ຜູ້ປະສົບໄພພິບັດນໍ້າຖ້ວມຢູ່ເມືອງນາແລ ໄດ້ຮັບເຄື່ອງຊ່ວຍເຫລືອ

Must read

ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ທ່ານ ຄໍາຟອງ ອິນມະນີ ປະທານຄະນະກໍາມະການປົກຄອງແຂວງ ຫລວງນ້ຳທາ ພ້ອມດ້ວຍຄະນະ ເຄື່ອນໄຫວຕິດຕາມ-ຊຸກຍູ້ ແລະ ມອບເຄື່ອງຊ່ວຍເຫລືອປະຊາຊົນ ຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງນາແລ ແຂວງຫລວງນໍ້າທາ ໃນວັນທີ 3 ກັນຍາ 2026.

ການລົງພື້ນທີ່ຕິດຕາມ, ກວດກາ ແລະ ປະເມີນຄວາມເສຍຫາຍຕົວຈິງ ດ້ານພື້ນຖານໂຄງລ່າງ ຄັ້ງນີ້ ມີ 4 ຈຸດຄື: ຈຸດບ້ານສາງອາກ, ບ້ານຫາດລອຍ, ບ້ານທົ່ງຖອນ ແລະຈຸດໂຮງຮຽນ ມສ ເມືອງ.

ທ່ານ ທໍາມະວົງ ບຸນຖາວອນ ເລຂາຄະນະບໍລິຫານງານພັກເມືອງນາແລ ໄດ້ລາຍງານວ່າ: ໃນລະຫວ່າງວັນທີ 29-31 ສິງຫາ 2026 ເມືອໄດ້ຮັບແຈ້ງເຕືອນຈາກ ກົມອຸຕຸນິຍົມ, ໄດ້ຮັບການແຈ້ງຈາກຄະນະຮັບຜິດຊອບຂັ້ນແຂວງ ແລະ ແຈ້ງການຂອງຫ້ອງວ່າການແຂວງ, ອົງການປົກຄອງເມືອງ ກໍຄືຄະນະຮັບຜິດຊອບໄພພິບັດຂັ້ນເມືອງ ໄດ້ກະກຽມຮັບມື ໂດຍແຈ້ງເຕືອນບັນດາບ້ານທີ່ມີຄວາມສ່ຽງຍົກຍ້າຍໄປບ່ອນທີ່ມີຄວາມປອດໄພໂດຍມີຄວາມພ້ອມ 24 ຊົ່ວໂມງ. ຜ່ານການລົງຕິດຕາມ ກວດກາ ແລະ ປະເມີນຄວາມເສຍຫາຍຕົວຈິງ ດ້ານພື້ນຖານໂຄງລ່າງເສຍຫາຍ ແລະ ບ້ານທີ່ຖືກຜົນກະທົບໃນເບື້ອງຕົ້ນ ມີໂຮງຮຽນ 12 ແຫ່ງ, (ເປ່ເພເສຍຫາຍ 7 ເເຫ່ງ) ລະບົບນໍ້າລິນເປ່ເພ 12 ບ້ານ, ຫ້ອງການຕາແສງ 1 ຫລັງ, ລະບົບໄຟຟ້າຂາດ 1 ບ້ານ, ເສັ້ນທາງຊົນນະບົດດິນເຈື່ອນຂາດການສັນຈອນ 6 ເສັ້ນ, ເສັ້ນທາງຊົນນະບົດ 4 ເສັ້ນ, ເສັ້ນທາງຫລວງ 2 ເສັ້ນ ລວມມູນຄ່າປະເມີນຜົນເສຍຫາຍ 25 ຕື້ກວ່າກີບ, ບັນດາບ້ານທີ່ຖືກນໍ້າຖ້ວມເຮືອນ, ໃຮ່, ນາ, ຮົ້ວສວນ ແລະ ໜອງປາ 22 ບ້ານຄື: ບ້ານຫາດນາແລ້ງ, ພູປາດ, ພູລວງ, ສາງອາກ, ຫາດເຕາະ, ພູລາ, ຫາດຈະລະ, ສະໂຫລຍ, ຫາດລອຍ, ຫາດລົມ, ທົ່ງຖອນ (ຖ້ວມ 100% ລະດັບນໍ້າສູງ 6ແມັດ), ບ້ານເລົາ, ນໍ້າແຫງ, ດອນຊາຍ, ອ້ອມ, ນາແລ້ງ, ວັງມີໄຊ, ຄອນຈັນ, ຫາດຈອນ, ຜາວີ, ວຽງໃໝ່ ແລະ ບ້ານພູວຽງ ໃນຈໍານວນບ້ານດັ່ງກ່າວ ມີຜົນເສຍຫາຍນໍ້າຖ້ວມເຮືອນ 15 ບ້ານ, 305 ຄອບຄົວ, ພົນລະເມືອງ 1.646 ຄົນ, ຍິງ 819 ຄົນ, ເຮືອນທີ່ຖືກຜົນກະທົບໜັກໃຊ້ການບໍ່ໄດ້ 33 ຫລັງຄາ. ສ່ວນອີກ 7 ບ້ານແມ່ນມີຜົນກະທົບເນື້ອທີ່ທໍາການຜະລິດ ໃຮ່, ນາ, ໜອງປາ ແລະ ດິນຜະລິດກະສິກໍາອື່ນໆ.

ໃນໂອກາດນີ້, ທ່ານ ຄໍາຟອງ ອິນມະນີ ໄດ້ມີຄໍາເຫັ້ນຊີ້ນໍາ ແລະ ເນັ້ນໜັກຕໍ່ການນໍາຂອງເມືອງ ຄະນະຮັບຜິດຊອບທຸກຂະເເໜງການຂັ້ນເມືອງ ຕ້ອງໄດ້ຮີບຮ້ອນລົງຕິດຕາມສະພາບການຢ່າງໃກ້ຊິດ ແລະ ເຂົ້າໃຫ້ຄວາມຊ່ວຍເຫລືອເບື້ອງຕົ້ນແກ່ພໍ່ແມ່ປະຊາຊົນ ພ້ອມທັງໃຫ້ກໍາລັງໃຈ ແລະ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ລະດົມກຳລັງລົງຊ່ວຍເຫລືອປະຊາຊົນຜູ້ປະສົບໄພ ສຳຫລວດ ແລະ ເກັບກຳຂໍ້ມູນຜົນເສຍຫາຍໃຫ້ຄົບຖ້ວນ ພ້ອມທັງເລັ່ງຟື້ນຟູພື້ນຖານໂຄງລ່າງ, ເສັ້ນທາງ, ໂຮງຮຽນ ແລະ ຈຸດສຳຄັນຕ່າງໆ ໃຫ້ສາມາດກັບຄືນມາໃຊ້ງານໄດ້ໂດຍໄວ, ເນັ້ນໃຫ້ປະຊາຊົນ ຜູ້ທີ່ຢູ່ໃນເຂດມີຄວາມສ່ຽງ ຈົ່ງເພີ່ມຄວາມລະມັດລະວັງ, ຕິດຕາມສະພາບນໍ້າ ແລະ ການແຈ້ງເຕືອນ ຈາກພາກລັດຢ່າງໃກ້ຊິດເພຶ່ອຄວາມປອດໄພຕໍ່ຊີວິດ ແລະ ຊັບສິນ. ປັດຈຸບັນ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ຍັງເຝົ້າລະວັງ ແລະ ຕິດຕາມລະດັບນ້ຳຢ່າງຕໍ່ເນື່ອງ ພ້ອມທັງແຈ້ງເຕືອນໃຫ້ປະຊາຊົນໃນເຂດທີ່ມີຄວາມສ່ຽງ ກຽມພ້ອມຮັບມືກັບສະພາບອາກາດຢ່າງມີສະຕິ.

ໂອກາດດຽວກັນ, ທ່ານຍັງໄດ້ນໍາເອົາອຸປະກອນ, ເຄື່ອງບໍລິໂພກ, ອຸປະໂພກ, ນໍ້າດື່ມ ແລະ ເຄື່ອງໃຊ້ທີ່ຈໍາເປັນຈໍານວນໜຶ່ງລວມມູນຄ່າ 170 ລ້ານກີບ ມອບໃຫ້ບາງບ້ານ ທີ່ຖື່ກຜົນກະທົບໜັກ ແລະ ເມືອງ ເພື່ອນໍາໄປແຈກຢາຍໃຫ້ທົ່ວເຖິງ ຕາມຄວາມເໝາະສົມ.

ຂ່າວ: ອຸດົມສຸກ ວັນສະໝອນ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article