
ວັນທີ 8 ມິຖຸນາ 2026 ຢູ່ທີ່ບ້ານຄູນເງິນ ເມືອງຄູນຄໍາ ແຂວງຄໍາມ່ວນ ໄດ້ຈັດພິທີເປີດນໍາໃຊ້ແຫ່ງທໍລະນີສາດ ຖໍ້າຝາມື ( ມໍລະດົກທາງບູຮານວິທະຍາ ແລະ ສິລະປະຖໍ້າ ) ເຊິ່ງແຫຼ່ງທໍລະນີດັ່ງກ່າວແມ່ນຢູ່ຫ່າງຈາກບ້ານຄູນເງິນໄປທາງທິດຕາເວັນອອກສຽງໃຕ້ປະ
ມານ 1 ກິໂລແມັດ ແລະ ສູງຈາກພື້ນດິນຂຶ້ນໄປຫາຈຸດໝາຍປະມານ 500 ແມັດ . ສ່ວນການເດີນທາງໄປຫາແຫຼ່ງທໍລະນີແມ່ນນໍາໃຊ້ລົດອີແຕນ ຫຼັງຈາກນັ້ນຍ່າງຂຶ້ນໄປຫາຈຸດທີ່ຕັ້ງຂອງແຫຼ່ງທໍລະນີສາດ ຖໍ້າຝາມື . ໂດຍມີທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກໍາມະການປົກຄອງແຂວງ, ທ່ານ ນາງ ເບເນດິກ ເດຊອງ ( Benedicte Deschamps)ເອກອັກຄະລັດຖະທູດແຫ່ງປະເທດຝຣັ່ງ ປະຈໍາ ສປປ ລາວ , ທ່ານ ນາງ ອີຊາແບລ ມາສເບີຟ ( Isabelle Massebeuf ) ປະທານຄະນະກໍາມະການຮ່ວມຄຸ້ມຄອງແຫຼ່ງທ່ອງທ່ຽວຖໍ້າໂຊເວ ແຫ່ງປະເທດຝຣັ່ງ, ບັນດາທ່ານໃນອົງການເຕຕາກຕິສ, ພາກສ່ວນກ່ຽວຂ້ອງຈາກຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມເປັນສັກຂີພະຍານ.
ໃນພິທີຕາງໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ສິ່ງແວດລ້ອມໄດ້ສະເໜີປະຫວັດຄວາມເປັນມາ, ຄວາມສໍາຄັນທາງດ້ານວັດທະນະທໍາ ແລະ ການທ່ອງທ່ຽວຂອງໂຄງການ ແຫຼ່ງທໍລະນີສາດ ຖໍ້າຝາມື ( ມໍລະດົກທາງບູຮານວິທະຍາ ແລະ ສີລະປະຖໍ້າ ) .

ຖໍ້າຜາມືຢູ່ຫ່າງຈາກບ້ານຄູນເງິນ ເມືອງຄູນຄໍາ ແຂວງຄໍາມ່ວນປະມານ 1 ກິໂລແມັດ, ເປັນແຫຼ່ງສິລະປະເທິງໜ້າຜາຫີນພຽງແຫ່ງຊາດ ທີ່ມີການສຶກສາຄົ້ນຄວ້າຢ່າງເປັນລະບົບຢູ່ໃນ ສປປ ລາວ, ການເກັບກໍາເອກະສານ ແລະ ຫຼັກຖານທາງສິລະປະແມ່ນໄດ້ດໍາເນີນການບັນທຶກຂໍ້ມູນດ້ານສີລະປະ ໂດຍການນໍາໃຊ້ເຕັກນິກການຮ່ວມລວມພາບຖ່າຍ, ການເຮັດແຜນພາບຖ່າຍທາງອາກາດ ແລະ ການປະມວນຜົນວິເຄາະຄ່າສີ , ການອ່ານ ແລະ ວິເຄາະອົງປະກອບແມ່ນໄດ້ສຶກສາວິເຄາະແຜ່ນຫີນທີ່ມີຮູບແຕ້ມ,ລວດລາຍ,ເຕັກນິກການແຕ້ມ ແລະ ການທັບຊ້ອນຂອງຊັ້ນສີຂອງແຜ່ນຫີນໜ້າຜາ , ການວິໄຈຫ້ອງທົດລອງ ແມ່ນໄດ້ດໍາເນີນການເກັບຕົວຢ່າງ, ການວິເຄາະໂຄງສ້າງໂມເລກຸນດ້ວຍແສງເລເຊີ ແລະ ການກໍານົດອາຍຸທາງວິທະຍາສາດຈາກສານອອກຊາເລດ; ດ້ານການຕີຄວາມໝາຍ ໄດ້ວິເຄາະປັດໃຈດ້ານຄວາມສູງ, ທ່າທາງໃນການແຕ້ມ, ຄວາມໝາຍຂອງສັນຍາລັກ ແລະ ການຈັດລໍາດັບອາຍຸ ; ດ້ານການອະນຸລັກຮັກສາ ແມ່ນໄດ້ປະເມີນການຊຸດໂຊມຈາກໄພທໍາມະຊາດ, ຜົນກະທົບຈາກການເຄື່ອນໄຫວຂອງມະນຸດ ແລະ ການກໍານົດແຜນງານບຸລິມະສິດໃນການປົກປັກຮັກສາ .
ສະຖານທີ່ບູຮານແຫ່ງນີ້ມີການປະສົມປະສານລະຫວ່າງລວດລາຍໃນລະດັບທີ່ມືເອື້ອມເຖິງ ແລະ ລວດລາຍທີ່ຢູ່ສູງຂຶ້ນໄປຫຼາຍແມັດຈາກພື້ນດິນ. ຄວາມສູງບໍ່ເປັນພຽງແຕ່ສິ່ງທ້າທາຍທາງດ້ານເຕັກນິກເທົ່ານັ້ນ ແຕ່ຍັງເປັນຕົວຈັດລະບຽບໃນການອ່ານຄວາມໝາຍ, ການເຂົ້າເຖິງ ແລະ ການອະນຸລັກຮັກສາຕື່ມອີກ , ເຫງິບຜາຫີນແຫ່ງນີ້ ມີລັກສະນະຄ້າຍຄືກັບແຜ່ນຈາລຶກທີ່ມີການຂຽນທັບເຊັ່ນ : ຮູບຊົງມື, ຮູບຊົງຮ່າງຕ່າງໆ, ເຄື່ອງໝາຍ, ສັນຍາລັກ ແລະ ການເກາະໂຕຂອງຫີນປູນແມ່ນໄດ້ຖືກທັບຊ້ອນກັນຕາມກາລະເວລາ . ຮູບມືບາງຮູບແມ່ນຢູ່ສູງເຖິງ 5 ແມັດ ຫຼື ສູງກວ່ານັ້ນ . ໃນຂະນະທີ່ຮູບອື່ນໆ ແມ່ນຢູ່ໃນລະດັບສູງສຸດທີ່ຂອບເຂດເອື້ອມມືເຖິງ, ການເຂົ້າເຖິງຈຸດເຫຼົ້ານີ້ຄາດວ່າຈະຕ້ອງອາໄສແທ່ນຢືນຕາມທໍາມະຊາດ, ການໃຊ້ໄມ້ຍາວ ຫຼື ອຸປະກອນ ແລະ ເຄື່ອງມືຊ່ວຍຍົກຕົວຂຶ້ນ . ສ່ວນລວດລາຍທີ່ຈຸດສູງສຸດ ມັກຈະຖືກເກັບຮັກສາໄວ້ໃນສະພາບທີ່ດີກວ່າ ຍ້ອນໄດ້ຮັບຜົນກະທົບໜ້ອຍຈາກການສໍາຜັດ ຫຼື ການລົບກວນຂອງມະນຸດ , ຮູບມືແບບເປົ່າສີທັບແມ່ນມີຈໍານວນຫຼາຍທີ່ສຸດ ແລະ ຄອບງໍາລວດລາຍທັງໝົດໃນແຫຼ່ງບູຮານແຫ່ງນີ້ .
ຮູບເຄື່ອງໝາຍສັນຍາລັກ ແລະ ຮູບຊົງຄ້າຍຄືມະນຸດປະກອບຮ່ວມກັນເປັນອີກ 2 ກຸ່ມໃຫຍ່ທີ່ສໍາຄັນຮອງລົງມາ , ຮູບສັດ ແລະ ຮູບມືແບບປະທັບແມ່ນມີຈໍານວນໜ້ອຍກວ່າ, ແຕ່ມີຄວາມສໍາຄັນຍິ່ງຕໍ່ກັບການຕີຄວາມໝາຍທາງປະຫວັດສາດ, ຊຶ່ງການຂຶ້ນບັນຊີລາຍຊື່ລວມລວດລາຍທັງໝົດມີເຖິງ 285 ຮູບ . ຈາກນັ້ນກ່ອນຈະກັບລົງມາຈາກຖໍ້າບັນດາແຂກທີ່ເຂົ້າຮ່ວມເປີດພິທີແມ່ນໄດ້ຊົມຮູບແຕ້ມຝາມື,ສັນຍາລັກຕ່າງໆຢູ່ເທິງໜ້າຜາຊຶ່ງເປັນສິ່ງມະຫັດສະຈັນຄວນແກ່ການອະນຸລັກປົກປັກຮັກສາ , ເປັນແຫຼ່ງທ່ອງທ່ຽວ, ເປັນບ່ອນສຶກສາຄົ້ນຄວ້າ-ວິໄຈທາງທໍລະນີສາດ ,ໃຫ້ຄົນຮຸ້ນຫຼັງໄດ້ສືບຕໍ່ປົກປັກຮັກສາ ແລະ ຮຽນຮູ້ຕໍ່ໄປ .
ຈາກນັ້ນໄດ້ມີການຕັດແຖບຜ້າປ້າຍພິທີເປີດ ແລະ ລັ່ນຄ້ອງ 9 ບາດເພື່ອເປັນສີລິມຸງຄຸງໃນການເປີດນໍາໃຊ້ແຫ່ງທໍລະນີສາດ ຖໍ້າຝາມື ໃນຄັ້ງນີ້ .
(ຂ່າວ:ຄຳມ່ວນ)





