ພໍ່-ລູກຜິດຖຽງກັນເລື່ອງແບ່ງດິນ ເປັນເຫດເຮັດໃຫ້ລູກຍິງພໍ່ເສຍຊີວິດ

Must read

ໃນວັນທີ 18 ພຶດສະພາ 2026, ພະແນກສືບສວນ-ສອບສວນ ແລະ ພະແນກນິຕິວິທະຍາ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ສົມທົບກັບ ປກສ ກຸ່ມບ້ານ, ອຳນາດການປົກຄອງບ້ານນ້ຳແຊວ ໄດ້ນຳຕົວ ທ້າວ ຍີ ລົງທົດສະກຳຄືນ ຄະດີຄາດຕະກຳພໍ່ຕົວເອງຢູ່ສວນ.

ທ້າວ ຍີ ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ໃນຕອນເຊົ້າຂອງວັນທີ 17 ເມສາ 2026 ຜູ້ກ່ຽວໄດ້ອອກຈາກບ້ານນໍ້າແຊວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄປແປງຕູບຖຽງໄຮ່ ຢູ່ເຂດບ້ານນໍ້າແຊວ ແລະ ໄດ້ເອົາປືນແກ໊ບທີ່ອັດມື້ໄວ້ພ້ອມກັບລູກຫວ່ານໄປນຳ, ເມື່ອໄປຮອດໄຮ່ ກໍໄດ້ເຮັດວຽກຄົນດຽວຈົນໝົດມື້ ແລະ ໄດ້ນອນຢູ່ຕູບໄຮ່ 1 ຄືນ, ຕອນເຊົ້າວັນທີ 18 ເມສາ 2026 ໄດ້ຍ່າງກັບບ້ານ, ພໍຍ່າງມາຮອດເຄິ່ງທາງໄດ້ເຂົ້າໄປຫາ ທ້າວ ກໍາ ຜູ້ເປັນພໍ່ ທີ່ອາໄສຢູ່ບ່ອນລ້ຽງສັດເຂດບ້ານນໍ້າແຊວ ແລະ ໄດ້ຊ່ວຍວຽກ ພໍ່ ແລະ ໄດ້ເອົາປືນແກ໊ບຂອງຜູ້ກ່ຽວປະໄວ້ຕູບບ່ອນດັງໄຟ, ເວລາປະມານ 16:00 ໂມງ ຜູ້ກ່ຽວກັບພໍ່ ໄດ້ພາກັນດື່ມເຫຼົ້າຂາວໝົດ 1 ແກ້ວ.

ຈາກນັ້ນ, ຜູ້ກ່ຽວກໍໄດ້ລົມກັບ ພໍ່ ເລື່ອງ ດິນນາ-ດິນສວນ ໂດຍຜູ້ກ່ຽວໄດ້ຖາມພໍ່ ວ່າ: ພໍ່ຄືບໍ່ແບ່ງດິນນາ-ດິນສວນຕອນນີ້ໃຫ້ຂ້ອຍແດ່, ພໍ່ ໄດ້ຕອບວ່າ: ດິນນາ-ດິນສວນ ພໍ່ບໍ່ໃຫ້ເຈົ້າແລ້ວ ເພາະເຈົ້າກໍໄດ້ຫຼາຍແລ້ວ, ເມຍກໍແຕ່ງໃຫ້ແລ້ວ ແລະ ເຈົ້າກໍໄດ້ລົງເຮືອນແຍກກັບພໍ່ແມ່ ດັ່ງນັ້ນ ດິນນາ-ດິນສວນຕອນນີ້ພໍ່ຊິເອົາໄວ້ໃຫ້ນ້ອງຊາຍເຈົ້າລ້ຽງພໍ່-ແມ່; ເມື່ອຜູ້ກ່ຽວໄດ້ຍິນແບບນັ້ນກໍເຮັດໃຫ້ເກີດມີປາກສຽງກັນຂຶ້ນ ຍ້ອນວ່າ: ດີນນາ-ດີນສວນ ຕອນດັ່ງກ່າວຜູ້ກ່ຽວເປັນຄົນບຸກເບີກກັບພໍ່ ເມື່ອລົມກັນບໍ່ໄດ້ ທ້າວ ກໍາ ຜູ້ເປັນພໍ່ ກໍໄດ້ລຸກຂຶ້ນຍ່າງໄປເອົາປືນແກ໊ບຢູ່ໃນຕູບ ພ້ອມທັງເວົ້າຂູ່ຜູ້ກ່ຽວ ແລະ ເກາະໄກປືນແກັບໃສ່ຜູ້ກ່ຽວ ແຕ່ວ່າປືນແກ໊ບກະບອກດັ່ງກ່າວແມ່ນບໍ່ແຕກ.

ເມື່ອເຫັນດັ່ງນັ້ນ, ຜູ້ກ່ຽວຈຶ່ງໂມໂຫ ແລ້ວຍ່າງມາຈັບເອົາປືນແກ໊ບຂອງຜູ້ກ່ຽວຢູ່ຕູບດັງໄຟມາຈະຕອບໂຕ້ຄືນ ຜູ້ເປັນພໍ່ກໍໄດ້ເວົ້າຈາທ້າທາຍຜູ້ກ່ຽວອີກວ່າ: ຖ້າເຈົ້າເກັ່ງກໍຍິງໃສ່ຂ້ອຍເລີຍ ຜູ້ກ່ຽວຈຶ່ງໄດ້ເກາະໄກປືນແກ໊ບຍິງໃສ່ພໍ່ໃນໄລຍະປະຊິດຕົວ ເຂົ້າບໍລິເວນໜ້າເອິກ 1 ນັດ ເຮັດໃຫ້ພໍ່ ລົ້ມລົງເສຍຊີວິດຄາທີ່. ຈາກນັ້ນ, ຜູ້ກ່ຽວກໍໄດ້ເຂົ້າໄປໃນຕູບແລ້ວເອົາປືນແກ໊ບຂອງຜູ້ກ່ຽວໄປຊຸກເຊື່ອງໄວ້ ແລ້ວກໍຮີບອອກມາຈາກຕູບບ່ອນທີ່ພໍ່ເສຍຊີວີດ ຍ່າງກັບມາບ້ານ ແລະ ບໍ່ໄດ້ບອກໃຜ ແລະ ຜູ້ກ່ຽວກໍໄດ້ອາບນໍ້າ, ກິນເຂົ້າ, ນອນກັບຄອບຄົວຕາມປົກກະຕິ; ຕໍ່ມາກໍໄດ້ຖືກເຈົ້າໜ້າທີ່ຈັບຕົວ ໄປດຳເນີນຄະດີ.

ພາບ-ຂ່າວ: ປກສ ແຂວງບໍ່ແກ້ວ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article