ຮ່ອງຄວາມກົດດັນອາກາດຕໍ່າ ຫລື ຮ່ອງຝົນຍັງຈະສືບຕໍ່ພາດຜ່ານຢູ່ພາກເຫນືອ ແລະ ພາກກາງຂອງປະເທດລາວ ປ່ອງໃສ່ຍ່ອມຄວາມກົດດັນອາກາດຕໍ່າຢູ່ເຂດທະເລຈີນໃຕ້, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມພາກກາງ ແລະ ພາກໃຕ້ດ້ວຍກໍາລັງ ປານກາງ ຫາ ແຮງ, ຢ່າງໃດກໍຕາມ, ຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະຕົກຫນັກຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ.
ດັ່ງນັ້ນ, ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກປານກາງ ຫາ ຕົກຫນັກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ມີນ້ໍາຖ້ວນຊູ, ຖ້ວນຍິ່ງ, ດິນເຈື່ອນ ແລະ ນ້ໍາຖ້ວມຂັງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາຕ ຢ່າງຕໍ່ເນື່ອງ.









