- Advertisement -spot_img

AUTHOR NAME

kaling

238 POSTS
0 COMMENTS

ເມືອງສີສັດຕະນາກ ລົງໂຄສະນາປະຊາສຳພັນ ສ້າງຄວາມເປັນລະບຽບຮຽບຮ້ອຍ ຢູ່ເຂດພັດທະນາແຄມຂອງ ໄລຍະ II

ຂ່າວສານ ເມືອງ ສີສັດຕະນາກ ລາຍງານວ່າ: ແຕ່ວັນທີ 30 ສິງຫາ ແລ້ວນີ້ ເປັນຕົ້ນມາ, ເມືອງສີສັດຕະນາກ ໄດ້ຈັດໜ່ວຍງານໂຄສະນາເຄື່ອນທີ່ ລົງໂຄສະນາປະຊາສຳພັນຢູ່ເຂດພັດທະນາແຄມຂອງ ໄລຍະ II ໃນທຸກໆຕອນແລງ ເພື່ອແຈ້ງເຕືອນ ແລະ ສ້າງຄວາມຮັບຮູ້ໃຫ້ແກ່ພໍ່ແມ່ປະຊາຊົນ, ຜູ້ປະກອບການ, ພໍ່ຄ້າ ແມ່ຄ້າ ແລະ ຜູ້ມາໃຊ້ບໍລິການ ໃຫ້ຮ່ວມກັນປະຕິບັດຕາມລະບຽບການທີ່ກຳນົດໄວ້. ການລົງໂຄສະນາເຄື່ອນທີ່ໃນຄັ້ງນີ້...

ເສດຖະກິດຫວຽດນາມໃນເດືອນສິງຫາ ມີການຫັນປ່ຽນທີ່ຕັ້ງໜ້າ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມໂຕເລກໂດຍກົມສະຖິຕິ ກະຊວງການເງິນ ຫວຽດນາມ ປະກາດໃນວັນທີ 3 ກັນຍາ ຜ່ານມາ, ສະພາບການພັດທະນາເສດຖະກິດ ຫວຽດນາມ ໃນເດືອນສິງຫາປີ 2026 ມີຄວາມຄືບໜ້າ. ໃນນັ້ນ, ຈຸດພົ້ນເດັ່ນແມ່ນບັນດາຂົງເຂດ ການດຶງດູດເງິນລົງທຶນຂອງຕ່າງປະເທດ, ການທ່ອງທ່ຽວ, ການພັດທະນາອຸດສາຫະກຳ. ຂ່າວລະບຸວ່າ: ໃນເດືອນສິງຫາປີ 2026, ຍອດລາຍຮັບງົບປະມານແຫ່ງລັດຄາດວ່າບັນລຸ 5.77 ຕື້ໂດລາ. ການຜະລິດອຸດສາຫະກຳສືບຕໍ່ຮັກສາທ່າເຕີບໂຕທີ່ຕັ້ງໜ້າ....

ຄົນຮ້າຍບຸກປຸ້ນຊີງຊັບ ຮ້ານສະດວກຂື້ແຫ່ງໜຶ່ງ ຢູ່ທີ່ບ້ານສະໜາມໄຊ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ.

ໂຫດຮ້າຍແທ້ ໃນຄືນວັນທີ 03/09/2026 ເວລາປະມານ 19:45 ເກີດເຫດຄົນຮ້າຍບຸກປຸ້ນຊີງຊັບ ຮ້ານສະດວກຂື້ແຫ່ງໜຶ່ງ ຢູ່ທີ່ບ້ານສະໜາມໄຊ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ. ຕາມລາຍງານຄົນຮ້າຍໄດ້ໃຊ້ອາວຸດມີດເຂົ້າປຸ້ນແຕ່ເຈົ້າຂອງຮ້ານບໍ່ຍອມຈຶ່ງເກີດການຕໍ່ສູ້ກັນ ຈົນເຈົ້າຂອງຮ້ານຖືກແທງຈົນເສຍຊີວິດ ພາຍຫຼັງກໍ່ເຫດຄົນຮ້າຍໄດ້ຂັບລົດເພື່ອຫຼົບໜີ. ຖ້າເປັນພົບເຫັນຫຼືມີເບາະແສສາມາດແຈ້ງຕໍ່ເຈົ້າໜ້າທີ່ໄດ້ເລີຍ.

ໂລກຮ້ອນເຮັດໃຫ້ໄພພິບັດຫິມະຖະຫລົ່ມຖີ່ຂຶ້ນ ຫວັ່ນນ້ຳທ່ວມ-ດິນເຈື່ອນ ແບບເນປານເກີດຊ້ຳຮອຍ

ນັກວິທະຍາສາດເຕືອນ ພາວະໂລກຮ້ອນກຳລັງເພີ່ມຄວາມສ່ຽງໄພພິບັດໃນເທືອກເຂົາຫິມາໄລ ທັງນ້ຳທ່ວມຊັບພະລັນ, ດິນເຈື່ອນ, ຫິມະຖະຫລົ່ມ ແລະ ການພັງທະລາຍຂອງທານນ້ຳແຂງ ແຕ່ກໍຍັງບໍ່ຊີ້ແຈ້ງວ່າ ນ້ຳທ່ວມໃນເນປານເກີດຈາກໂລກຮ້ອນໂດຍກົງ. ເຫດອຸທົກກະໄພຄັ້ງໃຫຍ່ໃນເນປານ ແລະ ພື້ນທີ່ໃກ້ຄຽງຂອງຈີນ ເມື່ອວັນທີ 26 ສິງຫາ ກາຍເປັນອີກໜຶ່ງສັນຍານເຕືອນເຖິງຄວາມເປາະບາງຂອງຊຸມຊົນໃນເທືອກເຂົາຫິມາໄລ ຫຼັງຈາກມວນນ້ຳ, ຕົມ ແລະ ກ້ອນຫີນມະຫາສານໄຫຼທະລັກລົງມາຕາມແມ່່ນ້ຳຫຼາຍສາຍ ຄຣ່າຊີວິດຜູ້ຄົນໄປແລ້ວຫຼາຍກວ່າ 1,000 ລາຍ ແລະ ຍັງມີຜູ້ສູນຫາຍອີກຫຼາຍພັນຄົນ...

ລົດຟໍຈູນເນີ ພຸ່ງຈາກບ່ອນຈອດຕຳເສົາໄຟເຍືອງທາງຫັກ 1 ຕົ້ນ ແລະ ເສົາກັ້ນຂອບທາງໂຄ່ນຫລາຍເສົາ

ຕອນເຊົ້າວັນທີ 2 ກັນຍາ 2026 ເກີດອຸປະຕິເຫດລົດຟໍຈູນເນີ ພຸ່ງອອກຈາກບ່ອນຈອດໄປຕຳເສົາໄຟເຍືອງທາງຫັກໜຶ່ງຕົ້ນ ແລະ ເສົາກັ້ນຂອບທາງໂຄ່ນຫລາຍເສົາ ລົດເປ່ເພໜັກສົມຄວນ ຄາດວ່າ ອາດຈະເກີດຈາກຄວາມຜິດພາດເຕັກນິກ. ສ່ວນຄົນຂັບປອດໄພ ຈຸດເຫດເກີດຢູ່ຖະໜົນຂຸນບູລົມ ເຂດບ້ານສາຍລົມ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

ເພື່ອນຮັກຕ່າງໄວ ດື່ມເຫລົ້າຂາວເມົາແລ້ວເພື່ອນບໍ່ໃຫ້ກັບ ເລີຍໃຊ້ມີດແທງເພື່ອນຈົນເສຍຊີວິດຄາທີ່

ວັນທີ 24 ສິງຫາ 2026, ເຈົ້າໜ້າທີ່ໝ່ວຍງານ ສືບສວນ-ສອບສວນ ຄະດີອາຍາ-ເສດຖະກິດ ປກສ ເມືອງໄຊທານີ ໄດ້ຮັບແຈ້ງຈາກ ປກສ ກຸ່ມບ້ານໄຊ ວ່າ: ມີຄົນເສຍຊີວິດຢູ່ຕູບດິນເປົ່າຫວ່າງ ບ້ານໄຊ, ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ກວດກາຊັນນະສູດສະຖານທີ່ເກີດເຫດ ພົບຜູ້ເສຍຊີວິດຊື່: ພໍ່ຕູ້ວິຈິດ ອາຍຸ 70 ປີ, ປະຊາຊົນພັກເຊົາຢູ່ບ້ານໄຊ...

ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ 4 ຄົນ ພ້ອມຂອງກາງ 37.189 ເມັດ

ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ຕ້ານຢາເສບຕິດ ກອງບັນຊາການ ປກສ ນະຄອນໄກສອນ ພົມວິຫານ ແຂວງ ສະຫັວນນະເຂດ ໄດ້ກັກຕົວ ເປົ້າໝາຍຄ້າຂາຍຢາເສບຕິດ ຈໍານວນ 4 ຄົນ ຍິງ 1 ຄົນ, ພ້ອມຂອງກາງ ຢາເສບຕິດ ຢາບ້າ ຈໍານວນ 18 ມັດ ກັບ 6...

ກອງບັນຊາການທະຫານເມືອງນໍ້າບາກ ນໍາກຳລັງລົງຊ່ວຍເຫຼືອກອບກູ້ໄພພິບັດນໍ້າຖ້ວມ

ເນື່ອງຈາກຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ແມ່ນໍ້າສາຍຕ່າງໆຍຶ່ງຂຶ້ນ, ໄຫຼ່ປ່ອງໃສ່ແມ່ນໍ້າບາກ, ເຮັດໃຫ້ເກີດມວນນໍ້າໄຫຼ່ພັດສຸເອົາວັດຖຸສິ່ງຂອງ, ສັດລ້ຽງ, ເຮືອນຊານບ້ານຊ່ອງ ແລະ ເນື້ອທີ່ທໍາການຜະລິດຂອງປະຊາຊົນຊາວເມືອງນໍ້າບາກ ແຂວງຫຼວງພະບາງ. ໃນວັນທີ 30 ສິງຫາຜ່ານມາ, ກອງບັນຊາການທະຫານເມືອງນໍ້າບາກ ຈຶ່ງໄດ້ນໍາກຳລັງລົງພື້ນທີ່ເພື່ອຊ່ວຍ ເຫຼືອກອບກູ້ໄພພິບັດນໍ້າຖ້ວມ ນໍາໂດຍສະຫາຍ ພັນໂທ ນິນລະພົບ ຈັນທະວີສຸກ ຄະນະປະຈໍາພັກເມືອງ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງນໍ້າບາກ ພ້ອມດ້ວຍກຳລັງຈໍານວນ 120 ສະຫາຍ,...

ຍອດຈໍານວນ ຜູ້ເສຍຊີວິດ ຈາກເຫດນໍ້າຖ້ວມຢ່າງໜັກ ຢູ່ເນປານ ເພີ່ມຂຶ້ນ 270 ຄົນ

ສຳນັກຂ່າວຊິນຮວາ ຂອງ ສປຈີນ, ວັນທີ 28 ສິງຫາ: ສຳນັກງານຕຳຫຼວດ ເນປານ ລາຍງານ ຍອດຈຳນວນ ຜູ້ເສຍຊີວິດ ຈາກເຫດການນໍ້າຖ້ວມ ຢ່າງໜັກ ທາງຕອນເໜືອ ຂອງເນປານ ລວມມີ 270 ຄົນ,ດ້ານຄະນະກຳມະ ການທ່ອງທ່ຽວ ເນປານ ລະບຸວ່າ ມີນັກທ່ອງທ່ຽວ ສູນ ຫາຍ...

ເຈົ້າຂອງຮ້ານຄົນໄທຊີ້ແຈງ ບໍ່ໄດ້ລຸມທຳຮ້າຍລູກນ້ອງຄົນລາວ ພ້ອມຢືນຢັນວ່າບໍ່ໄດ້ຮູ້ຈັກຜູ້ກໍ່ເຫດລຸມທຳຮ້າຍໃນຄລິບ.

ຈາກກໍລະນີລູກຈ້າງຊາວລາວ ໄດ້ອອກມາໂພສຄລິບເລົ່າເຫດການ ໃນວັນທີ 26 ສິງຫາ 2026 ວ່າ: ຕົນເອງໄດ້ຖືກນາຍຈ້າງຄົນໄທ ທຳຮ້າຍຮ່າງກາຍ ຍ້ອນລາອອກຈາກວຽກ ໃນສື່ສັງຄົມອອນລາຍ ກໍໄດ້ກາຍເປັນກະແສໂດ່ງດັງຢ່າງຫຼວງຫຼາຍ. ຫຼ້າສຸດມາໃນວັນທີ 27 ສິງຫາ 2026 , ສຳນັກຂ່າວສົດຂອງໄທລາຍງານວ່າ: ພາຍຫຼັງມີຂ່າວວ່າ ເຈົ້າຂອງຮ້ານເຂົ້າມັນໄກ່ ລຸມທຳຮ້າຍຮ່າງກາຍລູກຈ້າງຊາວລາວ ທີມຂ່າວໄດ້ລົງພື້ນທີ່ຈຸດເຫດຢູ່ຮ້ານເຂົ້າມັນໄກ່ ຕັ້ງຢູ່ໃນຕະຫຼາດບາງໃຫຍ່ຊິຕີ້ ອຳເພີບາງໃຫຍ່ ຈັງຫວັດນົນທະບູລີ...

Latest news

- Advertisement -spot_img