
“ໂດນັນ ທຣໍາ” ປະກາດເດີນໜ້າປະຕິບັດການກົດດັນເສດຖະກິດອີຣານຄັ້ງໃຫຍ່ທີ່ສຸດ ຂູ່ລົງໂທດທາງເສດຖະກິດຢ່າງຮຸນແຮງຕໍ່ທຸກປະເທດທີ່ຊ່ວຍເຫຼືອ ຫຼື ເຮັດທຸລະກິດກັບລັດຖະບານອີຣານ
ວັນທີ 20 ສິງຫາ 2026, ປະທານາທິບໍດີ ໂດນັນ ທຣໍາ ຂອງສະຫະລັດອາເມຣິກາ ປະກາດເດີນໜ້າປະຕິບັດການກົດດັນທາງເສດຖະກິດຄັ້ງໃຫຍ່ຕໍ່ອີຣານ ພ້ອມເຕືອນວ່າ ທຸກປະເທດທີ່ໃຫ້ຄວາມຊ່ວຍເຫຼືອ ຫຼື ເຮັດທຸລະກິດກັບອີຣານ ຈະຕ້ອງປະເຊີນຜົນກະທົບທາງເສດຖະກິດຢ່າງຮຸນແຮງ.
ທຣໍາ ປະກາດຜ່ານແພຼດຟອມ ທຣູທ ໂຊຊຽລ (Truth Social) ວ່າ ສະຫະລັດອາເມຣິກາ ກຳລັງເປີດສາກປະຕິບັດການທາງເສດຖະກິດຄັ້ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາຕໍ່ປະເທດໃດໆ ໂດຍລະບຸວ່າ ຈະເປັນການເຮັດສົງຄາມເສດຖະກິດ ແລະ ການໂດດດ່ຽວອີຣານໃນລະດັບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ.
ຜູ້ນໍາສະຫະລັດອາເມຣິກາ ຍັງເຕືອນອີກວ່າ ປະເທດໃດກໍຕາມທີ່ເປີດທາງໃຫ້ສະຖາບັນການເງິນ, ບໍລິສັດທຸລະກິດ, ສະໜາມບິນ ຫຼື ຫນ່ວຍງານລັດຖະບານ ຈັດຫາຄວາມຊ່ວຍເຫຼືອ ຫຼື ເປັນເສັ້ນເລືອດລຳລຽງໃນຮູບແບບໃດໆ ໃຫ້ແກ່ອີຣານ ຈະຕ້ອງປະເຊີນຜົນກະທົບທາງເສດຖະກິດຢ່າງມະຫາສານ.
ແນວໃດກໍຕາມ, ທຣໍາ ຍັງບໍ່ໄດ້ລະບຸລາຍລະອຽດວ່າ ມາດຕະການລົງໂທດປະເທດທີ່ຊ່ວຍເຫຼືອອີຣານຈະມີຮູບແບບໃດ ຫຼື ຈະມຸ່ງເປົ້າໄປຍັງປະເທດໃດເປັນພິເສດ ໃນຂະນະທີ່ສະຖານະການຄວາມຂັດແຍ້ງລະຫວ່າງ ສະຫະລັດອາເມຣິກາ ກັບ ອີຣານ ຍັງຄົງສົ່ງຜົນກະທົບຕໍ່ການຄ້າ ແລະ ພະລັງງານໃນເຂດແດນ.





