ຈາກກໍລະນີລູກຈ້າງຊາວລາວ ໄດ້ອອກມາໂພສຄລິບເລົ່າເຫດການ ໃນວັນທີ 26 ສິງຫາ 2026 ວ່າ: ຕົນເອງໄດ້ຖືກນາຍຈ້າງຄົນໄທ ທຳຮ້າຍຮ່າງກາຍ ຍ້ອນລາອອກຈາກວຽກ ໃນສື່ສັງຄົມອອນລາຍ ກໍໄດ້ກາຍເປັນກະແສໂດ່ງດັງຢ່າງຫຼວງຫຼາຍ.
ຫຼ້າສຸດມາໃນວັນທີ 27 ສິງຫາ 2026 , ສຳນັກຂ່າວສົດຂອງໄທລາຍງານວ່າ: ພາຍຫຼັງມີຂ່າວວ່າ ເຈົ້າຂອງຮ້ານເຂົ້າມັນໄກ່ ລຸມທຳຮ້າຍຮ່າງກາຍລູກຈ້າງຊາວລາວ ທີມຂ່າວໄດ້ລົງພື້ນທີ່ຈຸດເຫດຢູ່ຮ້ານເຂົ້າມັນໄກ່ ຕັ້ງຢູ່ໃນຕະຫຼາດບາງໃຫຍ່ຊິຕີ້ ອຳເພີບາງໃຫຍ່ ຈັງຫວັດນົນທະບູລີ ປະເທດໄທ ແຕ່ຮ້ານເຂົ້າມັນໄກ່ໄດ້ປິດຮ້ານຊົ່ວຄາວເນື່ອງຈາກເຈົ້າຂອງຮ້ານໄປທ່ຽວຈັງຫວັດການຈະນະບູລີ.
ຢ່າງໃດກໍຕາມ ສື່ຂ່າວໄດ້ໂທຫາ “ເຈ້ປອຍ” ເຈົ້າຂອງຮ້ານເຂົ້າມັນໄກ່ ແລະ ໄດ້ໃຫ້ສຳພາດ ວ່າ: ໃນມື້ເກີດເຫດ ໄດ້ເອີ້ນລູກຈ້າງ 2 ຄົນ ເຊິ່ງເປັນຜົວເມຍກັນ ມາໂອ້ລົມກ່ຽວກັບເລື່ອງການລາອອກ ແລະ ການຊຳລະຄ່າໃຊ້ຈ່າຍໃນການເຮັດເອກະສານ MOU ທີ່ທາງເຈົ້າຂອງຮ້ານໄດ້ຈ່າຍໃຫ້ກ່ອນ ໂດຍລູກຈ້າງເຄີຍຮັບປາກວ່າຈະຜ່ອນຊຳລະໃຫ້.
ນອກຈາກນີ້, ຍັງໄດ້ຂໍໃຫ້ລູກຈ້າງຊ່ວຍຖ່າຍທອດສູດເຮັດນ້ຳແຈ່ວໃຫ້ແກ່ພະນັກງານຄົນໃໝ່. ເນື່ອງຈາກວ່າລູກຈ້າງຄົນດັ່ງກ່າວມັກລາພັກວຽກເລື້ອຍໆ ທີ່ຜ່ານມາຕົນເອງໄວ້ໃຈໃຫ້ເບິ່ງແຍງຮ້ານ ແລະ ເງິນຄຳ ຈົນມາຈັບໄດ້ວ່າຍັກຍອກເງິນ ແຕ່ກໍບໍ່ໄດ້ຕໍ່ວ່າຫຍັງຍ້ອນຄວາມສົງສານ ບາງເທື່ອເຂົາລາພັກວຽກກໍຕ້ອງໄດ້ປິດຮ້ານໄປນຳກໍມີ.
ສຳລັບປະເດັນການທຳຮ້າຍຮ່າງກາຍນັ້ນ, ເຈົ້າຂອງຮ້ານຢືນຢັນວ່າ: ຕົນເອງບໍ່ຮູ້ຈັກກັບກຸ່ມຜູ້ກໍ່ເຫດ ແລະ ບໍ່ເຄີຍຂົ່ມຂູ່ເອົາຊີວິດລູກຈ້າງຕາມທີ່ຖືກກ່າວອ້າງໃນການໄລສົດເທິງເຟສບຸກ. ທາງເຈົ້າຂອງຮ້ານຄາດວ່າຜູ້ກໍ່ເຫດອາດຈະເປັນກຸ່ມຄົນທີ່ເຄີຍມີບັນຫາຂັດແຍ້ງກັບລູກຈ້າງມາກ່ອນ.
ຫຼ້າສຸດມີລາຍງານວ່າ 2 ຜົວເມຍຊາວລາວ ໄດ້ຕັດສິນໃຈເດີນທາງກັບຄືນປະເທດລາວແລ້ວ ໂດຍໃຫ້ເຫດຜົນວ່າ ບໍ່ກ້າອາໄສຢູ່ໃນປະເທດໄທຕໍ່ໄປ ເພາະຖືກຂົ່ມຂູ່ເອົາຊີວິດ ຈຶ່ງຕ້ອງໜີກັບບ້ານເພື່ອຄວາມປອດໄພຂອງຕົນເອງ.
ສ່ວນຄວາມຈິງຂອງເຫດການຈະເປັນແນວໃດນັ້ນ ຍັງຢູ່ໃນຂັ້ນຕອນການດຳເນີນການຂອງເຈົ້າໜ້າທີ່ ແລ້ວຈະລາຍງານໃຫ້ຊາບຕື່ມພາຍຫຼັງ





