ການປະຊຸມອົງການຄວາມຮ່ວມມືຊຽງໄຮ້ເລີ່ມແລ້ວທີ່ກີຣກີສສະຖານ ໂດຍ ທ່ານ ວະລາດີເມຍ ປູຕິນ ຜູ້ນຳລັດເຊຍ ກັບ ທ່ານ ສີ ຈິ້ນຜິງ ປະທານາທິບໍດີຈີນ ຮ່ວມກັບຜູ້ນຳອີກຫຼາຍສິບປະເທດ ເຂົ້າຮ່ວມການປະຊຸມເປັນໄລຍະເວລາ 2 ວັນ.

ເມື່ອວັນຈັນ ວັນທີ 31 ສິງຫາ 2026, ປະທານາທິບໍດີ ທ່ານ ວະລາດີເມຍ ປູຕິນ ແຫ່ງລັດເຊຍ ແລະ ປະທານາທິບໍດີ ທ່ານ ສີ ຈິ້ນຜິງ ຜູ້ນຳຈີນ ໄດ້ເປີດສາກການປຶກສາຫາລືຮ່ວມກັນທີ່ປະເທດກີຣກີສສະຖານ ໂດຍມີຜູ້ນຳປະເທດອີກນັບສິບຄົນເດີນທາງມາຮ່ວມການປະຊຸມສຸດຍອດໄລຍະເວລາ 2 ວັນ ຂອງອົງການຄວາມຮ່ວມມືຊຽງໄຮ້ (SCO) ເຊິ່ງຫວັງສ້າງດຸນອຳນາດກັບບັນດາປະເທດຕາເວັນຕົກ.
ທ່ານ ມາຊູດ ເປເຊຊເຄຽນ ປະທານາທິບໍດີອີຣານ, ທ່ານ ເຣເຈບ ໄຕຢິບ ເອັນໂດອານ ຜູ້ນຳຕຸລະກີ, ທ່ານ ນະເຣນທຣາ ໂມດີ ຜູ້ນຳອິນເດຍ ແລະ ທ່ານ ເຊຮ໌ບາຊ ຊາຣີຟ ຜູ້ນຳປາກິສຖານ ແມ່ນໜຶ່ງໃນບັນດາຜູ້ເຂົ້າຮ່ວມການປະຊຸມສຸດຍອດຂອງກຸ່ມ SCO ທີ່ນະຄອນຫຼວງບິຊເກກ ເຊິ່ງເປັນການສະຫຼອງຄົບຮອບ 25 ປີຂອງອົງການ.
ການປະຊຸມສຸດຍອດຂອງ SCO ຈັດຂຶ້ນໃນຂະນະທີ່ສົງຄາມລະຫວ່າງລັດເຊຍກັບຢູເຄຣນດຳເນີນມາໄດ້ 4 ປີເຄິ່ງ ແລະ ສົງຄາມລະຫວ່າງສະຫະລັດອາເມລິກາກັບອີຣານດຳເນີນມາໄດ້ 6 ເດືອນ ໂດຍທີ່ຍັງບໍ່ມີທ່າທີວ່າຈະຍຸຕິລົງ.
ກ່ອນໜ້ານີ້ ທັງ ທ່ານ ປູຕິນ ແລະ ທ່ານ ສີ ຈິ້ນຜິງ ເຄີຍໃຊ້ການປະຊຸມສຸດຍອດ SCO ເປັນເວທີໃນການຊຸກຍູ້ວິໄສທັດໂລກແບບຫຼາຍຂົ້ວອຳນາດ (Multipolar world) ແລະ ສະແດງຈຸດຢືນອັນເປັນເອກະພາບໃນການຕ້ານກັບບັນດາປະເທດຕາເວັນຕົກ.
ທ່ານ ສີ ຈິ້ນຜິງ ກ່າວຕໍ່ ທ່ານ ປູຕິນວ່າ ຕົນເອງ “ມີຄວາມສຸກ” ທີ່ໄດ້ພົບກັນ ພ້ອມທັງລະບຸວ່າ ຄວາມສຳພັນລະຫວ່າງລັດເຊຍ ແລະ ຈີນ ມີຄວາມ “ໜັກແໜ້ນຍິ່ງຂຶ້ນ” ແລະ “ແນວໂນ້ມໃນອະນາຄົດກໍຈະຍິ່ງສົດໃສຂຶ້ນໄປອີກ”.

“ຄວາມບໍ່ແນ່ນອນ ແລະ ຄວາມບໍ່ສາມາດຄາດເດົາໄດ້ໃນລະບຽບໂລກ ເພີ່ມສູງຂຶ້ນຢ່າງເຫັນໄດ້ຊັດ” ຜູ້ນຳຈີນກ່າວ, ຂະນະທີ່ ທ່ານ ປູຕິນບອກກັບ ທ່ານ ສີ ຈິ້ນຜິງ ວ່າ “ຄວາມຮ່ວມມືຂອງພວກເຮົາກຳລັງດຳເນີນໄປດ້ວຍດີໃນທຸກມິຕິ” ໂດຍທັງຄູ່ພົບກັນຄັ້ງຫຼ້າສຸດເມື່ອເດືອນພຶດສະພາທີ່ຜ່ານມາ. ທັງນີ້, ເສດຖະກິດຂອງລັດເຊຍຕ້ອງເພິ່ງພາຈີນຫຼາຍຂຶ້ນເລື້ອຍໆ ໃນຊ່ວງສີ່ປີເຄິ່ງຂອງສົງຄາມໃນຢູເຄຣນ ຂະນະທີ່ບັນດາປະເທດຕາເວັນຕົກພະຍາຍາມຮຽກຮ້ອງໃຫ້ປັກກິ່ງກົດດັນມົດສະກູເພື່ອໃຫ້ຍຸຕິການຮຸກຮານ.
ທ່ານ ດີມິຕຣີ ເປສຄອບ ໂຄສົກລັດຖະບານເຄຣມລິນ ເປີດເຜີຍກັບສື່ລັດເຊຍວ່າ ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບສົງຄາມຢູເຄຣນພຽງແຕ່ “ຜ່ານໆ” ເທົ່ານັ້ນ. ນອກຈາກນີ້, ຄາດວ່າ ທ່ານ ປູຕິນຈະມີການປຶກສາຫາລືແຍກຍ່ອຍກັບປະທານາທິບໍດີ ທ່ານ ມາຊູດ ເປເຊຊເຄຽນ ຂອງອີຣານອີກດ້ວຍ.
ດ້ານ ທ່ານ ເປເຊຊເຄຽນ ກ່າວທີ່ນະຄອນຫຼວງບິຊເກກ ຫຼັງເກີດການຍິງຕອບໂຕ້ກັນເປັນຄັ້ງແຮມໃນຮອບໜຶ່ງເດືອນລະຫວ່າງສະຫະລັດກັບອີຣານ ໂດຍຢືນຢັນວ່າການເຮັດສົງຄາມຕໍ່ໄປບໍ່ແມ່ນຜົນປະໂຫຍດຂອງເຕເຮຣານ ແລະ ພວກເຂົາກຳລັງພະຍາຍາມກ້າວໄປສູ່ແນວທາງການເຮັດຂໍ້ຕົກລົງ ແລະ ຄວາມເຂົ້າໃຈຮ່ວມກັນ.
ປະທານາທິບໍດີອີຣານຍອມຮັບດ້ວຍວ່າ ປະເທດຂອງຕົນກຳລັງປະເຊີນກັບ “ຄວາມຍາກລຳບາກທາງເສດຖະກິດ” ໃນຂະນະທີ່ສະຫະລັດເລີ່ມມາດຕະການຄວບຄຸມເສດຖະກິດຂອງອີຣານລະລອກໃໝ່ ແລະ ມຸ່ງເປົ້າລົງໂທດໃຜກໍຕາມທີ່ຕິດຕໍ່ທາງທຸລະກິດ ຫຼື ໃຫ້ຄວາມຊ່ວຍເຫຼືອແກ່ອີຣານ.

ທີ່ມາຂ່າວ: cna





