ຂ່າວສານ ເມືອງ ສີສັດຕະນາກ ລາຍງານວ່າ: ແຕ່ວັນທີ 30 ສິງຫາ ແລ້ວນີ້ ເປັນຕົ້ນມາ, ເມືອງສີສັດຕະນາກ ໄດ້ຈັດໜ່ວຍງານໂຄສະນາເຄື່ອນທີ່ ລົງໂຄສະນາປະຊາສຳພັນຢູ່ເຂດພັດທະນາແຄມຂອງ ໄລຍະ II ໃນທຸກໆຕອນແລງ ເພື່ອແຈ້ງເຕືອນ ແລະ ສ້າງຄວາມຮັບຮູ້ໃຫ້ແກ່ພໍ່ແມ່ປະຊາຊົນ, ຜູ້ປະກອບການ, ພໍ່ຄ້າ ແມ່ຄ້າ ແລະ ຜູ້ມາໃຊ້ບໍລິການ ໃຫ້ຮ່ວມກັນປະຕິບັດຕາມລະບຽບການທີ່ກຳນົດໄວ້.
ການລົງໂຄສະນາເຄື່ອນທີ່ໃນຄັ້ງນີ້ ຈຸດປະສົງເພື່ອສ້າງຄວາມຮູ້–ຄວາມເຂົ້າໃຈ, ປຸກຈິດສຳນຶກ ແລະ ຂໍຄວາມຮ່ວມມືຈາກທຸກພາກສ່ວນ ໃຫ້ຮ່ວມກັນຮັກສາຄວາມສະຫງົບ, ຄວາມສະອາດ, ຄວາມເປັນລະບຽບ ແລະ ຄວາມປອດໄພ ພາຍໃນເຂດພັດທະນາແຄມຂອງ ໄລຍະ II ໃຫ້ເປັນແຫຼ່ງພັກຜ່ອນ–ທ່ອງທ່ຽວທີ່ສວຍງາມ ແລະ ໜ້າມາໃຊ້ບໍລິການ.
ເນື້ອໃນສຳຄັນ ໃນການໂຄສະນາປະຊາສຳພັນ ແມ່ນເນັ້ນກ່ຽວກັບການຄວບຄຸມສຽງເນື່ອງນັນ, ການຈັດລະບຽບການສັນຈອນ ແລະ ຈຸດຈອດລົດ, ການຮັກສາຄວາມສະອາດ, ການຈັດສັນບ່ອນຂາຍເຄື່ອງ ຕະຫລອດເຖິງການແຈ້ງເຕືອນຫ້າມນຳເອົາສິນຄ້າຕ້ອງຫ້າມ ຫລື ສິນຄ້າທີ່ຂັດຕໍ່ກົດ ໝາຍ ມາວາງຂາຍຢູ່ໃນພື້ນທີ່.
– ສໍາລັບການຄວບຄຸມເລື່ອງສຽງ, ໄດ້ໂຄສະນາໃຫ້ຜູ້ປະກອບການ ແລະ ຜູ້ໃຊ້ສະຖານທີ່ ຮ່ວມກັນຄວບຄຸມສຽງ ບໍ່ວ່າເປັນການເປີດເຄື່ອງຂະຫຍາຍສຽງ, ສຽງຍານພາຫະນະຕ່າງໆ ຕ້ອງຮັບປະກັນບໍ່ໃຫ້ລົບກວນປະຊາຊົນອ້ອມຂ້າງ, ຜູ້ປະກອບການຕ້ອງປະຕິບັດຕາມກຳນົດດ້ານເວລາເປີດ–ປິດບໍລິການ ຢ່າງເຂັ້ມງວດ.
– ການສັນຈອນ ໄດ້ແຈ້ງໃຫ້ຜູ້ນໍາໃຊ້ເສັ້ນທາງຄູກັນຕະຝັ່ງເຈື່ອນ ຮັບຊາບເຖິງການກໍານົດທິດທາງການສັນຈອນແບບ Oneway ໃນຊ່ວງເວລາ 16:00–21:00 ໂມງ ຈາກບ້ານພັນໝັ້ນ ຫາ ບ້ານໂຄກນິນ ແລະ ຈຸດຈອດລົດທີ່ກຳນົດໄວ້ 3 ຈຸດ ຄື: ບໍລິເວນບ້ານພັນໝັ້ນ, ບ້ານຫາຍໂສກ (ຂ້າງສິມ) ແລະ ບ້ານໂຄກນິນ.
– ດ້ານຄວາມສະອາດ ໄດ້ເນັ້ນໃຫ້ປະຊາຊົນ ແລະ ຊາວຄ້າຂາຍ ຮ່ວມກັນເກັບມ້ຽນຂີ້ເຫຍື້ອ, ບໍ່ຖິ້ມຊະຊາຍ ເພື່ອຮັກສາໃຫ້ເຂດແຄມຂອງມີຄວາມສະອາດ, ສວຍງາມ ແລະ ເປັນລະບຽບ.
– ສໍາລັບຊາວຄ້າຂາຍ ໄດ້ໂຄສະນາໃຫ້ຈັດວາງສິນຄ້າຕາມຈຸດທີ່ກຳນົດ, ບໍ່ຕັ້ງໂຕະ–ຕັ່ງກີດຂວາງຟຸດບາດ ແລະ ເດີ່ນຫຍ້າ, ຕິດປ້າຍລາຄາສິນຄ້າ ແລະ ຄ່າບໍລິການເປັນເງິນກີບຢ່າງຈະແຈ້ງ, ພ້ອມທັງຫ້າມນຳເອົາສິນຄ້າຕ້ອງຫ້າມ ແລະ ສິນຄ້າທີ່ຂັດຕໍ່ກົດໝາຍມາວາງຂາຍໂດຍເດັດຂາດ.
ການລົງໂຄສະນາເຄື່ອນທີ່ໃນຄັ້ງນີ້ ມີຈຸດປະສົງເພື່ອສ້າງຄວາມຮູ້–ຄວາມເຂົ້າໃຈ, ປຸກຈິດສຳນຶກ ແລະ ຂໍຄວາມຮ່ວມມືຈາກທຸກພາກສ່ວນ ໃຫ້ຮ່ວມກັນຮັກສາຄວາມສະຫງົບ, ຄວາມສະອາດ, ຄວາມເປັນລະບຽບ ແລະ ຄວາມປອດໄພ ພາຍໃນເຂດພັດທະນາແຄມຂອງ ໄລຍະ II ໃຫ້ເປັນແຫຼ່ງພັກຜ່ອນ–ທ່ອງທ່ຽວທີ່ສວຍງາມ ແລະ ໜ້າມາໃຊ້ບໍລິການ.





