CATEGORY

ຂ່າວພາຍໃນ

ຈັບໄດ້ອີກແລ້ວ! ເຈົ້າໜ້າທີ່ຈັບແກັງສະແກມເມີ 43 ຄົນ ຢູ່ໂຮງແຮມ ທັນສະໄໝ ຢູໂຈ້ ບ້ານໜອງວຽງຄໍາ ເມືອງໄຊທານີ

ວັນທີ 6 ກັນຍາ 2026 ເຈົ້າໜ້າທີ່ສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງແກ້ໄຂກຸ່ມແກ້ງກໍ່ອາຊະກໍາທາງອິນເຕີເນັດ ແລະ ການພະນັນອອນລາຍ ຢູ່ໂຮງແຮມ ທັນສະໄໝ ຢູໂຈ້ ຕັ້ງຢູ່ບ້ານໜອງວຽງຄໍາ ຮ່ອມ 3 ເມືອງໄຊທານີ ນະຄອນຫລວງວຽງຈັນ. ຜ່ານການກວດຄົ້ນໂຮງແຮມ ທັນສະໄໝ ຢູໂຈ້ ຊັ້ນ 4 ແລະ ຊັ້ນ 7...

ພະນັກງານກວ່າ 1,000 ຄົນຈະໄດ້ຮັບຜົນກະທົບ ອົງການເອັນພີເອ ຫຼຸດການປະຕິບັດງານຢູ່ ສປປ ລາວ

ອົງການເອັນພີເອມີຄວາມເສຍໃຈທີ່ຕ້ອງແຈ້ງໃຫ້ຊາບວ່າ ພວກເຮົາຈະເລີ່ມຫຼຸດການປະຕິບັດງານຂອງພວກເຮົາຢູ່ ສປປ ລາວ ເຊິ່ງສົ່ງຜົນກະທົບໃຫ້ພະນັກງານທ້ອງຖິ່ນ ແລະ ພະນັກງານຕ່າງປະເທດຫຼາຍກວ່າ 1,000 ຄົນ. ສະຖານະການນີ້ບໍ່ໄດ້ມີຜົນເນື່ອງມາຈາກການປະຕິບັດງານ ຫຼື ພຶດຕິກຳຂອງພະນັກງານ ຫຼື ຄຸນນະພາບ, ຄວາມສຳຄັນ ແລະ ຜົນໄດ້ຮັບສູງຂອງການປະຕິບັດວຽກຢູ່ ສປປ ລາວ. ຫ້ອງການໃຫຍ່ຂອງອົງການເອັນພີເອ ໄດ້ຕັດສິນໃຈວ່າ ອົງການເອັນເອພີບໍ່ສາມາດເຮັດສັນຍາໃໝ່ໃດໆຮ່ວມກັບລັດຖະບານສະຫະລັດອາເມລິກາໄດ້ ເນື່ອງຈາກເງື່ອນໄຂໃໝ່ຂອງທຶນຊ່ວຍເຫຼືອ ທີ່ປະກາດໃຊ້ຕົ້ນປີນີ້. ອົງການເອັນພີເອເຮັດວຽກຮ່ວມກັບລັດຖະບານລາວ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ...

ເຈົ້າໜ້າທີ່ບຸກມ້າງແກ້ງອາຊະຍາກໍາທາງອິນເຕີເນັດ ຈັບຕົວໄດ້ 16 ຄົນ ສັນຊາດຈີນ 14 ຄົນ ແລະ ສັນຊາດໄທອີກ 2 ຄົນ ພ້ອມເຄື່ອງຂອງກາງ ຢູ່ໂຮງແຮມຫົວເຢ້

ໃນອາທິດຜ່ານມາ, ເຈົ້າໜ້າທີ່ສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເຂົ້າມ້າງກຸ່ມແກ້ງກໍ່ອາຊະຍາກໍາທາງອິດເຕີເນັດ ຢູ່ໂຮງແຮມຫົວເຢ້ ເຂດຊັງຈຽງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ກັກຕົວໄດ້ 16 ຄົນ, ໃນນີ້ ສັນຊາດຈີນ 14 ຄົນ, ສັນຊາດໄທ 2 ຄົນ. ພ້ອມນີ້ ຍັງສາດມາດຢຶດເຄື່ອງຂອງກາງໄດ້ ຄອມພິວເຕີຕັ້ງໂຕະ ຈໍານວນ 23 ເຄື່ອງ, ຄອມພິວເຕີ້ໂນດບຸກ...

ເມືອງຫຼວງນໍ້າທາ ໄດ້ຮັບຜົນກະທົບໜັກໜ່ວງ ຫຼາຍດ້ານຈາກໄພພິບັດນ້ຳຖ້ວມ

ຈາກສະພາບໄພພິບັດນໍ້າຖ້ວມ ທີ່ເກີດຈາກຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເກີດຂຶ້ນໃນລະຫວ່າງວັນທີ 29-31 ສິງຫາ 2026 ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ພື້ນຖານໂຄງລ່າງ, ຊັບສິນຂອງລັດ ແລະ ປະຊາຊົນ ໃນ 5 ເມືອງ ຄື: ເມືອງຫຼວງນໍ້າທາ, ເມືອງສິງ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງນາແລ ແຂວງຫຼວງນໍ້າທາ ກວມເອົາ 81 ບ້ານ...

ເຈົ້າໜ້າທີ່ກວາດລ້າງແກ້ງກໍ່ອາຊະຍະກໍາທາງອິນເຕີເນັດ ຢູ່ 2 ຈຸດ ໃນເມືອງໄຊທານີ ຈັບຕົວຜູ້ຖືກຫາໄດ້ 39 ຄົນ

ໃນວັນທີ 3 ກັນຍາ 2026, ເຈົ້າໜ້າທີ່ສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ລົງແກ້ກຸ່ມກໍ່ອາຊະກໍາທາງອິນເນັດ ແລະ ການພະນັນອອນລາຍ ຢູ່ບ້ານ ໂນນແສງຈັນ ແລະ ບ້ານນາທົ່ມ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ. ຈຸດທີ 1 ບ້ານໂນນແສງຈັນ ໜ່ວຍ 38 ສາມາດກັກຕົວຜູ້ຖືກຫາໄດ້ ຈໍານວນ 25 ຄົນ ຍິງ...

ລັດຖະມົນຕີກະຊວງ ປກສ ເດີນທາງໄປຮ່ວມກອງປະຊຸມ ທີ່ ສປ ຈີນ

ວັນທີ 5 ກັນຍາ 2026, ທີ່ສະໜາມບິນສາກົນວັດໄຕ, ໄດ້ມີພິທີສົ່ງ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເພື່ອເດີນທາງໄປຮ່ວມກອງປະຊຸມທີ່ ສປ ຈີນ. ໃຫ້ກຽດສົ່ງຄະນະໃນຄັ້ງນີ້, ມີ ທ່ານ ນາງ ສຽນ ລີຊ່າ ທູດປຶກສາ ຜູ້ປະສານງານ ກະຊວງປ້ອງກັນຄວາມສະຫງົບ ສປ...

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ ແຫ່ງ ສປ ຈີນ ໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນ ໃນວັນທີ 6 ກັນຍາ 2026 ນີ້, ໂດຍການຕ້ອນຮັບ...

ລາວ-ກາຊັກສະຖານ ຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍຢ່າງຮອບດ້ານ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ກາຊຶມ-ໂຈມາດ ໂຕກາຢຽບ (H.E. Mr. Kassym- Jomart Tokayev), ປະທານາທິບໍດີ ແຫ່ງ ສາທາລະນະ ລັດ ກາຊັກສະຖານ, ພະນະທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ...

ຈັບຕົວໄດ້ແລ້ວ! ຊາຍໃຈໂຫດບຸກກໍ່ເຫດຊີງຊັບ ຄາຕະກຳ ເຈົ້າຂອງມິນິມາກ ຢູ່ນະຄອນໄກສອນ

ກໍລະນີ ເຫດການຊີງຊັບ ແລະ ຄາຕະກຳເຈົ້າຂອງຮ້ານມິນິມາກ ແຫ່ງໜຶ່ງ ຢູ່ບ້ານສະໜາມໄຊນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຄືນວັນທີ 03 ກັນຍາ 2026 ແລ້ວເອົາຕົວຫຼົບໜີ. ຫຼ້າສຸດໃນວັນທີ 04 ກັນຍາ 2026 ທາງເຈົ້າໜ້າທີ່ກໍສາມາດຈັບຕົວຄົນຮ້າຍໄດ້ແລ້ວ ທີ່ປ່າບ້ານທ່າສະໂນ ນະຄອນໄກສອນ ເນື່ອງຈາກມີພົນລະເມືອງດີພົບເຫັນຈຶ່ງແຈ້ງເຈົ້າໜ້າທີ່ລົງຈັບກຸມ ສ່ວນລາຍລະອຽດການສືບສວນຈະມາລາຍງານເພີ່ມເຕີມໃຫ້ຊາບພາຍຫຼັງ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃຫ້ກຽດເຂົ້າຮ່ວມ ພິທີມອບຕຳແໜ່ງວິຊາການຄູບໍ່ປະຈຳ ແລະ ປະລິນຍາເອກກິດຕິມະສັກໃຫ້ການນໍາ ແລະ ອະດີດການນໍາຂັ້ນສູງ.

ວັນທີ 4 ກັນຍາ 2026 ຢູ່ສະໂມສອນສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ມີພິທີມອບ-ຮັບຕຳແໜ່ງວິຊາການຄູບໍ່ປະຈຳຂັ້ນສາສະດາຈານກິດຕິມະສັກ, ສາດສະດາຈານພິເສດ ແລະ ປະລິນຍາເອກກິດຕິມະສັກ ມຊ ປະຈຳປີ 2026 ໄດ້ຈັດຂື້ນໃນວັນທີ 4 ກັນຍາ 2026 ຢູ່ສະໂມສອນສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ...

ຂ່າວລ່າສຸດ