“ທຣຳ” ອວດໂສມ “ລານຈອດເຮລິຄອບເຕີ” ໃໝ່ແກັດກ່ອງກາງທຳນຽບຂາວ ເດີນໜ້າໂປຣເຈັກກໍ່ສ້າງໃໝ່

ປະທານາທິບໍດີ ໂດນັລ ທຣຳ ພາສື່ມວນຊົນຢ່ຽມຊົມລານຈອດເຮລິຄອບເຕີແຫ່ງໃໝ່ບໍລິເວນເດີ່ນຫຍ້າດ້ານໃຕ້ຂອງທຳນຽບຂາວ ພ້ອມເປີດເຜີຍລາຍລະອຽດໂຄງການປັບປຸງພື້ນທີ່ໂດຍຮອບ ຂະນະທີ່ການກໍ່ສ້າງຫ້ອງບອນຣູມ (Ballroom) ອາຄານຈັດລ້ຽງຂະໜາດໃຫຍ່ຍັງເດີນໜ້າຢ່າງໄວວາ ທ່າມກາງສຽງວິພາກວິຈານກ່ຽວກັບການຮື້ພື້ນທີ່ປະຫວັດສາດ ແລະ ຂໍ້ກັງວົນກ່ຽວກັບການໃຊ້ງົບປະມານຂອງລັດ.
ປະທານາທິບໍດີ ໂດນັລ ທຣຳ ຜູ້ນຳສະຫະລັດຯ ເປີດໂຕລານຈອດເຮລິຄອບເຕີແຫ່ງໃໝ່ຂອງທຳນຽບຂາວ ໃນວັນພຸດ ພ້ອມພາສື່ມວນຊົນຍ່າງຊົມພື້ນທີ່ກໍ່ສ້າງບໍລິເວນເດີ່ນຫຍ້າດ້ານໃຕ້ຂອງທຳນຽບຂາວ ເຊິ່ງເປັນໜຶ່ງໃນຫຼາຍໂຄງການກໍ່ສ້າງ ແລະ ປັບປຸງຄັ້ງໃຫຍ່ທີ່ລັດຖະບານ ທຣຳ ກຳລັງເລ່ງດຳເນີນການ ເພື່ອຝາກຜົນງານ ແລະ ສ້າງພາບະລັກໃໝ່ໃຫ້ວໍຊິງຕັນ ດີ.ຊີ.
ທຣຳ ເຊິ່ງມີປະສົບການໃນທຸລະກິດອະສັງຫາລິມະຊັບ ກ່າວກັບຜູ້ສື່ຂ່າວລະຫວ່າງພາຊົມພື້ນທີ່ວ່າ “ສິ່ງໜຶ່ງທີ່ຂ້ອຍຮູ້ນັ້ນກໍຄືການກໍ່ສ້າງ” ພ້ອມສະແດງຄວາມສົນໃຈໃນລາຍລະອຽດຂອງງານ ຕັ້ງແຕ່ການວາງເສົາຫຼັກ, ການຕັດແຜ່ນຫີນແກຣນິດ ໄປຮອດການປັບພື້ນຜິວ ແລະ ກຳຈັດຂຸມບວກ.
ທຣຳ ກ່າວວ່າ ລານຈອດເຮລິຄອບເຕີປູດ້ວຍຫີນແກຣນິດ ເນື່ອງຈາກເຮລິຄອບເຕີ Marine One ຮຸ່ນໃໝ່ທີ່ຈະເຂົ້າປະຈຳການ ອາດສ້າງຄວາມເສຍຫາຍ ຫຼື ເຮັດໃຫ້ເດີ່ນຫຍ້າບໍລິເວນດ້ານໃຕ້ເສຍຫາຍຈາກຄວາມຮ້ອນ ແລະ ແຮງລົມຈາກໃບພັດ. ເພິ່ນກ່າວວ່າ ການມີລານຈອດທີ່ປູດ້ວຍຫີນຈະຊ່ວຍປ້ອງກັນບໍ່ໃຫ້ເດີ່ນຫຍ້າໄດ້ຮັບຄວາມເສຍຫາຍ ພ້ອມລະບຸວ່າໂຄງການຈະແລ້ວເສັດທັນກຳນົດການຢ່ຽມຢາມສະຫະລັດຯ ຂອງ ປະທານາທິບໍດີ ສີ ຈິ້ນຜິງ ຂອງຈີນ ໃນວັນທີ 24 ກັນຍາ.
ທຣຳ ຍັງຢືນຢັນວ່າ ກ່ອນໜ້ານີ້ເພິ່ນເປັນຜູ້ສັ່ງໃຫ້ຮື້ ແລະ ເຮັດສ່ວນໜຶ່ງຂອງລານຈອດເຮລິຄອບເຕີໃໝ່ ຫຼັງພົບວ່າພື້ນທີ່ເດີມມີຄວາມຊັນຫຼາຍເກີນໄປ ແຄ້ວ່າຄວາມຊັນຈະຊ່ວຍລະບາຍນ້ຳຝົນກໍຕາມ. ເພິ່ນກ່າວວ່າ ຕ້ອງການໃຫ້ລານຈອດໃໝ່ມີລັກສະນະ “ຮາບພຽງສະໜິດ” ແລະ ຍອມຮັບກັບກຸ່ມຄົນງານວ່າ ການຮື້ ແລະ ປັບປຸງງານເດີມເຮັດໃຫ້ໂຄງການຕ້ອງໃຊ້ເວລາເພີ່ມຂຶ້ນປະມານ 1 ອາທິດເຄິ່ງ. ບໍລິເວນລານຈອດຈະມີຕາປະທານາທິບໍດີສະຫະລັດຯ ຂະໜາດໃຫຍ່ຝັງຢູ່ເທິງພື້ນ ໂດຍ ທຣຳ ໄດ້ລົງລາຍເຊັນໄວ້ດ້ານຫຼັງແຜ່ນຫີນທີ່ແກະສະຫຼັກເປັນຮູບຫົວນົກອິນຊີ ກ່ອນທີ່ແຜ່ນຫີນດັ່ງກ່າວຈະຖືກນຳໄປຕິດຕັ້ງເປັນສ່ວນໜຶ່ງຂອງຕາປະທານາທິບໍດີ.
ນອກຈາກລານຈອດເຮລິຄອບເຕີແລ້ວ ທຣຳ ຍັງເປີດເຜີຍວ່າ ທາງທຳນຽບຂາວໄດ້ປັບປຸງຖະໜົນທາງເຂົ້າດ້ານໜຶ່ງທີ່ເດີມເປັນພື້ນຍາງມະຕອຍ ໂດຍປ່ຽນເປັນຫີນແກຣນິດສີຂາວທີ່ນຳມາຈາກລັດແຄລິຟໍເນຍ ເຊິ່ງເພິ່ນລະບຸວ່າເປັນຫີນຊະນິດພິເສດ ແລະ ເໝາະສົມກັບທຳນຽບຂາວຫຼາຍກວ່າ. ທຣຳ ຍັງພາສື່ຊົມການປັບປຸງສ່ວນຕ່າງໆ ຂອງໂຕອາຄານທຳນຽບຂາວ ລວມເຖິງການລອກສີ ແລະ ທາສີບໍລິເວນດ້ານໜ້າໃໝ່ ພ້ອມຊີ້ໃຫ້ເຫັນພື້ນຫີນ ແລະ ເດີ່ນຫຍ້າທີ່ໄດ້ຮັບການປັບປຸງ.
ການກໍ່ສ້າງລານຈອດເຮລິຄອບເຕີສົ່ງຜົນໃຫ້ພື້ນທີ່ສ່ວນໃຫຍ່ຂອງເດີ່ນຫຍ້າປະຫວັດສາດບໍລິເວນດ້ານໃຕ້ຖືກຂຸດ ແລະ ປັບພື້ນທີ່ ເຊິ່ງເດີ່ນແຫ່ງນີ້ເຄີຍເປັນສະຖານທີ່ສຳລັບເຫດການສຳຄັນທາງປະຫວັດສາດຂອງສະຫະລັດຯ ຫຼາຍຄັ້ງ.
ໜຶ່ງໃນເຫດການສຳຄັນຄືການທີ່ອະດີດປະທານາທິບໍດີ ຣິຊາດ ນິກສັນ ເດີນທາງອອກຈາກທຳນຽບຂາວຫຼັງປະກາດລາອອກຈາກຕຳແໜ່ງໃນປີ 1974 ແລະ ພື້ນທີ່ດັ່ງກ່າວຍັງກ່ຽວຂ້ອງກັບພິທີການສຳຄັນດ້ານການທູດ ລວມເຖິງການລົງນາມຂໍ້ຕົກລົງອອດໂສຼ (Oslo Accords) ໃນປີ 1993.
ການເດີນໜ້າກໍ່ສ້າງຢ່າງຕໍ່ເນື່ອງຂອງ ທຣຳ ໃນສະໄໝທີສອງ ເຮັດໃຫ້ເກີດສຽງວິພາກວິຈານຈາກຝ່າຍທີ່ບໍ່ເຫັນດີ ໂດຍສະເພາະໂຄງການກໍ່ສ້າງ ຫ້ອງບອນຣູມຂະໜາດປະມານ 90,000 ຕາແມັດ ເຊິ່ງກ່ຽວຂ້ອງກັບການຮື້ພື້ນທີ່ບໍລິເວນປີກຕາເວັນອອກຂອງທຳນຽບຂາວ.
ເຖີງແມ່ນວ່າຫ້ອງບອນຣູມຈະບໍ່ໄດ້ຢູ່ໃນເສັ້ນທາງການຍ່າງຊົມຄັ້ງນີ້ ແຕ່ ທຣຳ ກໍໄດ້ກ່າວເຖິງໂຄງການດັ່ງກ່າວຫຼາຍຄັ້ງ ໂດຍລະບຸວ່າໂຄງການຈະມີສິ່ງອຳນວຍຄວາມສະດວກດ້ານຄວາມໝັ້ນຄົງໃຕ້ດິນ ລວມເຖິງບັງເກີລັບ ແລະ ພື້ນທີ່ສຳລັບໂດຣນເທິງຫຼັງຄາ. ທຣຳ ເຖິງຂັ້ນຮຽກໂຄງການນີ້ວ່າ “ສູນບັນຊາການທາງການທະຫານປະສົມຫ້ອງບອນຣູມທີ່ຍິ່ງໃຫຍ່ທີ່ສຸດໃນໂລກ”.
ແນວໃດກໍຕາມ ໂຄງການດັ່ງກ່າວໄດ້ເຜຊີນກັບກະບວນການທາງກົດໝາຍ ໂດຍລັດຖະບານ ທຣຳ ໄດ້ຍື່ນເລື່ອງຕໍ່ສານສູງສຸດສະຫະລັດຯ ຂໍໃຫ້ອະນຸຍາດໃຫ້ສາມາດເດີນໜ້າກໍ່ສ້າງຕໍ່ໄດ້ ໂດຍໃຫ້ເຫດຜົນດ້ານຄວາມໝັ້ນຄົງແຫ່ງຊາດ. ທຣຳ ກ່າວວ່າ ເພິ່ນບໍ່ຄິດວ່າສານສູງສຸດຈະມີຄຳຕັດສິນທີ່ຂັດຂວາງໂຄງການ ແລະ ບອກວ່າແທບບໍ່ສາມາດຈິນຕະນາການເຖິງສະຖານະການດັ່ງກ່າວໄດ້.
ເອກະສານທີ່ລັດຖະບານຍື່ນຕໍ່ສານລະບຸວ່າ ການກໍ່ສ້າງຫ້ອງບອນຣູມດຳເນີນໄປຢ່າງໄວວາ ໂດຍມີຄົນງານປະມານ 250 ຄົນເຮັດວຽກມື້ລະ 20 ຊົ່ວໂມງ ຕະຫຼອດ 7 ມື້ຕໍ່ອາທິດ ແລະ ໂຄງການກໍ່ສ້າງທັງໝົດມີຄວາມຄືບໜ້າປະມານ 65%.
ທຣຳ ຢືນຢັນມາໂດຍຕະຫຼອດວ່າ ຫ້ອງບອນຣູມຈະໄດ້ຮັບເງິນສະໜັບສະໜູນຈາກພາກເອກະຊົນ ແຕ່ລາຍງານຂ່າວກ່ອນໜ້ານີ້ລະບຸວ່າ ມີການໃຊ້ງົບປະມານຈາກຜູ້ເສຍພາສີຈຳນວນຫຼາຍກັບໂຄງການດັ່ງກ່າວ ເຊິ່ງອາດມີມູນຄ່າສູງເຖິງ 600 ລ້ານໂດລາສະຫະລັດ.
ການກໍ່ສ້າງລານຈອດເຮລິຄອບເຕີ ແລະ ຫ້ອງບອນຣູມ ເປັນສ່ວນໜຶ່ງຂອງແຜນງານຂະໜາດໃຫຍ່ຂອງ ທຣຳ ໃນການປັບປຸງກຸງວໍຊິງຕັນ ດີ.ຊີ. ກ່ອນສິ້ນສຸດວາລະທີສອງໃນເດືອນມັງກອນ 2029. ໂຄງການອື່ນໆ ຍັງລວມເຖິງການປັບປຸງ ສະທ້ອນນ້ຳໜ້າອານຸສອນສະຖານລິນຄອນ (Lincoln Memorial Reflecting Pool) ແລະ ສວນສາທາລະນະຫຼາຍແຫ່ງ ຕະຫຼອດຮອດແຜນກໍ່ສ້າງຊຸ້ມປະຕູໄຊຂະໜາດໃຫຍ່.
ປະທານາທິບໍດີຍັງມອງເຖິງການໃຊ້ພື້ນທີ່ທີ່ໄດ້ຮັບການປັບປຸງໃໝ່ເພື່ອຮອງຮັບການຢ່ຽມຢາມຂອງຜູ້ນຳຕ່າງປະເທດ ໂດຍຈິນຕະນາການວ່າແຂກສາມາດລົງຈາກຮົບໃນຖະໜົນສາຍໃໝ່ ຍ່າງຜ່ານທາງຍ່າງໄປຫາລານຈອດເຮລິຄອບເຕີ ຈັດງານລ້ຽງຕ້ອນຮັບກາງແຈ້ງ ກ່ອນເຂົ້າສູ່ຫ້ອງບອນຣູມ.
ການພາສື່ຍ່າງຊົມພື້ນທີ່ກໍ່ສ້າງແບບບໍ່ເປັນທາງການຄັ້ງນີ້ ຖືເປັນຄັ້ງທີສອງໃນປີນີ້ ແລະ ສະທ້ອນໃຫ້ເຫັນວ່າ ງານກໍ່ສ້າງ ແລະ ການປັບປຸງສະຖານທີ່ສຳຄັນໃນກຸງວໍຊິງຕັນກາຍເປັນສ່ວນສຳຄັນຂອງພາບະລັກ ແລະ ແນວຄິດເລື່ອງມໍລະດົກທາງການເມືອງທີ່ ທຣຳ ຕ້ອງການຝາກໄວ້ໃນຊ່ວງດຳລົງຕຳແໜ່ງສະໄໝທີສອງ ຂະນະທີ່ໂຄງການເຫຼົ່ານີ້ຍັງຄົງເຜຊີນທັງຄຳຖາມດ້ານກົດໝາຍ, ງົບປະມານ ແລະ ການອະນຸລັກພື້ນທີ່ປະຫວັດສາດຂອງທຳນຽບຂາວ.
(ແຫຼ່ງຂ່າວ: CNN / AFP)





