ວັນທີ 9 ກັນຍາ 2026 ພະແນກະສິກຳ ແລະ ສິ່ງແວດລ້ອມ ແຂວງອັດຕະປື, ໄດ້ແຈ້ງເຕືອນມາຍັງ ປະຊາຊົນບັນດາເຜົ່າ ອົງການຈັດ ຕັ້ງທຸກພາກສ່ວນ-ທຸກຂັ້ນ ພາຍໃນແຂວງອັດຕະປື ກ່ຽວກັບ ການປ່ອຍນໍ້າອອກຈາກອ່າງເກັບນໍ້າເຂື່ອນອາເລື່ອຍ (ສສ ຫວຽດນາມ) ໃນວັນທີ 12 ກັນຍາ 2026.ຮັບຊາບວ່າ:
ເຂື່ອນໄຟຟ້ານໍ້າຕົກອາເລື່ອຍ ຢູ່ ສສ ຫວຽດນາມ ເຊິ່ງ ເປັນເຂື່ອນທີ່ຕັ້ງຢູ່ເຊກອງຕອນເທິງຂອງແຂວງເຊກອງ ແລະ ແຂວງອັດຕະປື ຈະໄດ້ມີການລະບາຍນໍ້າອອກຈາກອ່າງເກັບນໍ້າ ທີ່ຈະໄຫລລົງສູ່ສາຍນໍ້າເຊກອງຕອນລຸ່ມ ກໍ່ຄືແຂວງເຊກອງ ແລະ ແຂວງອັດຕະປື, ການປ່ອຍນໍ້າຈະເພີ່ມຂຶ້ນເທື່ອລະ ກ້າວ ແລະ ຄາດວ່າການປ່ອຍນໍ້າດັ່ງກ່າວ ຈະຮອດລະດັບສູງສຸດບໍ່ເກີນ 600 m³/s (ຫົກຮ້ອຍແມັດກ້ອນ ຕໍ່ວິນາທີ) ເຊິ່ງ ຄາດວ່າຈະເລີ່ມປ່ອຍແຕ່ເວລາ 13:00 ໂມງ ຂອງວັນທີ 12 ກັນຍາ 2026.
ການປ່ອຍນໍ້າດັ່ງກ່າວ ຈະເຮັດໃຫ້ລະດັບນໍ້າ ເຊກອງສູງຂຶ້ນກວ່າເກົ່າບໍ່ເກີນ 50-100 ຊັງຕີແມັດ. ລະດັບນໍ້າເຊກອງ ໃນວັນທີ 10 ກັນຍາ 2026 ເວລາ 12:30 ໂມງ ວັດແທກໄດ້ທີ່ລະດັບ 8.731 ແມັດ ແລະ ຖ້າອີກ 01 ແມັດ ກໍ່ຍັງເຫັນວ່າຍັງຢູ່ໃນເກນປົກກະຕິ ແລະ ຂຶ້ນກັບປະລິ ມານນໍ້າຝົນ ແລະ ສາຂາຍ່ອຍມາກະທົບໃສ່. ມວນນໍ້າທີ່ປ່ອຍອອກມາຄາດວ່າ ຈະຮອດແຂວງອັດຕະປື ໃນລະຫວ່າງ ຕອນຄ້າຍແລງຂອງວັນທີ 13 ກັນຍາ 2026.
ດັ່ງນັ້ນ, ຈິ່ງແຈ້ງເຕືອນມາຍັງປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນ-ທຸກຂັ້ນ ພາຍໃນແຂວງອັດຕະປື ໂດຍສະເພາະ ຜູ້ທີ່ອາໄສດຳລົງຊີວິດ ແລະ ທຳການຜະລິດໃນພື້ນທີ່ຕໍ່າ ຈົ່ງມີສະຕິລະວັງຕົວກຽມພ້ອມຮັບມື ບັນຫາທີ່ ອາດຈະເກີດຂຶ້ນ ຈາກມວນໍ້າດັ່ງກ່າວ. ພ້ອມກັນນີ້ ກໍ່ຂໍໃຫ້ຕິດຕາມການລາຍງານຂ່າວ ຈາກພະແນກກະສິກຳ ແລະ ສິ່ງ ແວດລ້ອມ ຫຼື ຕິດຕາມຂ່າວສານທາງວິທະຍຸ, ໂທລະພາບ ແລະ ບັນດາສື່ອອນລາຍນ໌ ທີ່ມີການຢັ້ງຢືນຢ່າງເປັນລາຍລັກ ອັກສອນຈາກທາງການຄັກແນ່.






