ໃນວັນທີ 14 ກັນຍາ 2026 ນີ້, ຢູ່ທີ່ ສະໜາມເຝິກຊ້ອມຈຳລອງ ສະຖານີປ່ຽນຖ່າຍສິນຄ້າວຽງຈັນໃຕ້ ບ້ານ ນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ສະຫາຍ ພົນຕີ ຫຼູ ຊິນຫົວ ຮອງຫົວໜ້າກົມພະລາທິການກອງທັບບົກ ກອງທັບປົດປ່ອຍປະຊາຊົນຈີນ, ພ້ອມດ້ວຍບັນດາຄະນະອະນຸກຳມະການ, ນັກເຝິກຊ້ອມຈາກສອງກອງທັບ ລາວ-ຈີນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ການເຝິກຊ້ອມໃນຄັ້ງນີ້ ມີ 2 ເນື້ອໃນຫຼັກຄື: ການເຝິກຊ້ອມບັນຊາສາມຂັ້ນ ແລະ ການເຝິກຊ້ອມກອບກູ້ຄົນເຈັບ ໂດຍຈັດຕັ້ງເປັນ 4 ຂັ້ນປິ່ນປົວ ຄື: ຊອກຄົ້ນ ແລະ ເຊີດຊູຂັ້ນຕົ້ນ ຢູ່ສະຖານທີ່ເກີດເຫດ; ຄັດແຍກ-ປິ່ນປົວຄົນເຈັບຢູ່ໂຮງໝໍຂັ້ນສອງ; ປິ່ນປົວຄົນເຈັບຢູ່ໂຮງໝໍລົດໄຟ (ໂຮງໝໍຂັ້ນ3) ແລະ ສົ່ງໄປໂຮງໝໍແນວຫຼັງ. ການເຝິກຊ້ອມຄັ້ງນີ້ ໄດ້ຍົກລະດັບຂີດຄວາມສາມາດຂຶ້ນອີກບາດກ້າວໜຶ່ງ ເຊິ່ງແຕກຕ່າງກັບການເຝິກຊ້ອມແຕ່ລະຄັ້ງທີ່ຜ່ານມາ, ໄດ້ນໍາໃຊ້ອຸປະກອນອັດສະລິຍະຫຸ່ນຍົນ, ນໍາໃຊ້ໂດຣນ ເຂົ້າໃນການຊອກຄົ້ນ, ນໍາໃຊ້ລົດບໍ່ມີຄົນຂັບສົ່ງຄົນເຈັບ ເຊິ່ງໄດ້ເປັນໂອກາດດີສ້າງເງື່ອນໃຫ້ແກ່ພະນັກງານແພດໝໍ ກອງທັບປະຊາຊົນລາວ ໄດ້ເຂົ້າເຖິງນະວັດຕະກຳໃໝ່.

ການເຝິກຊ້ອມຄັ້ງນີ້ ໄດ້ນຳໃຊ້ກຳລັງທັງສອງຝ່າຍ ຈຳນວນ 710 ສະຫາຍ ໃນນັ້ນ, ຝ່າຍຈີນມີ 150 ສະຫາຍ, ນຳໃຊ້ພາຫະນະ 65 ຄັນ ນອກນັ້ນ, ຍັງມີໂດຣນ, ອຸປະກອນອັດສະລິຍະຫຸ່ນຍົນ ແລະ ຂະບວນລົດໄຟເສນາຮັກ 19 ຕູ້. ຜົນສໍາເລັດໃນຄັ້ງນີ້ ຍ້ອນການນໍາ ຂອງສອງກະຊວງປ້ອງກັນປະເທດ ລາວ-ຈີນ ໃຫ້ຄວາມສຳຄັນເອົາໃຈໃສ່ຢ່າງໃກ້ຊິດ ແລະ ອຳນວຍຄວາມສະດວກ; ຄະນະຊີ້ນຳ, ອະນຸກຳມະການ ແລະ ແພດໝໍນັກເຝິກຊ້ອມ ທັງລາວ ແລະ ຈີນ ມີຄວາມຮັບຜິດຊອບສູງ ເອົາໃຈໃສ່ປະຕິບັດໜ້າທີ່ຕາມການມອບໝາຍ; ພວກເຮົາຍັງໄດ້ຮັບການສະໜັບສະໜູນຊ່ວຍເຫຼືອດ້ານວັດຖຸ ແລະ ປັດໄຈ ຈາກບັນດາກົມກອງ, ອົງການ, ອໍານາດການປົກຄອງທ້ອງຖິ່ນ ແລະ ບໍລິສັດ-ຫ້າງຮ້ານຕ່າງໆ.

ໂອກາດນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ ທຸກພາກສ່ວນ ທີ່ສຳເລັດໃນການເຝິກຊ້ອມຄັ້ງນີ້ ແລະ ຕີລາຄາສູງ ຕໍ່ການຮ່ວມເຝິກຊ້ອມຊ່ວຍເຫຼືອມະນຸດສະທຳດ້ານການແພດ “ຂະບວນລົດໄຟສັນຕິພາບ-2026” ຂອງສອງກອງທັບ ລາວ-ຈີນ ເຫັນໄດ້ເຖິງຄວາມສາມັກຄີແບບພິເສດ ລະຫວ່າງ ສອງລັດຖະບານ ກໍຄືສອງກອງທັບ ລາວ-ຈີນ ທີ່ໄດ້ຮ່ວມກັນເຊັນສັນຍາແຜນແມ່ບົດ ວ່າດ້ວຍຄູ່ຮ່ວມຊະຕາກຳຮອບດ້ານ ລາວ-ຈີນ ເວົ້າສະເພາະ ເປັນການຍົກລະດັບຂີດຄວາມສາມາດໃນການກອບກູ້, ຊ່ວຍເຫຼືອ ແລະ ແກ້ໄຂເຫດການໄພພິບັດທຳມະຊາດ ຮ່ວມກັນ ລະຫວ່າງ ສອງເຫຼົ່າຮົບເສນາຮັກ.

ຈາກນັ້ນ, ໄດ້ມີພິທີ ຍ້ອງຍໍຜົນງານ ແລະ ມອບໃບຢັ້ງຢືນໃຫ້ກໍາລັງທັງສອງຝ່າຍ ລາວ-ຈີນ ທີ່ເຂົ້າຮ່ວມເຝິກຊ້ອມ ເຊິ່ງໃນນັ້ນ ໄດ້ປະດັບຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ກົມກອງລວມໝູ່ ກອງທັບປົດປ່ອຍປະຊາຊົນຈີນ ຈໍານວນ 3 ກົມກອງ, ປະດັບຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ແກ່ນາຍທະຫານກອງທັບປົດປ່ອຍປະຊາຊົນຈີນ ຈໍານວນ 11 ສະຫາຍ ໂດຍການປະດັບ ຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ, ປະດັບຫຼຽນກາມິດຕະພາບ ກອງທັບປະຊາຊົນລາວ ໃຫ້ແກ່ນາຍທະຫານກອງທັບປົດປ່ອຍປະຊາຊົນຈີນ ຈໍານວນ 91 ສະຫາຍ ໂດຍການປະດັບ ຂອງສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ, ປະດັບຫຼຽນກາລະນຶກໃຫ້ຄະນະຊີ້ນໍາຝ່າຍຈີນ ຈໍານວນ 9 ສະຫາຍ ໂດຍການປະດັບ ຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ແລະ ມອບໃບຢັ້ງຢືນໃຫ້ກໍາລັງເຝິກຊ້ອມຝ່າຍລາວ ໂດຍການມອບ ຂອງ ສະຫາຍ ພົນຕີ ຫຼູ ຊິນຫົວ.
ຂ່າວ: Lao people’s Army News





