
ພິທິເຊັນສັນຍາຮັບເອົາການຊ່ວຍເຫຼືອລ້າ ຈາກລັດຖະບານຍີ່ປຸ່ນ (ສະບັບດັດແກ້) ສຳລັບໂຄງການປັບປຸງສະໜາມບິນສາກົນວັດໄຕ (The Project for the Improvement of Vientiane International Airport) ຈັດຂຶ້ນໃນວັນທີ 20 ສິງຫາ 2026 ທີ່ກົມຮ່ວມມື ແລະ ການເງິນສາກົນ ກະຊວງ ການເງິນ ຕາງໜ້າໃຫ້ລັດຖະບານ ສປປ ລາວ ລົງນາມໂດຍທ່ານ ວົງຄຳແຫງ ວົງທະຈັກ ຫົວໜ້າກົມຮ່ວມມື ແລະ ການເງິນສາກົນ ກະຊວງການເງິນ ແລະ ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ໂດຍທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ ພ້ອມດ້ວຍແຂກທີ່ຖືກເຊີນຈາກບັນດາກົມກອງ ແລະ ກະຊວງ ຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ກົມແຜນການ ແລະ ການເງິນ ກົມການ ບິນພົນ ລະເຮືອນ ແລະ ຫ້ອງການກະຊວງໂຍທາທິການ ແລະ ຂົນສົ່ງ ກົມອາຊີ-ປາຊິຟິກ ແລະ ອາຟຣິກາ ກະຊວງການຕ່າງປະເທດ ແລະ ບັນດາພະແນກ ກົມກ່ຽວຂ້ອງຕ່າງໆ ກະຊວງການເງິນ ເຂົ້າ ຮ່ວມ.
ໂຄງການດັ່ງກ່າວນີ້ ເປັນໜຶ່ງໃນໂຄງການທີ່ຈະສາມາດເສີມຂະຫຍາຍ ໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການເຊື່ອມຕໍ່ກັບພາກພື້ນ ແລະ ສາກົນ ໂດຍປະກອບສ່ວນເຂົ້າໃນການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ 10 (2026-2030) ຂອງ ສປປ ລາວ ໂດຍສະເພາະໃນວຽກ ງານການພັດທະນາພື້ນຖານໂຄງລ່າງ ແລະ ບູລະນະສະໜາມບິນສາກົນວຽງຈັນ ຊຶ່ງເປັນປະຕູສູ່ໂລກພາຍນອກທີ່ສຳຄັນທີ່ສຸດຂອງ ສປປ ລາວ ແລະ ເປັນເສັ້ນທາງເຊື່ອມຕໍ່ອັນສຳຄັນໃນການ ເຊື່ອມຕໍ່ລາວກັບພາກພື້ນ ແລະ ສາກົນ.

ນັບແຕ່ໂຄງການໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2024 ຍີ່ປຸ່ນໄດ້ໃຫ້ ການຊ່ວຍເຫຼືອ ເປັນມູນຄ່າ 2,836 ຕື້ເຢນ ແຕ່ໃນປັດຈຸບັນ ໄດ້ມີການເພີ່ມງົບປະມານເພີ່ມອີກ 1,027 ຕື້ເຢນ ເຮັດໃຫ້ການຊ່ວຍເຫຼືອ ທັງໝົດແມ່ນ 3.863 ຕື້ເຢນ (ປະມານ 26,5 ລ້ານໂດລາສະຫະລັດ) ທຶນເພີ່ມເຕີມນີ້ ຈະໄດ້ນຳໃຊ້ເຂົ້າໃນການ ແກ້ໄຂຄ່າໃຊ້ຈ່າຍໃນການກໍ່ສ້າງ ແລະ ການຈັດຊື້ທີ່ເພີ່ມຂຶ້ນ ເພື່ອເຮັດໃຫ້ສາມາດຮັບປະກັນໄດ້ວ່າໂຄງການດັ່ງກ່າວ ຈະສາມາດດຳ ເນີນໄປໄດ້ຢ່າງໂລ່ງລ່ຽນ ສຳເລັດຕາມມາດຕະຖານທີ່ອອກແບບໄວ້ໃນເບື້ອງຕົ້ນ ແລະ ສຳເລັດຕາມກຳນົດເວລາ.
ຈຸດປະສົງຫຼັກຂອງໂຄງການ ລວມມີການຂະຫຍາຍຕົວຂອງສະໜາມບິນສາກົນ ການຟື້ນຟູທາງລົດແທັກຊີ ແລະ ບ່ອນຈອດຍົນ ແລະ ການຕິດຕັ້ງລະບົບແສງສະຫວ່າງສະໜາມບິນໃໝ່ ພາຍຫຼັງສຳເລັດ ຈະສາມາດເສີມຂະຫຍາຍການບໍລິການຜູ້ໂດຍ ສານຢ່າງຫຼວງຫຼາຍ ເພີ່ມທະວີຄວາມປອດໄພການບິນ ເພີ່ມທະ ວີຄວາມອາດສາມາດຂອງສະໜາມບິນ ສະໜັບສະໜູນການຫັນປະເທດລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ກາຍ ເປັນປະເທດເຊື່ອມຕໍ່ທາງບົກ ນອກນີ້ ຍັງຈະຊຸກຍູ້ການເຊື່ອມຕໍ່ພາກພື້ນ-ສາກົນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ຂອງ ສປປ ລາວ ອີກດ້ວຍ.ແຫຼ່ງຂ່າວ:ວຽງຈັນໃໝ່





