ເລື່ອງໃກ້ຕົວເຈົ້າລ້າງ“ຫວີ”ຄັ້ງຫລ້າສຸດມື້ໃດ?

Must read

ເວລາວີຜົມ ຫຼາຍຄົນໃຊ້ງານແຕ່ເຄີຍສັງເກດບໍວ່າ ລະຫວ່າງສ້ຽວຫວີ (ຊີ່ຫວີ) ອາດມີຄາບສີຂາວ, ຄາບມັນ ຫຼື ຝຸ່ນສະສົມຢູ່ ເຖິງແມ່ນວ່າຈະເບິ່ງບໍ່ເຫັນຊັດເຈນກໍຕາມ.

ຄວາມຈິງແລ້ວ ຫວີເປັນເຄື່ອງໃຊ້ທີ່ສຳຜັດທັງເສັ້ນຜົມ ແລະ ໜັງຫົວທຸກວັນ ຈຶ່ງສາມາດສະສົມສິ່ງສົກກະປົກໄດ້ເລື້ອຍໆ ຖ້າບໍ່ເຄີຍລ້າງເປັນເວລານານ ຄາບເຫຼົ່ານີ້ອາດຕິດກັບຄືນໄປ ບົນເສັ້ນຜົມທຸກຄັ້ງທີ່ວີ.

ຫວີສະສົມຫຍັງໄດ້ແດ່? ນອກຈາກເສັ້ນຜົມທີ່ຫຼຸດຮ່ວງແລ້ວ, ຫວີຍັງອາດມີສິ່ງຕົກຄ້າງ ເຊັ່ນ:

  • ນ້ຳມັນຈາກໜັງຫົວ
  • ເຊລຜິວໜັງທີ່ຫຼຸດລອກ
  • ຝຸ່ນລະອອງຈາກອາກາດ
  • ຄາບແຊມພູ, ຄຣີມນວດ ຫຼື ຜະລິດຕະພັນຈັດແຕ່ງຊົງຜົມ
  • ສິ່ງສົກກະປົກທີ່ຕິດມາຫາກັບເສັ້ນຜົມລະຫວ່າງວັນ

ເມື່ອສະສົມຕໍ່ເນື່ອງ, ຫວີອາດເບິ່ງມົວໝອງ, ມີຄາບໜຽວ ຫຼື ມີກິ່ນອັບໄດ້.

ຖ້າບໍ່ລ້າງຫວີ ສ່ຽງຫຍັງແດ່? ການບໍ່ລ້າງຫວີ ບໍ່ໄດ້ໝາຍຄວາມວ່າຈະເຮັດໃຫ້ເກີດພະຍາດສະເໝີໄປ, ແຕ່ສິ່ງສົກກະປົກທີ່ສະສົມອາດເຮັດໃຫ້ເກີດບັນຫາ ເຊັ່ນ:

  • ຫວີບໍ່ລື່ນ, ສາງຜົມໄດ້ຍາກຂຶ້ນ
  • ຄາບນ້ຳມັນ ແລະ ຜະລິດຕະພັນຕົກຄ້າງກັບມາຕິດເສັ້ນຜົມ
  • ຫວີເບິ່ງສົກກະປົກ ແລະ ມີກິ່ນອັບ
  • ຫາກໃຊ້ຫວີຮ່ວມກັບຜູ້ອື່ນ ອາດເພີ່ມໂອກາດແຜ່ກະຈາຍບັນຫາໜັງຫົວ ຫຼື ປໍລະສິດ (ແມ່ທ້ອງ/ເຫົາ) ເຊັ່ນ: ເຫົາ, ຈຶ່ງຄວນແຍກໃຊ້ເປັນຂອງສ່ວນຕົວ.

ຄວນລ້າງຫວີເລື້ອຍສ່ຳໃດ? ຜູ້ຊ່ຽວຊານດ້ານການດູແລເສັ້ນຜົມຫຼາຍແຫ່ງແນະນຳວ່າ:

  • ດຶງເສັ້ນຜົມທີ່ຕິດຫວີອອກທຸກຄັ້ງຫຼັງການໃຊ້ງານ
  • ລ້າງຫວີປະມານອາທິດລະ 1 ຄັ້ງ ຫາກໃຊ້ທຸກວັນ
  • ຫາກໃຊ້ຜະລິດຕະພັນຈັດແຕ່ງຊົງຜົມເປັນປະຈຳ ຫຼື ໜັງຫົວມັນຫຼາຍ ອາດ ຕ້ອງລ້າງໃຫ້ເລື້ອຍຂຶ້ນ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article