ໃນວັນທີ 02 ກັນຍາ 2026 ເຈົ້າໜ້າທີ່ຕຳຫຼວດພະແນກຈະລາຈອນ ປກສ ແຂວງ ຊຽງຂວາງ ປະຈຳຢູ່ຈຸດກວດກາ ບ້ານ ຄັງໄຂ ເມືອງ ແປກ ແຂວງ ຊຽງຂວາງ ໄດ້ກວດກາຜູ້ຂັບຂີ່ລົດຈັກເວບ 100 ສີຂຽວດຳ ໄດ້ພົບເຫັນສິ່ງທີ່ຜິດກົດໝາຍປະເພດ ຢາບ້າ ຈຳນວນ 54 ເມັດ ສະນັ້ນ ຈື່ງກັກພາຫະນະປະເພດລົດຈັກ ຈຳນວນ 01 ຄັນ, ພ້ອມຜູ້ຂັບຂີ່ສົ່ງໃຫ້ພາກສ່ວນກ່ຽວຂ້ອງດຳເນີນຄະດີຕາມລະບຽບກົດໝາຍ.
ຂ່າວຈາກ: ກົມຕຳຫຼວດຈະລາຈອນ





