
ວັນທີ 27 ສິງຫາ 2026 ຫ້ອງວ່າການເມືອງຫົງສາ ອອກແຈ້ງການດ່ວນ ໂຈະການຂ້າ, ຊື້-ຂາຍ ແລະ ນໍາເຂົ້າໝູ, ສິ້ນສ່ວນໝູ ຊົ່ວຄາວ. ໃນໄລຍະນັບແຕ່ເດືອນ ມິຖຸນາ ມາຮອດປະຈຸບັນໄດ້ເກີດການລະບາດຂອງພະຍາດອະຫິວາໝູອາຟຣິກກາ ແລະ ໄດ້ແຜ່ລາມໄປ 21 ບ້ານ ຂອງ 5 ເມືອງຄື: ເມືອງໄຊຍະບູລີ, ເມືອງທົ່ງມີໄຊ, ເມືອງແກ່ນທ້າວ, ເມືອງພຽງ ແລະ ເມືອງເງິນ ເຮັດໃຫ້ໝູຕາຍ ແລະ ຖືກຂ້າທໍາລາຍທັງໝົດ 1,949 ໂຕ, ໃນນີ້ຕາຍເອງ 1,294 ໂຕ ແລະ ຂ້າທໍາລາຍເພື່ອຕັດວົງຈອນ ຈໍານວນ 655 ໂຕ ແລະ ພົບເຫັນໝູປ່າຕາຍໃນເຂດປ່າສະຫງວນແຫ່ງຊາດນໍ້າປຸຍ ຈໍານວນຫລາຍ, ເຊີ່ງໄດ້ສົ່ງຜົນກະທົບ ແລະ ຜົນເສຍຫາຍ ຕໍ່ການລ້ຽງໝູຢ່າງຫລວງຫາຍ ແລະ ແຜ່ລະບາດຍັງມີທ່ວງທ່ານັບມື້ນັບເປັນວົງກວ້າງເພີ່ມຂື້ນເລື້ອຍໆ ເພື່ອເປັນການສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວບໍ່ໃຫ້ມາແຜ່ເຊື້ອຢູ່ພາຍໃນເມືອງຫົງສາ ແລະ ຮັບປະກັນຄວາມປອດໄພຂອງຜູ້ບໍລິໂພກຊີ້ນໝູພາຍໃນເມືອງ, ການສະໜອງສະບຽງອາຫານໃຫ້ພຽງພໍກັບຄວາມ ຕ້ອງການພາຍໃນເມືອງ ຫົວໜ້າຫ້ອງວ່າການເມືອງແຈ້ງມາຍັງບັນດາທ່ານປະຕິບັດ ດັ່ງນີ້:
1. ໂຈະການນໍາເຂົ້າໝູ, ຜະລິດຕະພັນໝູທຸກຊະນິດຈາກຕ່າງເມືອງ, ຕ່າງແຂວງ ເປັນການຊົ່ວຄາວ.
2. ໂຈະການຂ້າ, ການບໍລິໂພກຊີ້ນໝູ, ຜະລິດຕະພັນໝູທຸກສະນິດ ເປັນການຊົ່ວຄາວ ຈົນກວ່າຈະມີການ ຢັ້ງຢືນຄວາມປອດໄພຂອງພະຍາດ ແລະ ແຈ້ງການຂອງເມືອງ.
3. ໂຈະການເຄື່ອນຍ້າຍສັດທຸກປະເພດອອກຈາກເມືອງຫົງສາ ເພື່ອຮັກສາສັດໄວ້ສະໜອງພາຍໃນເມືອງໃຫ້ ພຽງພໍກັບຄວາມຕ້ອງການ.
4. ໃນກໍລະນີຫາກມີໝູເຫງົາ ຫລື ຕາຍກະທັນຫັນຢູ່ພາຍໃນຟາມ ຫລື ຄອບຄົວ ແມ່ນໃຫ້ລາຍງານໃຫ້ຫ້ອງການ ກະສິກຳ ແລະ ສິ່ງແວດລ້ອມເມືອງໂດຍດ່ວນ ເພື່ອສະກັດກັ້ນ, ແກ້ໄຂໃຫ້ຖືກຫລັກວິຊາການ ແລະ ທັນກັບ ສະພາບການ.
5. ມອບໃຫ້ຄະນະສະເພາະກິດ ຂອງເມືອງລົງກວດກາແຕ່ລະຈຸດ ເພື່ອສະກັດກັ້ນການລັກລອບນໍາເຂົ້າ-ສົ່ງ ອອກໝູ, ສັດປະເພດອື່ນໆ ແລະ ຕິດຕາມໂຮງງານຂ້າສັດ, ຕິດຕາມການຊື້-ຂາຍໝູ, ຊີ້ນສ່ວນໝູຢູ່ທ້ອງ ຕະຫລາດ ຈົນກວ່າສະພາບການລະບາດຂອງພະຍາດດັ່ງກ່າວຈະດີຂຶ້ນ ພ້ອມທັງລາຍງານໃຫ້ຄະນະຊີ້ນໍາຮັບ ຊາບຢ່າງເປັນປົກກະຕິ.
6. ຖ້າບຸກຄົນໃດຫາກຝ່າຝືນບໍ່ປະຕິບັດຕາມແຈ້ງການສະບັບນີ້ ຖ້າຫາກເຈົ້າໜ້າທີ່ ແລະ ວິຊາການທີ່ກ່ຽວຂ້ອງ ກວດກາພົບເຫັນຈະໄດ້ຢຶດເອົາສິນຄ້ານັ້ນໄວ້ ພ້ອມທັງປັບໃໝ ແລະ ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ.





