- Advertisement -spot_img

AUTHOR NAME

Pele

507 POSTS
0 COMMENTS

ເມືອງພູກູດ ທຳລາຍສິນຄ້າໝົດອາຍຸ ແລະ ເບຍລັກລອບນຳເຂົ້າຜິດກົດໝາຍ

ຂ່າວໜັງສືພິມຊຽງຂວາງມີໄຊ ລາຍງານວ່າ: ວັນທີ 29 ກໍລະກົດ 2026 ຜ່ານມາ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງພູກູດ ທໍາລາຍສິນຄ້າທີ່ນໍາເຂົ້າບໍ່ຖືກຕ້ອງ, ສິນຄ້າຕ້ອງຫ້າມ, ສິນຄ້າໝົດອາຍຸ-ເສື່ອມຄຸນນະພາບ ແລະ ສິນຄ້າລອກຮຽນແບບ. ໂດຍການເຂົ້າຮ່ວມມີທ່ານ ບຸນສົງ ວິລິວົງ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ລີວັນໄຊ ຈົງຕົວມົ່ວ ຫົວໜ້າຫ້ອງການອຸດສາຫະກໍາ...

ລາວ-ກໍາປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຄັ້ງທີ 9

ກອງປະຊຸມຄັ້ງທີ 9 ຂອງຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດຜ່ານມານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ. ຄະນະຜູ້ແທນຝ່າຍລາວນໍາໂດຍທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະກໍາມະການຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍ ທ່ານ ລາມເຈຍ ລັດຖະມົນຕີປະຈໍາເລຂາທິການກ່ຽວກັບຊາຍແດນ ປະທານຄະນະກໍາມະການຊາຍແດນຮ່ວມກໍາປູເຈຍ-ລາວໂດຍມີຜູ້ຕາງໜ້າຈາກຂະແໜງການຂອງສູນກາງ ແລະ...

ເຈົ້າໜ້າທີ່ບຸກຄົ້ນເຮືອນເຊົ່າ ຢູ່ 2ຈຸດ ທີ່ເມືອງສາມັກຄີໄຊ ພົບສະແກມເມີ ສັນຊາດຫວຽດນາມ 6 ຄົນ

ປກສ ແຂວງອັດຕະປື ລາຍງານວ່າ: ວັນທີ 28 ກໍລະກົດ 2026, ເວລາ 13:00 ໂມງ ເຈົ້າໜ້າທີ່ວິຊາສະເພາະ ໄດ້ຮັບແຈ້ງຂໍ້ມູນຈາກພົນລະເມືອງດີວ່າ: ມີກຸ່ມຄົນຕ່າງປະເທດມາພັກເຊົາ ແລະ ມີການ ເຄື່ອນໄຫວຜິດປົກກະຕິ ຢູ່ເຮືອນເຊົ່າ 2 ຈຸດ. ຈຶ່ງໄດ້ແຕ່ງຕັ້ງໃຫ້ ເຈົ້າໜ້າທີວິຊາສະເພາະ ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງ...

ປກສ ແຂວງຫຼວງນໍ້າທາ ມ້າງກຸ່ມແກ້ງສະແກມເມີ ຢູ່ຕຶກສະພາການຄ້າສາກົນ ເຂດເສດຖະກິດພິເສດບໍ່ເຕນ ຈັບຜູ້ຖືກຫາ 135 ຄົນ

ໃນວັນທີ 30 ມີຖຸນາ 2026 ຄະນະສະເພາະກິດ ປກສ ແຂວງຫຼວງນໍ້າທາ ປະສານສົມທົບກັບ ກອງບັນຊາການ ປກສ ເຂດບໍ່ເຕ່ນ ໄດ້ເຂົ້າມ້າງກຸ່ມແກ້ງສໍ້ໂກງຊັບທາງອອນລາຍ ແລະ ການສື່ສານ (ສະແກມເມີ) ຢູ່ຕຶກສະພາການຄ້າສາກົນ, ຊັ້ນ 10 ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ, ສາມາດກັກຕົວຜູ້ຖືກຫາທັງໝົດ 135 ຄົນ, ຍິງ 62...

ປກສ ເມືອງໄຊເສດຖາ ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ

ໃນ 6 ເດືອນຕົ້ນປີ 2026 ເຈົ້າໜ້າທີ່ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ມີຄະດີອາຍາເກີດຂຶ້ນ 16 ເລື່ອງ, ກັກຜູ້ຖືກຫາໄດ້ 19 ຄົນ ຍິງ 1 ຄົນ, ໃນນັ້ນ, ຄະດີລັກຊັບມີ 3 ເລື່ອງ, ຄະດີປຸ້ນຊັບ 2 ເລື່ອງ,...

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມໂຕະມົນ ແລະ ກອງປະຊຸມ AAWC ຄັ້ງທີ 9

ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມໂຕະມົນກ່ຽວກັບບັນຫາອາກາດ ແລະ ນ້ຳ ຄັ້ງທີ 3 ພ້ອມດ້ວຍກອງປະຊຸມສະພາທີ່ປຶກສາກ່ຽວກັບບັນຫານ້ຳ ຂອງລັດຖະສະພາອາຊີ (AAWC) ຄັ້ງທີ 9 ຢ່າງເປັນທາງການ ໃນວັນທີ 28 ກໍລະກົດນີ້ ທີ່ນະຄອນຫຼວງວຽງຈັນ. ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອສົ່ງເສີມການຮ່ວມມື ແລະ ແລກປ່ຽນບົດຮຽນດ້ານນິຕິບັນຍັດ ໃນການບໍລິຫານຈັດການຊັບພະຍາກອນນ້ຳຢ່າງຍືນຍົງ ແລະ ການຮັບມືກັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດໃນພາກພື້ນອາຊີ. ເປັນກຽດໃນກອງປະຊຸມ...

ຮອງຫົວໜ້າ ຄອສພ ປາຖະກະຖາວັນສໍາຄັນຂອງພັກ ຂອງຊາດ ຢູ່ກະຊວງອຸດສາຫະກໍາ ແລະ ການຄ້າ

ໃນວັນທີ 23 ກໍລະກົດຜ່ານມານີ້, ທ່ານ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໄດ້ປາຖະກະຖາເນື່ອງໃນໂອກາດວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ, ວັນສົນທິສັນຍາມິດຕະພາບ ແລະ ການຮອບມື ຄົບຮອບ 49 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64...

ທ່າແຕງ ປ່ອຍສັດປ່າປະເພດຫວງຫ້າມ ຄືນສູ່ທໍາມະຊາດ ‎

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ເຊກອງ ຮ່ວມກັບເມືອງທ່າແຕງ ປ່ອຍສັດປ່າປະເພດຫວງຫ້າມ ບັນຊີ 1, ເປັນສັດປ່າປະເພດ ລີງກັງ 13 ໂຕ ຄືນສູ່ທຳມະຊາດ ທີ່ເຂດປ່າປ້ອງກັນແຫ່ງຊາດ ພູຈວມ ບ້ານຫ້ວຍຊາຍ ເມືອງທ່າແຕງ ໃນທ້າຍອາທິດຜ່ານມາ ໂດຍມີທ່ານ ໄພສະໝອນ ໄອແກ້ວ...

ກໍາລັງ ປກຊ ຊ້ອມກຽມຄວາມພ້ອມຊ່ວຍເຫລືອນໍ້າຖ້ວມ ຢູ່ ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ

ວັນທີ 23 ກໍລະກົດ 2026 ກອງພັນ 564 (ຊ່າງແສງ) ກອງພົນທີ 4 ໄດ້ກວດກາຄວາມພ້ອມດ້ານຈຳນວນພົນ, ພາຫະນະ ແລະ ເຕັກນິກ ເພື່ອຮັບປະກັນໃຫ້ແກ່ວຽກງານ ຕ້ານ ແລະ ກອບກູ້ ໄພພິບັດທາງທຳມະຊາດ ທີ່ອາດຈະເກີດຂຶ້ນ ໃນ 3 ແຂວງພາກກາງ, ໂດຍມີສະຫາຍ ພັນໂທ...

ໂຮງໝໍມິດຕະພາບ ສໍາເລັດການຜ່າຕັດປູກຖ່າຍໄຂ່ຫຼັງ ຍົກລະດັບການບໍລິການສາທາລະນະສຸກ ຢູ່ ສປປ ລາວ

ໂຮງໝໍມິດຕະພາບ ໄດ້ປະສົບຜົນສໍາເລັດໃນການຜ່າຕັດປູກຖ່າຍໄຂ່ຫຼັງໃຫ້ກັບຄົນເຈັບ ຊຶ່ງຖືເປັນບາດກ້າວໂດດເດັ່ນໃນການພັດທະນາ ແລະ ຍົກສູງຄຸນນະພາບການບໍລິການທາງດ້ານການແພດຢູ່ ສປປ ລາວ. ການສໍາເລັດການຜ່າຕັດດັ່ງກ່າວ ຊ່ວຍໃຫ້ຄົນເຈັບ ທີ່ມີຄວາມຈໍາເປັນ ແລະ ມີເງື່ອນໄຂ ສາມາດເຂົ້າເຖິງການປ່ຽນຖ່າຍໄຂ່ຫຼັງຢູ່ພາຍໃນປະເທດ ໂດຍບໍ່ຈໍາເປັນຕ້ອງເດີນທາງໄປປິ່ນປົວຢູ່ຕ່າງປະເທດອີກຕໍ່ໄປ. ທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ໄດ້ໃຫ້ສໍາພາດກ່ຽວກັບການຈັດຕັ້ງປະຕິບັດການປູູກຖ່າຍໄຂ່ຫຼັງ ຕໍ່ສື່ມວນຊົນໃນວັນທີ 25 ກໍລະກົດຜ່ານມາ ທີ່ໂຮງໝໍດັ່ງກ່າວວ່າ: ໂຮງໝໍມິດຕະພາບ ເປັນແຫ່ງທໍາອິດ...

Latest news

- Advertisement -spot_img