- Advertisement -spot_img

AUTHOR NAME

kaling

238 POSTS
0 COMMENTS

ລາຄານ້ຳມັນພຸ່ງ 2% ຫຼັງໂຈມຕີຊາອູ-ຊ່ອງແຄບຮໍມຸຊ ເພີ່ມຄວາມກັງວົນອຸປະທານນ້ຳມັນໃນພູມິພາກ

ລາຄານ້ຳມັນດິບຕະຫຼາດໂລກ ພຸ່ງຂຶ້ນກວ່າ 2% ຫຼັງກຸ່ມຮູຕີ (Houthi) ໂຈມຕີຊາອຸດິອາຣາບີ ຂະນະທີ່ເຮືອໃນຊ່ອງແຄບຮໍມຸຊ (Strait of Hormuz) ຖືກຍິງຊ້ຳ ເພີ່ມຄວາມກັງວົນວ່າອຸປະທານນ້ຳມັນໃນພູມິພາກອາດໄດ້ຮັບຜົນກະທົບ. ວັນທີ 14 ກັນຍາ 2026, ລາຄານ້ຳມັນດິບໃນຕະຫຼາດໂລກພຸ່ງຂຶ້ນຫຼາຍກວ່າ 2% ຫຼັງເກີດການໂຈມຕີຄັ້ງໃໝ່ໃນຊາອຸດິອາຣາບີ ແລະ ການໂຈມຕີເຮືອໃນອ່າວເປີເຊຍ ສົ່ງຜົນໃຫ້ນັກລົງທຶນວິກິດຕະກັງວົນວ່າ ອຸປະທານນ້ຳມັນຈາກຕາເວັນອອກກາງອາດໄດ້ຮັບຜົນກະທົບເພີ່ມເຕີມ ຫຼັງທໍ່ສົ່ງນ້ຳມັນສາຍສຳຄັນຂອງຊາອຸດິອາຣາບີຖືກໂຈມຕີຈົນຕ້ອງປິດນຳໃຊ້. ລາຍງານຂ່າວລະບຸວ່າ ຣາຄານ້ຳມັນດິບເບຣນ...

ເມືອງໄຊຍະບູລີເລັ່ງທຳລາຍໝູ ພ້ອມເຕືອນຫ້ານກິນ ຊື້-ຂາຍ ໃນໄລຍະທີ່ມີເຊື້ອແຜ່ລະບາດ.

ໃນວັນທີ 13/09/2026 ຫນ່ວຍສະເພາະກິດຫ້ອງການກະສິກຳ ແຂວງໄຊຍະບູລີ ລົງທຳລາຍໝູທີ່ຕິດເຊື້ອພະຍາດ ພ້ອມເຕືອນໃຫ້ພໍ່ແມ່ປະຊາຊົນ ງົດກີນຊີ້ນຫມູກ່ອນເດີ້ ເນື່ອງຈາກວ່າ ຊ່ວງນີ້ຫມູຕິດພະຍາດລະບາດໜັກ ເຮັດໃຫ້ເກີດຄວາມເສຍຫາຍເປັນຈໍານວນຫຼວງຫຼາຍ ໃນແຕ່ລະຟາມຫລາຍໆຟາມໄດ້ຮັບຜົນກະທົບຢ່າງໜັກໜ່ວງ. ເຊິ່ງອີງຕາມບົດລາຍຂອງພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ໄດ້ລາຍງານວ່າ: ປັດຈຸບັນ ໄຊຍະບູລີ ພົບການລະບາດພະຍາດອະຫິວາໝູອາຟຣິກກາ ໃນ 6 ເມືອງ 38 ບ້ານ ໝູເສຍຊີວິດ...

ປກສ ແຂວງໄຊຍະບູລີ ບຸກຈັບແກັງສະແກມເມີ ໄດ້ 50 ຄົນຢູ່ຮ້ານບັນເທີງ ໄນຄັບ ແລະ ເຮືອນພັກ ມີດາລາ ບ້ານສີມຸງຄຸນ ເມືອງໄຊຍະບູລີ

ປກສ ແຂວງໄຊຍະບູລີ ລາຍງານວ່າ: ວັນທີ 4 ກັນຍາ 2026 ເຈົ້າໜ້າທີ່ຫ້ອງຕຳຫລວດ ປກສ ແຂວງສົມທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ບຸກເຂົ້າກວດຄົ້ນ ມ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ (ແກ້ງຄໍເຊັນເຕີ ຫລື ສະແກມເມີ) ທີ່ຮ້ານບັນເທີງ ໄນຄັບ ແລະ ເຮືອນພັກ ມີດາລາ ບ້ານສີມຸງຄຸນ...

ແຈ້ງການ ການນໍາເຂົ້າ ແລະ ນໍາໃຊ້ແຮງງານຕ່າງປະເທດສັນຊາດບັງກະລາເດດ

ວັນທີ 9 ກັນຍາ 2026 ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອອກແຈ້ງການ ການນໍາເຂົ້າ ແລະ ນໍາໃຊ້ແຮງງານຕ່າງປະເທດສັນຊາດບັງກະລາເດດ. ເພື່ອເຮັດໃຫ້ການຄຸ້ມຄອງແຮງງານຕ່າງປະເທດໂດຍສະເພາະແມ່ນສັນຊາດບັງກະລາເດດ ເຂົ້າສູ່ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ ແນໃສ່ແກ້ໄຂບັນຫາ ການລັກລອບເຂົ້າມາເຮັດວຽກແບບບໍ່ຖືກຕ້ອງ, ກຳ ຈັດການນໍາເຂົ້າເພື່ອມາແຈກຍາຍ, ການປ່ອຍປະລະເລີຍທີ່ບໍ່ມີຄວາມຮັບຜິດຊອບຂອງຜູ້ນໍາເຂົ້າ, ການນໍາໃຊ້ນາຍໜ້າທີ່ ບໍ່ເປັນທາງການ,...

ແຈ້ງເຕືອນດ່ວນ! ປິດການສັນຈອນເສັ້ນທາງເລກ 9 ຈຸດຂົວຫ້ວຍປະຊວນ ເມືອງເຊໂປນ ຍ້ອນນ້ຳຖ້ວມສູງ

ສະຫວັນນະເຂດ, ສປປ ລາວ – ເກີດເຫດນ້ຳຖ້ວມຊົ່ວຄາວສົ່ງຜົນກະທົບຕໍ່ການເດີນທາງ ຫຼ້າສຸດໄດ້ມີການປະກາດປິດເສັ້ນທາງຍຸດທະສາດ ຫຼັງລະດັບນ້ຳເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ. ຕອນເຊົ້າຂອງ ວັນທີ 14 ກັນຍາ 2026, ເວລາ 07:00 ໂມງ, ເຈົ້າໜ້າທີ່ແລະພາກສ່ວນກ່ຽວຂ້ອງ ໄດ້ແຈ້ງອັບເດດສະພາບເສັ້ນທາງເລກ 9 ເຂດບ້ານດົງ ຫາ ຊາຍແດນລາວ-ບາວ ໂດຍສະເພາະ ຈຸດທາງເວັ້ນຊົ່ວຄາວຂົວຫ້ວຍປະຊວນ ເມືອງເຊໂປນ ແຂວງສະຫວັນນະເຂດ...

ໂດຣນຣັດເຊຍໂຈມຕີລົດໄຟຢູເຄນ ຫຼັງຄະນະຂອງອະດີດຜູ້ນຳ UK ເດີນທາງກັບ

ໂດຣນຂອງຣັດເຊຍໄດ້ພຸ່ງຕຳລົດໄຟຂອງຢູເຄນ ບໍລິເວນໃກ້ຊາຍແດນປະເທດໂປແລນ ບໍ່ດົນຫຼັງຈາກລົດໄຟທີ່ຄະນະຂອງ ທ່ານ ບໍຣິສ ຈອນສັນ (Boris Johnson) ອະດີດນາຍົກລັດຖະມົນຕີສະຫະລາຊະອານາຈັກເດີນທາງອອກໄປ. ສຳນັກຂ່າວຕ່າງປະເທດລາຍງານວ່າ ໂດຣນແບບໃຊ້ເຄື່ອງຈັກໄອພົ່ນຂອງຣັດເຊຍ ໄດ້ພຸ່ງຕຳຫົວລົດໄຟຢູເຄນຢູ່ສະຖານີ ຢາໂຮດິນ (Yahodyn) ເຊິ່ງຢູ່ຫ່າງຈາກຊາຍແດນປະເທດໂປແລນພຽງ 2 ກິໂລແມັດ. ເຫດການນີ້ບໍ່ມີຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ ເນື່ອງຈາກທາງການຢູເຄນໄດ້ອົບພະຍົບຜູ້ໂດຍສານອອກໄປກ່ອນເກີດເຫດພຽງ 15 ນາທີ. ເຫດການນີ້ເກີດຂຶ້ນຫຼັງຈາກລົດໄຟຂອງ ທ່ານ ບໍຣິສ...

ເສັ້ນທາງຄົມມະນາຄົມພາຍໃນເມືອງນາໝໍ້ ໄດ້ຮັບຜົນກະທົບໄພທໍາມະຊາດ. ເສຍຫາຍຫຼາຍກວ່າ20ຕື້ກີບ

ວັນທີ 11 ກັນຍາ 2026 ຕາມການລາຍງານຂອງຂອງ ທ່ານ ປາຮົນ ພິລາວັນ ກໍາມະການພັກເມືອງ ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງນາໝໍ້ ໄດ້ລາຍງານໃຫ້ຮູ້ວ່າ: ເສັ້ນທາງຄົມມະນາຄົມພາຍໃນເມືອງນາໝໍ້ ໄດ້ຮັບຜົນກະທົບໄພທໍາມະຊາດເສຍຫາຍຢ່າງຫຼວງຫຼາຍ ໃນໄພພິບັດນໍ້າຖ້ວມເມືອງນາໝໍ້ ລະວ່າງວັນທີ 29-30 ສິງຫາ 2026 ຜ່ານມາ. ໃນ 3 ຕາແສງທົ່ວເມືອງ...

ອິສລາແອລລະເບີດອຸໂມງ ຮິຊບານເລາະ ໃນເລບານອນ ເຮັດໃຫ້ເກີດແຮງສັ່ນສະເທືອນ 4.1

ອິສລາແອລ ປະກາດທຳລາຍໂຄງສ້າງໃຕ້ດິນ ແລະ ເຄືອຂ່າຍອຸໂມງສຳຄັນຂອງກຸ່ມຮິຊບານເລາະ (Hezbollah) ຢູ່ໃຕ້ສັນເຂົາ ອາລີ ອັນ-ທາເຮີ (Ali al-Taher) ທາງຕອນໃຕ້ຂອງເລບານອນ ພ້ອມອ້າງວ່າສາມາດຄວບຄຸມພື້ນທີ່ໄດ້ທັງເທິງດິນ ແລະ ໃຕ້ດິນ. ຂະນະທີ່ເລບານອນລາຍງານເກີດແຮງລະເບີດມະຫາສານ ແລະ ສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດ (USGS) ໄດ້ກວດພົບແຮງສັ່ນສະເທືອນຂະໜາດ 4.1. ລາຍລະອຽດເນື້ອຫາຂ່າວ: ການທຳລາຍໂຄງສ້າງໃຕ້ດິນ: ທ່ານ ເບນຈາມິນ ເນທັນຢາຮູ (Benjamin...

ສົ່ງຜູ້ຖືກຫາຄົນຈີນເຂົ້າເມືອງຜິດກົດໝາຍ ແລະ ປະກອບອາຊີບບໍ່ຖືກຕ້ອງກັບຄືນປະເທດ 100 ກວ່າຄົນ

ໃນວັນທີ 10 ກັນຍາ 2026, ເຈົ້າໜ້າທີ່ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບ ຄະນະສູນຮ່ວມມືວຽກງານຕຳຫຼວດ ລາວ-ຈີນ ໄດ້ດຳເນີນການນຳສົ່ງຜູ້ຖືກຫາສັນຊາດຈີນ ຈຳນວນ 142 ຄົນ ຍິງ 5 ຄົນ ໃຫ້ເຈົ້າໜ້າທີ່ຕຳຫຼວດ ສປ ຈີນ ເພື່ອສືບຕໍ່ດຳເນີນການສືບສວນ-ສອບສວນໂດຍຜ່ານດ່ານສາກົນບໍ່ເຕ່ນ ແຂວງຫຼວງນ້ຳທາ. ຜູ້ຖືກຫາຈຳນວນດັ່ງກ່າວຖືກເຈົ້າໜ້າທີ່ ກັກຕົວໄດ້ ຫຼັງຈາກເຈົ້າໜ້າທີ່ວິຊາສະເພາະກະຊວງປ້ອງກັນຄວາມສະຫງົບລາວ...

ເຮັດໄດ້ແທ້ບໍ? ທຣຳ ປະກາດແຈກເງີນ 5,000 ໂດລາ ຖ້າຊະນະການເລືອກຕັ້ງ

ໂດນັລ ທຣຳ ສະເໜີຈະມອບເງິນ 5,000 ໂດລາສະຫະລັດ (ປະມານ 165,000 ບາດ) ໃຫ້ກັບຜູ້ໃຫຍ່ຊາວອາເມຣິກັນທຸກຄົນ ຫາກພັກລີພັບລິກັນຊະນະການເລືອກຕັ້ງກາງເທີມໃນເດືອນພະຈິກນີ້. ຢ່າງໃດກໍຕາມ, ຍັງບໍ່ມີຄວາມຈະແຈ້ງວ່າແຜນດັ່ງກ່າວຈະຖືກຕ້ອງຕາມກົດໝາຍ ຫຼື ບໍ່, ແລະ ຈະນຳງົບປະມານມາຈາກໃສ. ຄຳປະກາດຂອງເຂົາໄດ້ຮັບສຽງຕົບມືຢ່າງຟົດຟື້ນຈາກຜູ້ສະໜັບສະໜູນ, ຂະນະທີ່ຝ່າຍເດໂມແຄຣດອອກມາປະນາມວ່າເປັນພຽງ “ຄຳສັນຍາທີ່ຫວ່າງເປົ່າ”. ທຣຳ ຍັງລະບຸວ່າ ເງິນດັ່ງກ່າວຕ້ອງນຳໄປໃຊ້ຈ່າຍພາຍໃນສະຫະລັດເທົ່ານັ້ນ, ໂດຍ ເຈດີ ແວນ...

Latest news

- Advertisement -spot_img