ການນຳເມືອງເຊໂປນ ລົງຕິດຕາມສະພາບນໍ້າຖ້ວມກະທົບ 5 ບ້ານຢູ່ເຂດຕາແສງແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ.

Must read

ໃນວັນທີ 13 ກັນຍາ 2026 ທີ່ຜ່ານມານີ້, ທ່ານບຸນສູງ ໄຊຍະວົງ ຮອງເລຂາພັກເມືອງ ພ້ອມມດ້ວຍຄະນະກຳມະການໄພພິບັດຂັ້ນເມືອງໄດ້ລົງຕິດຕາມສະພາບນໍ້າຖ້ວມຢູ່ເຂດຕາແສງແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ, ເຊິ່ງມີບ້ານທີ່ໄດ້ຮັບຜົນກະທົບມີຈຳນວນ 5 ບ້ານຄື: ບ້ານມະຫາດ, ກະຕູບນ້ອຍ, ກະຕູບໃຫຍ່, ບ້ານແດນສະຫວັນ ແລະ ບ້ານຫ້ວຍສານ, ມີຄອບຄົວທີ່ໄດ້ຮັບຜົນກະທົບຈຳນວນ 190 ຄອບຄົວ, ພົນລະເມືອງ 950 ຄົນ, ຍິງ 484 ຄົນ, ຍົກຍ້າຍໄປຢູ່ສູນພັກເຊົາຊົ່ວຄາວຈໍານວນ 104 ຄອບຄົວ, ມີ 520 ຄົນ, ຍິງ 255 ຄົນ, ໂດຍນຳໃຊ້ໂຮງຮຽນປະຖົມ ແລະ ຕັ້ງຕູບຢູ່ພື້ນທີ່ສູງ, ສ່ວນຊັບສິນໄດ້ຖືກຜົນກະທົບແມ່ນລົດກະບະ 1 ຄັນ, ເນື້ອທີ່ການຜະລິດຂອງປະຊາຊົນທີ່ໄດ້ຮັບຜົນກະທົບໃນເບື້ອງຕົ້ນມີຈຳນວນທັງໝົດ 142 ເຮັກຕາ ກວມເອົາ 9 ບ້ານ, ໃນນີ້ປະກອບມີ, ສວນກ້ວຍ 85 ເຮັກຕາ, ສວນມັນຕົ້ນ 32,5 ເຮັກຕາ, ສວນເຂົ້າ 24,4 ເຮັກຕາ ແລະ ໜອງປາ 14 ໜອງ, ສຸກສາລາ 1 ແຫ່ງຄື: ສຸກສາລາກະຕູບ.

ເສັ້ນທາງຄົມມະນາຄົມໄດ້ຮັບຜົນກະທົບນໍ້າຖ້ວມຈຳນວນ 5 ເສັ້ນຄື: ເສັ້ນທາງເລກ 9, ຖືກນໍ້າຖ້ວມຂົວທາງເວັ້ນຢູ່ຫ້ວຍປະຊວນ ບ້ານດົງສະຫວັນ (ພາຫະນະບໍ່ສາມາດສັນຈອນໄດ້) ເສັ້ນທາງເລກທີ PR6306 ບ້ານດົງສະຫວັນຫາລະໂກຖືກນໍ້າຖ້ວມຂັງ, ເສັ້ນທາງPR6307 ບ້ານດົງຫາເມືອງນອງຖືກນໍ້າຖ້ວມຂັງ, ເສັ້ນທາງເລກທີ RR6774 ບ້ານດົງຫາກະຕູບ-ມະຫາດ ຖືກນໍ້າຖ້ວມຫຼາຍຈຸດບໍ່ສາມາດສັນຈອນໄປມາໄດ້ ແລະ ເສັ້ນທາງຢູ່ບ້ານເຊໂປນເກົ່າຖືກຖ້ວມ 2 ຈຸດ ບໍ່ສາມາດສັນຈອນໄປມາໄດ້.

ດ້ານລະບົບໄຟຟ້າໄດ້ງົດຈ່າຍກະແສເຂດກະຕູບ-ມະຫາດຈຳນວນ 6 ບ້ານ, ບາງສ່ວນຂອງເຂດບ້ານແດນສະຫວັນ ແລະ ບ້ານຫ້ວຍສານຊົ່ວຄາວ ເພື່ອຮັບປະກັນຄວາມປອດໄພ ແລະ ພາຍຫຼັງລະດັບນໍ້າຫຼຸດລົງພາກສ່ວນກ່ຽວຂ້ອງຈະໄດ້ເຂົ້າໄປກວດກາຈຶ່ງສາມາດປ່ອຍໄຟຟ້າໃຫ້ປະຊາຊົນຊົມໃຊ້ໄດ້ປົກກະຕິ.

ນອກຈາກນີ້ແລ້ວທາງເມືອງຍັງໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກຢຽວຢາຈຳນວນໜຶ່ງມອບໃຫ້ຄະນະພັກຄະນະປົກຄອງຕາແສງນຳໄປແຍກຢາຍໃຫ້ພໍ່ແມ່ປະຊາຊົນທີ່ຖືກຜົນກະທົບ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article