- Advertisement -spot_img

AUTHOR NAME

kaling

238 POSTS
0 COMMENTS

ພະນັກງານກວ່າ 1,000 ຄົນຈະໄດ້ຮັບຜົນກະທົບ ອົງການເອັນພີເອ ຫຼຸດການປະຕິບັດງານຢູ່ ສປປ ລາວ

ອົງການເອັນພີເອມີຄວາມເສຍໃຈທີ່ຕ້ອງແຈ້ງໃຫ້ຊາບວ່າ ພວກເຮົາຈະເລີ່ມຫຼຸດການປະຕິບັດງານຂອງພວກເຮົາຢູ່ ສປປ ລາວ ເຊິ່ງສົ່ງຜົນກະທົບໃຫ້ພະນັກງານທ້ອງຖິ່ນ ແລະ ພະນັກງານຕ່າງປະເທດຫຼາຍກວ່າ 1,000 ຄົນ. ສະຖານະການນີ້ບໍ່ໄດ້ມີຜົນເນື່ອງມາຈາກການປະຕິບັດງານ ຫຼື ພຶດຕິກຳຂອງພະນັກງານ ຫຼື ຄຸນນະພາບ, ຄວາມສຳຄັນ ແລະ ຜົນໄດ້ຮັບສູງຂອງການປະຕິບັດວຽກຢູ່ ສປປ ລາວ. ຫ້ອງການໃຫຍ່ຂອງອົງການເອັນພີເອ ໄດ້ຕັດສິນໃຈວ່າ ອົງການເອັນເອພີບໍ່ສາມາດເຮັດສັນຍາໃໝ່ໃດໆຮ່ວມກັບລັດຖະບານສະຫະລັດອາເມລິກາໄດ້ ເນື່ອງຈາກເງື່ອນໄຂໃໝ່ຂອງທຶນຊ່ວຍເຫຼືອ ທີ່ປະກາດໃຊ້ຕົ້ນປີນີ້. ອົງການເອັນພີເອເຮັດວຽກຮ່ວມກັບລັດຖະບານລາວ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ...

“ເຮັດດີທີ່ສຸດແລ້ວ! ທັບນາຄານ້ອຍ W.I.G NAGA ສູ້ສຸດໃຈ ກ່ອນຢຸດເສັ້ນທາງໄວ້ທີ່ຮອບ 8 ທີມສຸດທ້າຍ”

ພາຍຫຼັງເສຍໃຫ້ກັບ ທີມຍັກໃຫຍ່ຈາກບຣາຊິວ SE PALMEIRAS 4-0 ປະຕູ ໃນລາຍການ ECNL International IBERCUP USA 2026. ສຳລັບຜົນງານຂອງທັບ WIG NAGA U12 ໃນລາຍການດັ່ງກ່າວແມ່ນລົງແຂ່ງ 7 ນັດຊະນະ 6 ເສຍ 1, ຍິງໄດ້ທັງໝົດ 37 ປະຕູ,...

“ຕ້ອງເຝົ້າລະວັງຢ່າງໃກ້ຊິດ! ປະຊາຊົນພົບໝູຕາຍແບບບໍ່ຮູ້ສາເຫດ”

ໃນວັນທີ 03/09/2026 ຜ່ານມາ, ປະຊາຊົນພົບເຫັນໝູລ້ຽງຂອງຕົນເອງຕາຍໝົດຄອກ ແບບບໍ່ຮູ້ສາເຫດ ຢູ່ທີ່ບ້ານເພຍລາດ ເມືອງສັງທອງ ນະຄອນຫຼວງວຽງຈັນ ຕາມລາຍງານເບື້ອງຕົ້ນຂອງເຈົ້າຂອງໝູລບະບຸສາເຫດຂອງການຕາຍອາດເກີດຂຶ້ນຈາກພະຍາດອະຫິວາໝູທີ່ກຳລັງລະບາດ. ເຊິ່ງກ່ອນໜ້ານີ້ທາງແຂວງໄຊຍະບູລີກໍໄດ້ອອກແຈ້ງການຫ້າມຈຳໜ່າຍ ຫຼື ບໍລິໂພກ ຊິ້ນໝູໄປທັງໝົດ 5 ເມືອງ ປະກອບມີ: ເມືອງໄຊຍະບູລີ, ເມືອງທົ່ງມີໄຊ, ເມືອງແກ່ນທ້າວ, ເມືອງພຽງ. ເຮັດໃຫ້ໝູຕາຍ ແລະ ຖຶກຂ້າທໍາລາຍທັງໝົດ 1,949 ໂຕ,...

ເມືອງຫຼວງນໍ້າທາ ໄດ້ຮັບຜົນກະທົບໜັກໜ່ວງ ຫຼາຍດ້ານຈາກໄພພິບັດນ້ຳຖ້ວມ

ຈາກສະພາບໄພພິບັດນໍ້າຖ້ວມ ທີ່ເກີດຈາກຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເກີດຂຶ້ນໃນລະຫວ່າງວັນທີ 29-31 ສິງຫາ 2026 ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ພື້ນຖານໂຄງລ່າງ, ຊັບສິນຂອງລັດ ແລະ ປະຊາຊົນ ໃນ 5 ເມືອງ ຄື: ເມືອງຫຼວງນໍ້າທາ, ເມືອງສິງ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງນາແລ ແຂວງຫຼວງນໍ້າທາ ກວມເອົາ 81 ບ້ານ...

ລັດຖະມົນຕີກະຊວງ ປກສ ເດີນທາງໄປຮ່ວມກອງປະຊຸມ ທີ່ ສປ ຈີນ

ວັນທີ 5 ກັນຍາ 2026, ທີ່ສະໜາມບິນສາກົນວັດໄຕ, ໄດ້ມີພິທີສົ່ງ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເພື່ອເດີນທາງໄປຮ່ວມກອງປະຊຸມທີ່ ສປ ຈີນ. ໃຫ້ກຽດສົ່ງຄະນະໃນຄັ້ງນີ້, ມີ ທ່ານ ນາງ ສຽນ ລີຊ່າ ທູດປຶກສາ ຜູ້ປະສານງານ ກະຊວງປ້ອງກັນຄວາມສະຫງົບ ສປ...

ທີມຊາດລາວ 1-2 ທີມຊາດມາເລເຊຍ ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ

ທີມຊາດລາວຕົກຮອບ!! ໝົດເວລາການແຂ່ງຂັນ ໃນການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ (U20) ຮອບຄັດເລືອກ 2027 (AFC U20 Asian Cup 2027 Qualifiers) ກຸ່ມ H ປະຈໍາວັນທີ 06/09/2026. ສຳລັບຜົນງານທີມຊາດລາວແຂ່ງ 3 ນັດ ມີ 0...

ອິຣານກຽມປະກາດເສັ້ນທາງເດີນເຮືອໃໝ່ໃນຊ່ອງແຄບຮໍມຸດ,ຂຶ້ນບັນຊີຄ່ຳບາດເຮືອທີ່ຝ່າຝືນ

ເລຂາທິການສະພາຄວາມໝັ້ນຄົງແຫ່ງຊາດສູງສຸດອິຣານ ເຜີຍກຽມປະກາດເຂດຈຳກັດນອກຊ່ອງແຄບຮໍມຸດ ພ້ອມເສັ້ນທາງເດີນເຮືອໃໝ່ທີ່ຕົກລົງຮ່ວມກັບໂອມານໃນອີກບໍ່ພໍເທົ່າໃດມື້, ຢ້ຳເຮືອທີ່ຝ່າຝືນອາດຖືກຄ່ຳບາດ. ວັນທີ 7 ກັນຍາ 2026, ທ່ານ ໂມເຊນ ເຣຊາອີ (Mohsen Rezaei) ເລຂາທິການສະພາຄວາມໝັ້ນຄົງແຫ່ງຊາດສູງສຸດຂອງອິຣານ ເປີດເຜີຍວ່າ: ອິຣານກຽມປະກາດ "ເຂດຈຳກັດການເດີນເຮືອບໍລິເວນນອກຊ່ອງແຄບຮໍມຸດ" ໃນອີກບໍ່ພໍເທົ່າໃດມື້ຂ້າງໜ້ານີ້ ພ້ອມຂຶ້ນບັນຊີຄ່ຳບາດເຮືອທຸກລຳທີ່ພະຍາຍາມແລ່ນຜ່ານພື້ນທີ່ໂດຍບໍ່ໄດ້ປະສານງານກັບທາງການອິຣານ. ໂດຍທ່ານ ເຣຊາອີ ໃຫ້ສຳພາດກັບສະຖານີໂທລະພາບ IRIB ຂອງທາງການອິຣານ ເຊິ່ງອອກອາກາດເມື່ອຄືນວັນອາທິດທີ່ຜ່ານມາໂດຍລະບຸວ່າ: ເຂດຈຳກັດຈະຄອບຄຸມພື້ນທີ່ຕັ້ງແຕ່ແນວທີ່ການປິດລ້ອມທາງທະເລຂອງສະຫະລັດ...

ຊ່ວຍຊີວິດ 2 ຄົນງານລອດຕາຍປາຕິຫານ ຫຼັງຕິດຢູ່ໃນອຸໂມງເນປານດົນ 9 ວັນ

ເຈົ້າໜ້າທີ່ເນປານ ຊ່ວຍເຫຼືອຄົນງານໂຮງໄຟຟ້າພະລັງງານນ້ຳ 2 ຄົນ ອອກຈາກອຸໂມງໄດ້ຢ່າງປອດໄພ ຫຼັງຕິດຢູ່ໃຕ້ຊາກຂີ້ຕົມ ແລະ ເສດວັດສະດຸດົນເຖິງ 9 ວັນ ຈາກເຫດອຸທົກກະໄພຄັ້ງໃຫຍ່ ທີ່ຄ່າຊີວິດຜູ້ຄົນຫຼາຍກວ່າ 1,250 ລາຍ ແລະ ຍັງມີຜູ້ສູນຫາຍກວ່າ 5,000 ຄົນ ຂະນະທີ່ພາລະກິດກູ້ໄພ ຍັງເດີນໜ້າຄົ້ນຫາຜູ້ທີ່ອາດຕິດຢູ່ໃນອຸໂມງອື່ນໆ. ເຈົ້າໜ້າທີ່ກູ້ໄພເນປານ ປະສົບຄວາມສຳເລັດໃນການຊ່ວຍເຫຼືອຄົນງານໂຮງໄຟຟ້າພະລັງງານນ້ຳ 2 ຄົນ ອອກຈາກອຸໂມງໂຄງການໄຟຟ້າພະລັງງານນ້ຳໄຕຣສູລີ...

ປະເທດສິງກະໂປຄ່າຝຸ່ນຂື້ນສູງ ລະດັບອັນຕະລາຍຕໍ່ສຸຂະພາບ

ປະເທດສິງ ກຳລັງເຈີກັບບັນຫາຄຸນນະພາບອາກາດ ຫຼັງຈາກຄ່າດັດຊະນີມົນລະພິດທາງອາກາດພຸ່ງທະລຸ 100 ເຂົ້າສູ່ລະດັບ "ບໍ່ດີຕໍ່ສຸຂະພາບ" ທ່າມກາງສະຖານະການໝອກຄັວນຂ້າມແດນໃນພູມິພາກອາຊຽນ. ຄ່າດັດຊະນີມົນລະພິດທາງອາກາດ ຫຼື PSI ໃນເຂດພາກກາງຂອງສິງຄໂປ ພຸ່ງເຂົ້າສູ່ລະດັບ "ບໍ່ດີຕໍ່ສຸຂະພາບ" ໂດຍແຕະ 101 ໃນຊ່ວງເວລາ 07:00 ໂມງ ຂອງວັນສຸກ ທີ 4 ກັນຍາ ແລະ ເພີ່ມຂຶ້ນເປັນ 105...

ຜູ້ປະສົບໄພພິບັດນໍ້າຖ້ວມຢູ່ເມືອງນາແລ ໄດ້ຮັບເຄື່ອງຊ່ວຍເຫລືອ

ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ທ່ານ ຄໍາຟອງ ອິນມະນີ ປະທານຄະນະກໍາມະການປົກຄອງແຂວງ ຫລວງນ້ຳທາ ພ້ອມດ້ວຍຄະນະ ເຄື່ອນໄຫວຕິດຕາມ-ຊຸກຍູ້ ແລະ ມອບເຄື່ອງຊ່ວຍເຫລືອປະຊາຊົນ ຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງນາແລ ແຂວງຫລວງນໍ້າທາ ໃນວັນທີ 3 ກັນຍາ 2026. ການລົງພື້ນທີ່ຕິດຕາມ, ກວດກາ ແລະ ປະເມີນຄວາມເສຍຫາຍຕົວຈິງ ດ້ານພື້ນຖານໂຄງລ່າງ ຄັ້ງນີ້...

Latest news

- Advertisement -spot_img