ຂປລ. ໃນຕອນບ່າຍວັນທີ 31 ສິງຫາ 2026 ທີ່ສໍານັກງານປະທານາທິບໍດີ ກຽກກິດສະຖານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ຊາດືຣ ຊາປາຣົບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ກຽກກິດສະຖານ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus) ທີ່ນະຄອນຫລວງ ບິສະເກັກ ສ ກຽກກິດສະຖານ.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີທີ່ໄດ້ມີໂອກາດພົບປະກັບ ທ່ານ ຊາດືຣ ຊາປາຣົບ ປະທານາທິບໍດີ ແຫ່ງ ສ ກຽກກິດສະຖານ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ກຽກກິດສະຖານ ໃນຖານະເປັນເຈົ້າພາບຮ່ວມກັບອົງການຮ່ວມມືຊຽງໄຮ້ ແລະ ສະແດງຄວາມຂອບ ໃຈຕໍ່ການເຊື້ອເຊີນ ສປປ ລາວ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ແລະ ຈັັດການພົບປະສອງຝ່າຍຄັ້ງນີ້ ຊຶ່ງເປັນການພົບປະກັນຄັ້ງທໍາອິດ ຂອງສອງປະມຸກລັດ ພາຍຫລັງການສ້າງຕັ້ງສາຍພົວພັນການທູດ ລະ ຫວ່າງ ສປປ ລາວ ແລະ ສ ກຽກກິດສະຖານ ອັນເປັນຂີດໝາຍສຳຄັນ ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະ ເທດຕະຫລອດໄລຍະ 3 ກວ່າທົດສະວັດຜ່ານມາ (13 ກໍລະກົດ 1995-13 ກໍລະກົດ 2026). ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໄຊອັນປະເສີດ ມາຍັງທ່ານປະທານາທິບໍດີ ແລະ ປະຊາຊົນ ກຽກກິດສະຖານ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ກຽກກິດສະຖານ ຄົບຮອບ 35 ປີ (31 ສິງຫາ 1991-31 ສິງຫາ 2026).

ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ລະຫວ່າງ ສປປ ລາວ ແລະ ສ ກຽກກິດສະຖານ ທີ່ມີມູນເຊື້ອມາແຕ່ດົນນານ ຊຶ່ງກຽກກິດສະຖານ ເປັນໜຶ່ງໃນບັນດາລັດອະດີດສະຫະພາບໂຊວຽດ ທີ່ໄດ້ໃຫ້ການຊ່ວຍເຫລືອສະໜັບສະໜູນ ໃນພາລະກິດຕໍ່ສູ້ກູ້ຊາດ ແລະ ສະຖາປະນາ ສປປ ລາວ ໃນໄລຍະຜ່ານມາ ລວມທັງການພັດທະນາຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ເປັນຈຳນວນຫລາຍ. ພ້ອມກັນນີ້, ສອງຝ່າຍ ຍັງໄດ້ທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ; ສອງຝ່າຍເຫັນດີສ້າງຕັ້ງກົນໄກການຮ່ວມມືທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດລາວ ແລະ ກຽກກິດສະຖານ. ນອກຈາກນີ້, ສອງຝ່າຍ ຍັງໄດ້ເຫັນດີໃຫ້ມີການແລກປ່ຽນບົດຮຽນປະສົບການ ເພື່ອນໍາໃຊ້ທ່າແຮງຂອງການຫັນ ປ່ຽນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລໄປສູ່ປະເທດເຊື່ອມຈອດ ເພື່ອສົ່ງເສີມການຮ່ວມມືທາງດ້ານເສດຖະກິດການ, ການຄ້າ ແລະ ການຂົນສົ່ງລະຫວ່າງກັນໃຫ້ຫລາຍຍິ່ງຂຶ້ນໃນຕໍ່ໜ້າ.

ໃນໂອກາດດຽວກັນນີ້, ທ່ານ ປະທານາທິບໍດີ ຊາດືຣ ຊາປາຣົບ ກໍໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ມີໂອກາດພົບປະກັບ ທ່ານປະທານປະເທດ ແຫ່ງ ສປປ ລາວ ແລະ ສະແດງຄວາມມຸ່ງໝັ້ນທີ່ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສປປ ລາວ-ສ ກຽກກິດສະຖານ ຢ່າງສຸດຄວາມສາມາດ ເພື່ອເສີມຂະຫຍາຍການພົວພັນຮ່ວມມືຂອງສອງປະເທດໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ, ພ້ອມທັງອວຍພອນໃຫ້ສາຍພົວພັນມິດຕະພາບ ລະຫວ່າງ ລາວ ແລະ ກຽກກິດສະຖານ ທີ່ມີມູນເຊື້ອມາແຕ່ດົນນານ ຈົ່ງສືບຕໍ່ໄດ້ຮັບການພັດທະນາ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.





