ໂຫດຮ້າຍແທ້ ໃນຄືນວັນທີ 03/09/2026 ເວລາປະມານ 19:45 ເກີດເຫດຄົນຮ້າຍບຸກປຸ້ນຊີງຊັບ ຮ້ານສະດວກຂື້ແຫ່ງໜຶ່ງ ຢູ່ທີ່ບ້ານສະໜາມໄຊ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ.
ຕາມລາຍງານຄົນຮ້າຍໄດ້ໃຊ້ອາວຸດມີດເຂົ້າປຸ້ນແຕ່ເຈົ້າຂອງຮ້ານບໍ່ຍອມຈຶ່ງເກີດການຕໍ່ສູ້ກັນ ຈົນເຈົ້າຂອງຮ້ານຖືກແທງຈົນເສຍຊີວິດ ພາຍຫຼັງກໍ່ເຫດຄົນຮ້າຍໄດ້ຂັບລົດເພື່ອຫຼົບໜີ.
ຖ້າເປັນພົບເຫັນຫຼືມີເບາະແສສາມາດແຈ້ງຕໍ່ເຈົ້າໜ້າທີ່ໄດ້ເລີຍ.





