ພາຍຸຝົນຕົກໜັກ ເຮັດໃຫ້ດິນເຈື່ອນເສົາໄຟຟ້າແຮງກາງລົ້ມສົ່ງຜົນໄຟດັບໃຫ້ 8 ໝູ່ບ້ານຕັ້ງແຕ່ວັນທີ 12-14 ກັນຍາ 2026 ທີ່ເມືອງດາກຈຶງ ແຂວງເຊກອງ

Must read

ແຈ້ງສຸກເສີນເນື່ອງຈາກສະພາບອາກາດມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດດິນເຈື່ອນ ແລະ ເສົາໄຟຟ້າແຮງກາງ (22 kV) ລົ້ມ ຈຳນວນ 1 ຕົ້ນ ບໍລິເວນແລວຕັງຕະລັງ ຕາແສງອາຢູນ, ສົ່ງຜົນໃຫ້ ໄຟດັບເປັນບໍລິເວນກວ້າງ (8 ໝູ່ບ້ານ, 229 ຫຼັງຄາເຮືອນ) ດັ່ງລາຍຊື່ລຸ່ມນີ້:

  • ບ້ານ ດາກຈະບຸງ
  • ບ້ານ ຕັງມີ
  • ບ້ານ ດາກຊີນ
  • ບ້ານ ດາກດາ
  • ບ້ານ ສາງໃໝ່
  • ບ້ານ ອາຢູນ
  • ບ້ານ ຕັງເຢີຍ
  • ບ້ານ ຕັງຕະລັງ

🛠️ ປະຈຸບັນ: ທີມງານວິຊາການ ແລະ ພະນັກງານກ່ຽວຂ້ອງ ກຳລັງເລັ່ງລົງມືສ້ອມແປງ ແລະ ກູ້ລະບົບຕາຂ່າຍໄຟຟ້າຢ່າງຮີບດ່ວນ ເພື່ອໃຫ້ສາມາດກັບມາຈ່າຍໄຟໄດ້ເປັນປົກກະຕິໂດຍໄວ.

ທີ່ມາ: ລັດວິສາຫະກິດໄຟຟ້າລາວ ສາຂາແຂວງເຊກອງ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article