ອົງການສະຫະປະຊາຊາດ (UN) ສະໜັບສະໜູນການນຳໃຊ້ແຜນທີ່ໂລກ ທີ່ສະທ້ອນເຖິງຂະໜາດພື້ນທີ່ແທ້ຈິງຫຼາຍຂຶ້ນ ຫຼັງຈາກແຜນທີ່ແບບ Mercator ເຮັດໃຫ້ຫຼາຍພື້ນທີ່ ໂດຍສະເພາະທະວີບອາຟຣິກາ ເບິ່ງຄືນ້ອຍກວ່າຄວາມເປັນຈິງ

Must read

ກອງປະຊຸມໃຫຍ່ອົງການສະຫະປະຊາຊາດ ລົງມະຕິໃຫ້ປ່ຽນແທນແຜນທີ່ໂລກແບບດັ້ງເດີມ ດ້ວຍແຜນທີ່ເຊິ່ງສະທ້ອນເຖິງຂະໜາດຂອງທະວີບອາຟຣິກາ ໄດ້ຢ່າງແນ່ນອນ ແລະ ທ່ຽງຕ່າງຫຼາຍຂຶ້ນ

ມະຕິ “ແກ້ໄຂແຜນທີ່” ເຊິ່ງສະເໜີໂດຍປະເທດໂຕໂກ (Togo) ແລະ ໄດ້ຮັບການສະໜັບສະໜູນຈາກສະມາຊິກສະຫະພາບອາຟຣິກາ (African Union – AU) ຜ່ານຄວາມເຫັນດີດ້ວຍຄະແນນສຽງສະໜັບສະໜູນ 164 ປະເທດ, ໃນນັ້ນມີສຽງຈາກຝຣັ່ງ ແລະ ສະຫະລາຊະອານາຈັກ (ອັງກິດ). ໂດຍມີສະຫະລັດອາເມຣິກາເປັນປະເທດດຽວທີ່ລົງມະຕິຄັດຄ້ານ ແລະ ມີສະມາຊິກງົດອອກສຽງ 6 ປະເທດ.

ການລົງມະຕິຂອງອົງການສະຫະປະຊາຊາດໃນຄັ້ງນີ້ ບໍ່ມີຜົນຜູກພັນທາງກົດໝາຍ, ແຕ່ຈະນຳໄປສູ່ການປ່ຽນແປງແຜນທີ່ທີ່ນຳໃຊ້ໂດຍສະຖາບັນຕ່າງໆ ທົ່ວໂລກ.

ແຜນທີ່ແບບເມເຄເຕີ (Mercator map) ເຊິ່ງຖືກນຳໃຊ້ຢ່າງແພ່ຫຼາຍມາຕັ້ງແຕ່ສະຕະວັດທີ 16 ຖືກວິພາກວິຈານຢ່າງໜັກ ເນື່ອງຈາກສະແດງໃຫ້ເຫັນວ່າທະວີບອາຟຣິກາມີຂະໜາດໃກ້ຄຽງກັບເກາະກຣີນແລນ, ທັງໆທີ່ໃນຄວາມເປັນຈິງແລ້ວ ທະວີບອາຟຣິກາມີຂະໜາດໃຫຍ່ກວ່າເຖິງ 14 ເທົ່າ.

ນັກວິພາກວິຈານລະບຸວ່າ ສິ່ງນີ້ເຮັດໃຫ້ຄວາມຕ້ອງການດ້ານການພັດທະນາ ແລະ ຢ່າງແຮງ (ສັກກະຍະພາບ) ຂອງປະເທດຕ່າງໆ ທີ່ຢູ່ໃກ້ເສັ້ນສູນສູດ ຖືກຫຼຸດຜ່ອນຄວາມສໍາຄັນລົງ.

ແຜນທີ່ແບບເມເຄເຕີ ຖືກອອກແບບຂຶ້ນໃນປີ 1569 ໂດຍ ເຈຣາດັດ ເມເຄເຕີ (Gerardus Mercator) ນັກເຮັດແຜນທີ່ຊາວຟລານເດີຣ໌ (Flanders) ເພື່ອຊ່ວຍໃຫ້ນັກສຳຫຼວດຊາວເອີຣົບສາມາດເດີນເຮືອໄປຮອບໂລກໄດ້.

ຄວາມບິດເບືອນຂອງແຜນທີ່ຂອງລາວ ເປັນຜົນມາຈາກຄວາມເປັນຈິງທີ່ວ່າ ມັນເປັນໄປບໍ່ໄດ້ທີ່ຈະສະແດງພື້ນຜິວຂອງຮູບຊົງກົມລົງເທິງແຜນພູມສອງມິຕິ ໄດ້ຢ່າງຖືກຕ້ອງແນ່ນອນ.

ເມື່ອໃດກໍຕາມທີ່ມີການແຕ້ມແຜນທີ່ໂລກ ຈຶ່ງຈຳເປັນຕ້ອງມີການຜ່ອນສັ້ນຜ່ອນຍາວ (ປະນີປະນອມ) ເກີດຂຶ້ນ.

ແຜນທີ່ແບບເມເຄເຕີ ສະແດງຄວາມໂຄ້ງຂອງໂລກ ດ້ວຍການເຮັດໃຫ້ປະເທດທີ່ຢູ່ໃກ້ເສັ້ນສູນສູດເບິ່ງຄືມີຂະໜາດນ້ອຍກວ່າຄວາມເປັນຈິງ, ໃນຂະນະທີ່ປະເທດທີ່ຢູ່ໃກ້ຂົ້ວໂລກຈະເບິ່ງຄືໃຫຍ່ຂຶ້ນ.

ເພື່ອແກ້ໄຂບັນຫານີ້, ທີມນັກເຮັດແຜນທີ່ໄດ້ສ້າງແຜນທີ່ພື້ນທີ່ເທົ່າກັນຂຶ້ນໃນປີ 2018 ໂດຍຮຽກວ່າ ເສັ້ນໂຄງແຜນທີ່ແບບ ອີເຄວິນ ເອີຣ໌ທ (Equal Earth – ຫຼື “ໂລກທີ່ສະເໝີພາບກັນ”).

ເມື່ອເດືອນກຸມພາ ທີ່ຜ່ານມາ, ປະເທດສະມາຊິກ 54 ປະເທດຂອງສະຫະພາບອາຟຣິກາ ໄດ້ນຳແຜນທີ່ນີ້ໄປໃຊ້ ແລະ ລະບຸວ່າ ແຜນທີ່ດັ່ງກ່າວ “ສະແດງຂະໜາດຂອງທຸກທະວີບໄດ້ຢ່າງແນ່ນອນ ແລະ ທ່ຽງຕ່າງຍິ່ງຂຶ້ນ, ໂດຍສະເພາະທະວີບອາຟຣິກາ”.

“ທ່ານສາມາດເອົາສະຫະລັດອາເມຣິກາ, ຈີນ, ອິນເດຍ, ຍີ່ປຸ່ນ, ເມັກຊິໂກ ແລະ ພື້ນທີ່ສ່ວນໃຫຍ່ຂອງຍຸໂຣບ ຍັດໃສ່ລົງໃນທະວີບອາຟຣິກາໄດ້ ແລະ ຍັງມີພື້ນທີ່ເຫຼືອອີກຫຼາຍ” ກຸ່ມຮົນນະລົງອອນໄລນ໌ Correct The Map (“ແກ້ໄຂແຜນທີ່”) ລະບຸ.

ກ່ອນການລົງມະຕິໃນວັນສຸກ (4 ກັນຍາ), ທ່ານ ໂຣແບຣ໌ ດຸສເຊ (Robert Dussey) ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຄວາມຮ່ວມມື ແຫ່ງ ສາທາລະນະລັດ ໂຕໂກ ໄດ້ກ່າວກັບສຳນັກຂ່າວຣອຍເຕີ (Reuters) ວ່າ: “ໂລກທີ່ຍຸດຕິທຳ ເລີ່ມຕົ້ນດ້ວຍແຜນທີ່ທີ່ຍຸດຕິທຳ”.

ກ່ອນໜ້ານີ້, ລາວເຄີຍກ່າວໃນການບັນຍາຍສະຫຼຸບຂອງອົງການສະຫະປະຊາຊາດວ່າ: “ແຜນທີ່ບໍ່ເຄີຍເປັນກາງ. ແຜນທີ່ເປັນໂຕຫຼໍ່ຫຼອມການຮັບຮູ້ ແລະ ມີອິດທິພົນຕໍ່ວິທີທີ່ພວກເຮົາທຳຄວາມເຂົ້າໃຈເຖິງຄວາມສຳຄັນຂອງກຸ່ມຄົນ ແລະ ທະວີບຕ່າງໆ ໃນໂລກ”.

ລາວໄດ້ຮັບການສະໜັບສະໜູນຈາກ ທ່ານ ຣອງ-ໂນແອນ ບາໂຣ (Jean-Noël Barrot) ລັດຖະມົນຕີກະຊວງການຕ່າງປະເທດຂອງຝຣັ່ງ ເຊິ່ງກ່າວວ່າ ກະຊວງຂອງລາວຈະເຊົາໃຊ້ແຜນທີ່ແບບເມເຄເຕີ.

“ການປ່ຽນແຜນທີ່ ບໍ່ໄດ້ປ່ຽນໂລກຢ່າງເຫັນໄດ້ຊັດເຈນ, ແຕ່ການແກ້ໄຂການນຳສະເໜີທີ່ບິດເບືອນ ກໍຖືວ່າເປັນການກະທຳແຫ່ງຄວາມຈິງແລ້ວ”.

ແຕ່ ທ່ານນາງ ຢາຣີນາ ເຟເຣນເຊວິດ (Yaryna Ferencevych) ຜູ້ຕາງໜ້າສະຫະລັດອາເມຣິກາ ປະຈຳອົງການສະຫະປະຊາຊາດ ກ່າວວ່າ ມະຕິດັ່ງກ່າວ ບ່ອນທຳລາຍຄວາມໝາຍ ແລະ ເປົ້າໝາຍຂອງການເຮັດວຽກ ຂອງກອງປະຊຸມໃຫຍ່ອົງການສະຫະປະຊາຊາດ.

“ແທນທີ່ຈະມຸ່ງເນັ້ນໄປທີ່ບັນຫາທີ່ແທ້ຈິງຂອງສັນຕິພາບ, ຄວາມເຈີນຮຸ່ງເຮືອງ ຫຼື ຄວາມສຳພັນອັນດີລະຫວ່າງປະເທດ, ອົງກອນນີ້ພັດກັບມາຖົກຖຽງກັນເລື່ອງໂຄງການແຜນທີ່ຈາກສະຕະວັດທີ 16 ແລະ ບົດບາດຂອງແຜນທີ່ໃນການສົ່ງເສີມການຊົດເຊີຍຄ່າເສຍຫາຍ ແລະ ‘ຄວາມຍຸດຕິທຳທາງຄວາມຄິດ’ ແທນ” ທ່ານນາງກ່າວ.

ກ່ອນໜ້ານີ້ໃນເດືອນມີນາ, ສະຫະລັດອາເມຣິກາ ເຄີຍອອກມາວິພາກວິຈານ ຫຼັງຈາກມີການຮັບຮອງມະຕິທີ່ປະກາດໃຫ້ການຄ້າມະນຸດຂ້າມມະຫາສະໝຸດແອດແລນຕິກ ເປັນ “ອາຊະຍາກຳທີ່ຮ້າຍແຮງຕໍ່ມະນຸດ”.

ພາບ: BBC

ເປັນຫຍັງທະວີບອາຟຣິກາ ຈຶ່ງເບິ່ງຄືວ່າມີນ້ອຍແທ້? ການສ້າງເສັ້ນໂຄງແຜນທີ່ສ່ວນໃຫຍ່ ເຊັ່ນ Mercator ມັກຈະເຮັດໃຫ້ດິນແດນທີ່ຢູ່ໃກ້ຂົ້ວໂລກບິດເບືອນຂະໜາດໄປ

ແຜນທີ່ແບບ Mercator (ຮູບເທິງ)

  • ກຣີນແລນ: ເບິ່ງຄືວ່າມີຂະໜາດໃຫຍ່ເທົ່າກັບທະວີບອາຟຣິກາ ໃນເສັ້ນໂຄງແຜນທີ່ແບບນີ້.
  • ຂະໜາດກຣີນແລນ: 2.2 ລ້ານ ຕາຕະລາງກິໂລແມັດ (0.8 ລ້ານ ຕາຕະລາງໄມລ໌).
  • ຂະໜາດອາຟຣິກາ: ແຕ່ໃນຄວາມເປັນຈິງ ທະວີບອາຟຣິກາມີພື້ນທີ່ກວ້າງໃຫຍ່ກວ່າເຖິງ 14 ເທົ່າ, ຄືປະມານ 30.4 ລ້ານ ຕາຕະລາງກິໂລແມັດ (12 ລ້ານ ຕາຕະລາງໄມລ໌).

ແຜນທີ່ແບບ Equal Earth (ຮູບລຸ່ມ)

  • ເສັ້ນໂຄງແຜນທີ່ແບບ Equal Earth ສະແດງຂະໜາດ ແລະ ຮູບຮ່າງຂອງແຕ່ລະທະວີບໄດ້ຢ່າງຖືກຕ້ອງ ແລະ ແນ່ນອນກວ່າ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article