ານັ້ນ, ແຕ່ຍັງສົ່ງຜົນກະທົບໂດຍກົງຕໍ່ດ້ານເສດຖະ ກິດ-ສັງຄົມ ຂອງຊາດ ແລະ ຄວາມໝັ້ນຄົງຂອງພາກພື້ນນໍາອີກ; ຍິ່ງໄປກວ່ານັ້ນມີບາງປະເທດ ໄດ້ສວຍໃຊ້ສະພາບ ການປ່ຽນແປງຂອງສະພາບດິນຟ້າອາກາດ ເປັນເຄື່ອງມືເພື່ອກົດໜ່ວງຖ່ວງດຶງການພັດທະນາ ຂອງປະເທດອື່ນ, ທໍາລາຍເສດຖະກິດ ແລະ ການລົບລ້າງຄວາມທຸກຍາກ ຂອງບັນດາປະເທດກຳລັງພັດທະນາ.

ພ້ອມດຽວກັນ, ສປປ ລາວ ກໍໄດ້ເປັນປະທານຮ່ວມໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດ ເພື່ອມະ ນຸດສະທຳ ໃນຂອບກອງປະຊຸມລັດຖະມົນຕີກະຊວງປ້ອງປະເທດອາຊຽນ ແລະ ອາຊຽນບວກ, ພ້ອມທັງກຽມເປັນປະທານຮ່ວມກັບກອງທັບປະຊາຊົນຈີນ ດ້ານການແພດທະຫານ (ປີ 2027-2030) ຊຶ່ງຫລ້າສຸດໄດ້ປະສົບຜົນສໍາເລັດ ໃນການຝຶກຊ້ອມ “ຂະ ບວນລົດໄຟສັນຕິພາບ ຄັ້ງທີ 6” ຮ່ວມກັນ; ຄວາມກ້າວໜ້າທາງເຕັກໂນໂລຊີ ແລະ AI ເຖິງວ່າຈະຊ່ວຍຂະຫຍາຍຕົວທາງເສດຖະກິດ ແຕ່ກໍຖືກກຸ່ມຄົນບໍ່ດີນໍາໃຊ້ຫລອກລວງທາງອິນເຕີເນັດ. ສະນັ້ນ, ທຸກຝ່າຍຄວນເພີ່ມທະວີການແລກປ່ຽນຂໍ້ມູນ, ສ້າງມາດຕະການຄຸ້ມຄອງ AI ໃຫ້ມີຄວາມໂປ່ງໃສ, ປອດໄພ ແລະ ເກີດປະໂຫຍດສູງສຸດ; ການແຂ່ງຂັນທາງຍຸດທະສາດ ພາກພື້ນອາຊີ-ປາຊີຟິກ ມີການແຂ່ງຂັນສູງທັງດ້ານການເມືອງ, ເສດຖະກິດ ແລະ ການທະຫານ ຊຶ່ງອາດນໍາໄປສູ່ຄວາມຂັດ ແຍ່ງ. ສະເໜີບໍ່ໃຫ້ໃຊ້ ອາຊຽນ ເປັນເວທີແຂ່ງຂັນຍາດແຍ່ງອິດທິພົນຂອງປະເທດໃດໜຶ່ງ, ແຕ່ຕ້ອງຍົກສູງ “ຄວາມເປັນເອກະສັນ” ແລະ “ຄວາມເປັນແກ່ນກາງຂອງອາຊຽນ” ຢ່າງເປັນຮູບປະທໍາ ເພື່ອແກ້ໄຂບັນຫາດ້ວຍສັນຕິວິທີ ແລະ ສ້າງຄວາມໄວ້ວາງໃຈເຊິງກັນແລະກັນ.

ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ກ່າວຕື່ມອີກວ່າ:

ສປປ ລາວ ໃນນາມເປັນປະເທດສະມາຊິກອົງການສະ ຫະປະຊາດ ແລະ ສະມາຊິກອາຊຽນ ຍາມໃດກໍຍຶດໝັ້ນແນວທາງການຕ່າງປະ ເທດອັນສະເໝີຕົ້ນສະເໝີປາຍຂອງຕົນ ທີ່ວ່າ: ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ, ຂະຫຍາຍການພົວພັນຮ່ວມ ມື ກັບທຸກປະເທດໃນໂລກ ໂດຍບໍ່ຈໍາແນກລະບອບການເມືອງທີ່ແຕກຕ່າງກັນ,ບໍ່ແຊກແຊງເຂົ້າໃນກິດຈະການພາຍ ໃນຂອງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ສະນັ້ນ, ການແກ້ໄຂບັນຫາຂໍ້ຂັດແຍ່ງທຸກປະເພດ ທີ່ເກີດຂຶ້ນດ້ວຍວິທີທາງການທູດ ໂດຍຜ່ານຂະບວນການໄກ່ເກ່ຍ, ເຈລະຈາ, ປຶກສາຫາລື ແມ່ນວິທີ ການແກ້ໄຂຂໍ້ຂັດແຍ່ງທີ່ສອດຄ່ອງ, ຖືກຕ້ອງ ແລະ ເໝາະ ສົມທີ່ສຸດ ເພາະວ່າຮູບແບບ ແລະ ວິທີການດັ່ງ ກ່າວ ເປັນທາງອອກທີ່ດີທີ່ສຸດໃນການແກ້ໄຂຂໍ້ຂັດແຍ່ງ ໂດຍປາສະ ຈາກການສິ້ນເປືອງງົບປະມານອັນມະຫາສານ, ເປັນການປົກປ້ອງ ແລະ ຫຼຸດຜ່ອນການສູນເສຍຊີວິດຂອງທະຫານ, ຊັບສິນ ແລະ ຊີວິດ ຂອງຜູ້ບໍລິສຸດ ລວມທັງຜູ້ເຖົ້າ ແລະ ເດັກນ້ອຍ ໄດ້ຫຼາຍແສນ ຫຼື ຫຼາຍລ້ານຄົນ.

ຂ່າວ: ໄກ່ນ໋ອດ ເລັດນະຄອນ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article