ວັນທີ 24 ສິງຫາ 2026, ເຈົ້າໜ້າທີ່ໝ່ວຍງານ ສືບສວນ-ສອບສວນ ຄະດີອາຍາ-ເສດຖະກິດ ປກສ ເມືອງໄຊທານີ ໄດ້ຮັບແຈ້ງຈາກ ປກສ ກຸ່ມບ້ານໄຊ ວ່າ: ມີຄົນເສຍຊີວິດຢູ່ຕູບດິນເປົ່າຫວ່າງ ບ້ານໄຊ, ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ກວດກາຊັນນະສູດສະຖານທີ່ເກີດເຫດ ພົບຜູ້ເສຍຊີວິດຊື່: ພໍ່ຕູ້ວິຈິດ ອາຍຸ 70 ປີ, ປະຊາຊົນພັກເຊົາຢູ່ບ້ານໄຊ ເສຍຊີວິດຍ້ອນຖືກແທງດ້ວຍຂອງມີຄົມ ແລະ ວັນທີ 25 ສິງຫາ 2026 ສາມາດກັກຕົວຜູ້ກໍ່ເຫດຄື ທ້າວ ພອນປະເສີດ ຫລື ເສິກ ອາຍຸ 33 ປີ ວ່າງງານ ພັກເຊົາຢູ່ບ້ານໄຊສະຫວ່າງມາສອບສວນ.
ຜ່ານການສອບສວນ ຜູ້ຖືກສົງໄສ ໃຫ້ການວ່າ: ຕົນເອງ ກັບ ຕູ້ວິຈິດ (ຜູ້ຕາຍ) ຮູ້ຈັກຮັກແພງກັນມາຫລາຍປີແລ້ວ ແລະ ເປັນຄົນມັກດື່ມເຫລົ້າ, ເຄີຍທຽວໄປດື່ມເຫລົ້ານໍາຜູ້ກ່ຽວ ທີ່ພັກເຊົາຢູ່ດິນເປົ່າຫວ່າງບ້ານໄຊ ເຊິ່ງຢູ່ຫ່າງກັນປະມານ 1 km ເປັນປະຈຳ.
ວັນທີ 22 ສິງຫາ 2026 ເວລາປະມານ 7:00 ໂມງ, ຕົນເອງໄດ້ຊື້ເຫລົ້າຂາວມາດື່ມຄົນດຽວ 2 ຕຸກນ້ອຍ, ເວລາ 11:00 ໂມງ ອອກໄປຫາຕູ້ວິຈິດ ພ້ອມເຫລົ້າອີກ 1 ຕຸກນ້ອຍ ລວມກັນກັບຂອງພໍ່ຕູ້ວິຈິດເປັນ 2 ຕຸກ. ພາຍຫລັງພາກັນດື່ມເຫລົ້າໝົດຕຸກເຄິ່ງ, ຕົນເອງໄດ້ຄອບຈະກັບເຮືອນ, ແຕ່ພໍ່ຕູ້ວິຈິດ ບໍ່ໃຫ້ກັບເທື່ອພ້ອມທັງຈັບແຂນຜູ້ກ່ຽວໄວ້ ແຕ່ຜູ້ກ່ຽວໄດ້ແກວ່ງແຂນອອກ ພ້ອມທັງເວົ້າວ່າ ເມົາແລ້ວ ຈຶ່ງເປັນເຫດຜິດຖຽງກັນ ແລະ ພໍ່ຕູ້ວິຈິດ ໄດ້ຈັບເອົາໄມ້ຟາດໃສ່ຫົວ ຕົນເອງ 1 ບາດ ແລະ ເອົາດ້າມສຽມເຫລັກຕີແຂນເບື້ອງຊ້າຍຂອງຕົນອີກ ຈົນກໍ່ໃຫ້ຕົນເອງເກີດອາການໃຈຮ້າຍ ແລ້ວໄດ້ສູ້ຄືນ ໂດຍໄດ້ຕີແຂນ ແລະ ບໍລິເວນຫົວຂອງ ພໍ່ຕູ້ວິຈິດຄືນ ແລະ ໃຊ້ມີດແທງເຂົ້າໄປບໍລິເວນຄໍ 1 ບາດ ເຮັດໃຫ້ ພໍ່ຕູ້ວິຈິດ ລົ້ມລົງພື້ນດິນ ແລະ ຕົນເອງໄດ້ລາກຂຶ້ນເທິງຕຽງ. ຈາກນັ້ນໄດ້ເອົາຕົວຫລົບໜີອອກຈາກບ່ອນເກີດເຫດ ໄປຢູ່ບ່ອນພັກເຊົາ ພ້ອມທັງລ້າງຄາບເລືອດອອກຈາກຮ່າງກາຍ ແລະ ຊັກເຄື່ອງ- ອາບນໍ້າ ເຮັດຄືບໍ່ມີຫຍັງເກີດຂຶ້ນ.
ຮອດເວລາ 12:44 ນາທີ ຂອງວັນທີ 25 ສິງຫາ 2026 ຈຶ່ງຖືກເຈົ້າໜ້າທີ່ ປກສ ເມືອງໄຊທານີ ຈັບຕົວມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ; ສ່ວນສົບຂອງ ພໍ່ຕູ້ວິຈິດ ລູກຫລານ ແລະ ຍາດພີ່ນ້ອງ ນໍາໄປທໍາພິທີທາງສາສະໜາແລ້ວ.





