
ທີມຢູ 10 ສະໂມສອນ ເບ ສະຫວັນ ເອັບຊີ ສ້າງສະຖິຕິໃໝ່ໃນການຍິງປະຕູຄູ່ແຂ່ງຂັນເຖິງ 75 ປະຕູ ບໍ່ເສຍຈັກປະຕູ ໄດ້ແຊັມໃນການແຂ່ງຂັນເຕະບານຊີງແຊັມນາໆຊາດທີ່ນະຄອນທາຍຫງຽນ ສສ ຫວຽດນາມ ຫຼື VIETNAMINTERNATIONALACFFOOTBALLTOURNAMENT ໄດ້ເດີນທາງກັບເຖິງບ້ານເກີດ ໂດຍໄດ້ຮັບການຕ້ອນຮັບຈາກການນຳ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ.
ພິທີຕ້ອນຮັບ ທີມເຕະບານເຍົາວະຊົນ ເບ ສະຫວັນ ເອັບຊີ ຫຼື Bay Savanh FC ເດີນທາງກັບເຖິງບ້ານເກີດເມືອງນອນ ໃນວັນທີ 23 ມິຖຸນານີ້ ນຳໂດຍທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນເຕະບານຄົນພິການຕາແຫ່ງຊາດລາວ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ທັງເປັນປະທານກິຕິມະສັກ ສະໂມສອນ ເບ ສະຫວັນ ເອັບຊີ, ໃຫ້ກຽດຕ້ອນຮັບຢ່າງສົມກຽດ ໂດຍທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ ແລະ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ພ້ອມດ້ວຍບັນດາຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກປະທານປົກຄອງເມືອງ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ຜູ້ປົກຄອງນັກກິລາ ແລະ ຊາວຕ່າງຊາດ ຮ່ວມສະແດງຄວາມຍິນດີ.

ທ່ານ ບຸນມີ ຫຼຽມໄຊຍະຈັກ ໃຫ້ສຳພາດວ່າ: ປີນີ້ ສະໂມສອນ ເບ ສະຫວັນ ເອັບຊີ ໄດ້ມີແຜນການເຄື່ອນໄຫວສົ່ງນັກກິລາຮ່ວມແຂ່ງຂັນນອກປະເທດຫຼາຍລາຍການ ແລະ ລາຍການຊີງແຊັມທີ່ ສສ ຫວຽດນາມ ກໍເປັນອີກໜຶ່ງລາຍການທີ່ໄດ້ສົ່ງນັກກິລາ ຈຳນວນ 10 ກວ່າຄົນ ແລະ ຄູຝຶກ 3 ທ່ານ ສ່ວນທີ່ເຫຼືອແມ່ນຄະນະບໍລິຫານງານ ແລະ ພໍ່ແມ່ຜູ້ປົກຄອງນັກກິລາຕິດຕາມໄປດ້ວຍກັນ ຊຶ່ງຜົນງານກໍເຮັດໃຫ້ຊາວລາວ ກໍຄື ຊາວ ນະຄອນຫຼວງວຽງຈັນ ໄດ້ພາກພູມໃຈ ນັກເຕະທີມ ເບ ສະຫວັນ ສາມາດຍາດໄດ້ອັນດັບທີ 1 ມາຄອງ ໂດຍລົງສະໜາມ 6 ນັດ ສາມາດເອົາຊະນະລວດ 6 ນັດ ພ້ອມສ້າງສະຖິຕິໃໝ່ບໍ່ເສຍຈັກປະຕູ ຄວ້າແຊັມເຕະບານຊີງແຊັມນາໆຊາດ ທີ່ ສສ ຫວຽດນາມ ມາຄອງ. ແນວໃດກໍດີ, ໃນຕໍ່ໜ້າຕົ້ນເດືອນກໍລະກົດນີ້ ຈະສົ່ງນັກກລາເຂົ້າຮ່ວມແຂ່ງຂັນເຕະບານຊີງແຊັມນາໆ ທີ່ແຂວງຊຽງ ໃໝ່ ປະເທດໄທ ຄາດວ່າຈະມີທີມຈາກ 15 ຊາດເຂົ້າຮ່ວມ ນອກນັ້ນ ກໍຈະສົ່ງນັກກິລາໄປຮ່ວມຊີງແຊັມທີ່ນະຄອນຊຽງໄຮ ສປ ຈີນ ຕື່ມອີກ.
ຂ່າວ: ສົງການ ພັນແພງດີ





