- Advertisement -spot_img

AUTHOR NAME

kaling

238 POSTS
0 COMMENTS

ເຈົ້າໜ້າທີ່ ຫອ້ງຕຳຫຼວດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ມອບລົດຈັກ ຈຳນວນ 05 ຄັນ ທີ່ບໍ່ມີເອກກະສານ ໃຫ້ແກ່ກອງພາສີປະຈຳແຂວງບໍ່ແກ້ວ

ໃນວັນທີ 08 ກັນຍາ 2026 ທາງເຈົ້າໜ້າທີ່ ພະແນກຈະລາຈອນ ຫອ້ງຕຳຫຼວດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ມອບລົດຈັກ ຈຳນວນ 05 ຄັນ ທີ່ບໍ່ມີເອກກະສານ(ດັດແປງສະພາບ ເຕັກນິກ) ໃຫ້ແກ່ກອງພາສີປະຈຳແຂວງບໍ່ແກ້ວລາຍລະອຽດມີດັ່ງນີ້: ລົດຈັກເວບ 110 ໄອ ຍີ່ຫໍ້ ຮອນດ້າ ຈຳນວນ 03 ຄັນ,...

ຄະນະລັດຖະມົນຕີໄທ ມີມະຕິເຫັນດີອະນຸມັດເງິນກູ້ ໃຫ້ ສປປ ລາວ ກໍ່ສ້າງຂົວຂ້າມນໍ້າຂອງ ຊຽງແມນ-ນະຄອນ ຫຼວງພະບາງ.

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດເງິນກູ້ ແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ) ກັບ ນະຄອນ ຫຼວງພະບາງ ດ້ວຍງົບປະມານທັງໝົດ 1,783 ລ້ານບາດ ໂດຍຈະດໍາເນີນງານຜ່ານສໍາອົງການຄວາມຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (ສພພ. ຫຼື...

ອິນຟລູເອນເຊີສາຍກິນໄວ 24 ປີ ເສຍຊີວິດ ຫຼັງເຄີຍມີພາວະ “ໂພແທດຊຽມໃນເລືອດຕ່ຳຮຸນແຮງ

ວັນທີ 4 ກັນຍາ, ຄອບຄົວຂອງ “ອິ່ງອິ່ງ ການຟ່ານອິ່ງ” ຫຼື ເສິນ ຈື້ອີ (Chen Ziyi), ອິນຟລູເອນເຊີສາຍກິນຊາວຈີນທີ່ມີຜູ້ຕິດຕາມຫຼາຍກວ່າ 1 ລ້ານຄົນ ໄດ້ປະກາດວ່າ ເທີໄດ້ເສຍຊີວິດແລ້ວໃນວັນທີ 17 ສິງຫາ 2569 (2026) ໃນຂະນະທີ່ມີອາຍຸພຽງ 24 ປີ. ກ່ອນເສຍຊີວິດພຽງ 3...

ນັກຂ່າວເລບານອນຖືກລະເບີດລົງໄລຍະປະຊິດ ຂະນະກຳລັງລາຍງານຂ່າວສົດ ໄດ້ຮັບບາດເຈັບ

ເກີດເຫດສັ່ນສະເທືອນຂຶ້ນ ຂະນະທີ່ຜູ້ສື່ຂ່າວ ແລະ ຊ່າງພາບຂອງສະຖານີໂທລະພາບ ອັນ-ມານາ (Al-Manar) ໃນເລບານອນ ກຳລັງລາຍງານຂ່າວສົດກ່ຽວກັບເຫດການໂຈມຕີຂອງອິດສະຣາແອນ ແຕ່ກັບຖືກໂຈມຕີຊ້ຳໃນໄລຍະປະຊິດ ສົ່ງຜົນໃຫ້ທັງສອງຄົນໄດ້ຮັບບາດເຈັບຈາກສະເກັດລະເບີດ. ເຫດການດັ່ງກ່າວເກີດຂຶ້ນຢູ່ເມືອງ ນາບາຕິເຍ (Nabatieh) ທາງຕອນໃຕ້ຂອງເລບານອນ ຂະນະທີ່ຜູ້ສື່ຂ່າວ ແລະ ຊ່າງພາບຂອງສະຖານີໂທລະພາບ ອັນ-ມານາ ເຊິ່ງຢູ່ພາຍໃຕ້ການຄວບຄຸມຂອງກຸ່ມຮິສໂບເລາະ (Hezbollah) ກຳລັງລາຍງານຂ່າວການໂຈມຕີຂອງອິດສະຣາແອນ. ພາບທີ່ເຜີຍແຜ່ເທິງໂລກອອນໄລນ໌ ສະແດງໃຫ້ເຫັນຜູ້ສື່ຂ່າວກຳລັງລາຍງານຂ່າວສົດຢູ່ໃກ້ກັບມັດສະຍິດ ຮຸສເຊນິຍະ (Husseinyeh) ຢູ່ໃຈກາງເມືອງນາບາຕິເຍ...

ຊັອກວົງການທະນາຄານ! ສານຕັດສິນ 10 ອະດີດພະນັກງານ ໂກງ-ຟອກເງິນເສຍຫາຍທະລຸ 2,000 ຕື້ກີບ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2 ເລື່ອງ, ເຊິ່ງມີຈຳເລີຍທັງໝົດ 10 ຄົນ ຍິງ 5 ຄົນ ທັງໝົດເປັນອະດີດພະນັກງານໃນຂົງເຂດທະນາຄານ. ທ່ານ ນາງ ລິນດາມອນ...

ປກສ ເມືອງຫຼວງນໍ້າທາ ສຶກສາອົບຮົມຜູ້ຕັ້ງເຟສບຸກແອບອ້າງຊື່ວັດ ເພື່ອຂໍຮັບບໍລິຈາກເງິນ

ໃນວັນທີ 28 ສິງຫາ 2026, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ໄດ້ນຳຕົວ ທ້າວ ພອນໄຊ ອາຍຸ 27 ປີ ຢູ່ບ້ານຕາຫວານ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ມາສຶກສາອົບຮົມ ແລະ ກ່າວເຕືອນ. ຫຼັງຈາກທີ່ຜູ້ກ່ຽວມີພຶດຕິກຳແອບອ້າງສ້າງບັນຊີ ແລ້ວລົງສື່ສັງຄົມອອນລາຍ ເພື່ອຫຼອກລວງເອົາເງິນບໍລິຈາກ ຈາກສັງຄົມ. ເຈົ້າໜ້າທີ່ຕຳຫຼວດ...

ການນຳເມືອງຫມື່ນ ຕິດຕາມ-ເຝົ້າລະວັງ ສະພາບໄພນ້ຳຖ້ວມ

ການນຳເມືອງໝື່ນ ແຂວງວຽງຈັນ ນຳໂດຍ ທ່ານ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໝື່ນ ພ້ອມດ້ວຍຄະນະກຳມະການປ້ອງກັນໄພພິບັດຂັ້ນເມືອງ, ໄດ້ລົງຕິດຕາມກວດກາສະພາບນໍ້າຖ້ວມເຂດຢູ່ພາຍໃນເມືອງໝື່ນ ເມື່ອວັນທີ 7 ກັນຍາຜ່ານມາ. ທ່ານ ວໍຣະສອນ ສີອັກຄະສອນ ໃຫ້ຮູ້ວ່າ: ເນື່ອງຈາກມີຝົນຕົນໜັກໃນຕອນເຊົ້າມືດຂອງວັນທີ 7 ກັນຍາ 2026 ນີ້ ເປັນຫຼາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ລະດັບນໍ້າຫ້ວຍ, ໜອງ,...

ຈາກົວ ແລນ ໂຣເວີ ອາດປົດ ພະນັກງານ 4,000 ຕຳແໜ່ງ ລຸດຕົ້ນທຶນ ຮັບມືລົດໄຟຟ້າຈີນ-ພາສີສະຫະລັດ

ຄ່າຍລົດຍົນຍັກໃຫຍ່ແຫ່ງສະຫະລາຊະອານາຈັກ "ຈາກົວ ແລນ ໂຣເວີ" (Jaguar Land Rover) ປະກາດກຽມເລິກຈ້າງພະນັກງານ 4,000 ຕຳແໜ່ງທົ່ວໂລກພາຍໃນ 2 ປີຂ້າງໜ້າ ຫວັງລຸດຕົ້ນທຶນ 1.7 ພັນລ້ານປອນ ທ່າມກາງແຮງກົດດັນຈາກລົດໄຟຟ້າລາຄາຖືກຂອງຈີນ, ພາສີນຳເຂົ້າຂອງສະຫະລັດ ແລະ ຕົ້ນທຶນການປ່ຽນຜ່ານສູ່ອຸດສາຫະກຳຍານຍົນໄຟຟ້າ. "ຈາກົວ ແລນ ໂຣເວີ" ຫຼື JLR ປະກາດວ່າ:...

ກວດກາພາຫະນະ ພົບເຫັນຢາບ້າ ຈຳນວນ 54 ເມັດ ກັກພາຫະນະ ຈຳນວນ 01 ຄັນ ແລະ ຜູ້ຖືກຫາ ຈຳນວນ 01 ຄົນ

ໃນວັນທີ 02 ກັນຍາ 2026 ເຈົ້າໜ້າທີ່ຕຳຫຼວດພະແນກຈະລາຈອນ ປກສ ແຂວງ ຊຽງຂວາງ ປະຈຳຢູ່ຈຸດກວດກາ ບ້ານ ຄັງໄຂ ເມືອງ ແປກ ແຂວງ ຊຽງຂວາງ ໄດ້ກວດກາຜູ້ຂັບຂີ່ລົດຈັກເວບ 100 ສີຂຽວດຳ ໄດ້ພົບເຫັນສິ່ງທີ່ຜິດກົດໝາຍປະເພດ ຢາບ້າ ຈຳນວນ 54 ເມັດ ສະນັ້ນ...

ທຣຳ ຂູ່ແບນຍົນ Bombardier ຂອງແຄນາດາ ຫາກບໍ່ຍອມຜະລິດໃນອາເມຣິກາ

ທຣຳ ຂູ່ລະງັບການຈຳໜ່າຍຍົນ Bombardier ຂອງແຄນາດາໃນຕະຫຼາດສະຫະລັດຯ ຫາກບໍລິສັດບໍ່ຍອມຜະລິດຍົນໃນສະຫະລັດຯ, ພ້ອມກ່າວຫາວ່າ ແຄນາດາປະຕິບັດຕໍ່ສະຫະລັດຯ ຢ່າງບໍ່ເປັນທຳ, ດຶງສົງຄາມການຄ້າຕຶງເຄຽດອີກ. ໂດນັລ ທຣຳ ປະທານາທິບໍດີສະຫະລັດຯ ອອກມາຂູ່ຜ່ານແພລດຟອມ Truth Social ເມື່ອວັນຈັນທີ 7 ກັນຍາວ່ານີ້ວ່າ: ອາດສັ່ງຫ້າມຈຳໜ່າຍຍົນຂອງ Bombardier ຜູ້ຜະລິດຍົນຮາຍໃຫຍ່ຈາກແຄນາດາໃນສະຫະລັດຯ, ຫາກບໍລິສັດຕ້ອງການເຂົ້າເຖິງຕະຫຼາດສະຫະລັດຯ ກໍຕ້ອງເຂົ້າມາສ້າງຍົນພາຍໃນປະເທດ. ທຣຳ ໂພສຂໍ້ຄວາມຜ່ານໂດຍໃຊ້ຕົວພິມໃຫຍ່ທັງໝົດວ່າ "ບໍ່ມີການຂາຍ...

Latest news

- Advertisement -spot_img