ນັກວິໄຈເປີດໂຕວັກຊີນຮູບແບບໃໝ່ ຄິດຄົ້ນໂດຍ AI ເປັນຄັ້ງທຳອິດຂອງໂລກ ເລີ່ມທົດສອບໃນມະນຸດແລ້ວ ຫວັງປ້ອງກັນໄວຣັດໂຄໂຣນາທຸກສາຍພັນທຸ໌ ໄປຮອດໄວຣັດຈາກສັດທີ່ອາດກໍ່ໂລກລະບາດໃຫຍ່ໃນອະນາຄົດ.
ວັນທີ 5 ມິຖຸນາ 2569 ທີມນັກວິໄຈຈາກມະຫາວິທະຍາໄລ ເຄມບຣິດ ໃນອັງກິດ ເປີດເຜີຍຄວາມສຳເລັດໃນການພັດທະນາວັກຊີນຮູບແບບໃໝ່ທີ່ໃຊ້ເຕັກໂນໂລຊີປັນຍາປະດິດ ຫຼື AI ອອກແບບອົງປະກອບສຳຄັນຂອງວັກຊີນທັງໝົດ ກ່ອນນຳມາທົດສອບໃນມະນຸດເປັນຄັ້ງທຳອິດຂອງໂລກ ໂດຍຫວັງວ່າວັກຊີນນີ້ຈະສາມາດປ້ອງກັນໄວຣັດໄດ້ໃນວົງກວ້າງ ແລະ ຊ່ວຍຫຼຸດຄວາມສ່ຽງຈາກໂລກລະບາດໃຫຍ່ໃນອະນາຄົດ.
ລາຍງານຂ່າວລະບຸວ່າ ວັກຊີນນີ້ຖືກອອກແບບໃຫ້ສາມາດກະຕຸ້ນພູມຕ້ານທານຕໍ່ໄວຣັດໂຄໂຣນາຫຼາຍຊະນິດ ບໍ່ພຽງແຕ່ຄອບຄຸມໂຄວິດ-19 ທຸກສາຍພັນທຸ໌ເທົ່ານັ້ນ ແຕ່ຍັງລວມເຖິງໄວຣັດໂຄໂຣນາທີ່ພົບໃນສັດ ຊຶ່ງອາດຂ້າມສາຍພັນທຸ໌ມາສູ່ມະນຸດ ແລະ ກໍ່ໃຫ້ເກີດໂລກລະບາດຄັ້ງໃໝ່ໄດ້ໃນອະນາຄົດ.
ວຽກງານວິໄຈນີ້ຕີພິມໃນວາລະສານວິຊາການ Journal of Infection ລະບຸວ່າ ການຕອບສະໜອງຂອງລະບົບພູມຕ້ານທານຍັງຢູ່ໃນລະດັບ “ປານກາງ” ແຕ່ຜູ້ຊ່ຽວຊານຈຳນວນຫຼາຍມອງວ່ານີ້ຄືກ້າວສຳຄັນຂອງວົງການວັກຊີນ ໂດຍຜົນການທົດລອງໄລຍະທຳອິດໃນອາສາສະໝັກ 39 ຄົນ ມີເປົ້າໝາຍຫຼັກເພື່ອປະເມີນຄວາມປອດໄພຂອງວັກຊີນ ຂະນະທີ່ການສຶກສາໄລຍະຕໍ່ໄປຊຶ່ງມີອາສາສະໝັກປະມານ 200 ຄົນ ຈະຊ່ວຍໃຫ້ເຂົ້າໃຈປະສິດທິພາບໃນການກະຕຸ້ນລະບົບພູມຕ້ານທານໄດ້ຊັດເຈນຂຶ້ນ.
ສາດສະດາຈານ ໂຈນາທານ ຮີເນີ ໜຶ່ງໃນຫົວໜ້າທີມວິໄຈ ກ່າວວ່າ ໃນປັດຈຸບັນການພັດທະນາວັກຊີນມັກຕາມຫຼັງການປ່ຽນແປງພັນທຸກຳຂອງໄວຣັດຢູ່ສະເໝີ ໂດຍສະເພາະໂຄວິດ-19 ແລະ ໄຂ້ຫວັດໃຫຍ່ຕາມລະດູການທີ່ຕ້ອງປັບສູດວັກຊີນໃໝ່ຢ່າງຕໍ່ເນື່ອງ ໂດຍນັກວິທະຍາສາດພະຍາຍາມກ້າວນຳໜ້າໄວຣັດ ພ້ອມລະບຸວ່າເປົ້າໝາຍຄືການສ້າງວັກຊີນທີ່ສາມາດຮັບມືກັບໄວຣັດສາຍພັນທຸ໌ໃໝ່ໄດ້ຕັ້ງແຕ່ກ່ອນເກີດການລະບາດ.
ທາງດ້ານ ສາດສະດາຈານ ຊານ ຟາດສ໌ ຜູ້ຮ່ວມດຳເນີນການທົດລອງບາງສ່ວນ ລະບຸວ່າ ເຕັກໂນໂລຊີນີ້ມີສັກກະຍາພາບສູງ ໂດຍສະເພາະໃນສະຖານະການທີ່ໄວຣັດມີການປ່ຽນແປງຢ່າງໄວ ແລະ ອາດເປັນເຄື່ອງມືສຳຄັນໃນການກຽມພ້ອມຮັບມືໂລກລະບາດໃນອະນາຄົດ ໂດຍມອງວ່າ ປັນຍາປະດິດຈະກາຍເປັນ “ຕົວປ່ຽນເກມ” ຂອງວົງການວັກຊີນໃນອະນາຄົດ ເພາະສາມາດຊ່ວຍຄາດຄະເນການຕອບສະໜອງຂອງລະບົບພູມຕ້ານທານໄດ້ໄວຂຶ້ນ ເຮັດໃຫ້ການພັດທະນາວັກຊີນໃຊ້ເວລານ້ອຍລົງ ແລະ ຊ່ວຍຊີວິດຜູ້ຄົນໄດ້ຫຼາຍຂຶ້ນ ໂດຍຄວາມສຳເລັດຂອງການທົດລອງວັກຊີນທີ່ອອກແບບໂດຍ AI ຖືເປັນກ້າວສຳຄັນທີ່ອາດນຳໄປສູ່ການສ້າງພູມຕ້ານທານທີ່ຄອບຄຸມ ແລະ ຍືນຍົງຕໍ່ໄວຣັດຫຼາກຫຼາຍຊະນິດໃນອະນາຄົດ.
ຂ່າວຈາກ: BBC





