ທຣຳ ຂູ່ລະງັບການຈຳໜ່າຍຍົນ Bombardier ຂອງແຄນາດາໃນຕະຫຼາດສະຫະລັດຯ ຫາກບໍລິສັດບໍ່ຍອມຜະລິດຍົນໃນສະຫະລັດຯ, ພ້ອມກ່າວຫາວ່າ ແຄນາດາປະຕິບັດຕໍ່ສະຫະລັດຯ ຢ່າງບໍ່ເປັນທຳ, ດຶງສົງຄາມການຄ້າຕຶງເຄຽດອີກ.
ໂດນັລ ທຣຳ ປະທານາທິບໍດີສະຫະລັດຯ ອອກມາຂູ່ຜ່ານແພລດຟອມ Truth Social ເມື່ອວັນຈັນທີ 7 ກັນຍາວ່ານີ້ວ່າ: ອາດສັ່ງຫ້າມຈຳໜ່າຍຍົນຂອງ Bombardier ຜູ້ຜະລິດຍົນຮາຍໃຫຍ່ຈາກແຄນາດາໃນສະຫະລັດຯ, ຫາກບໍລິສັດຕ້ອງການເຂົ້າເຖິງຕະຫຼາດສະຫະລັດຯ ກໍຕ້ອງເຂົ້າມາສ້າງຍົນພາຍໃນປະເທດ.
ທຣຳ ໂພສຂໍ້ຄວາມຜ່ານໂດຍໃຊ້ຕົວພິມໃຫຍ່ທັງໝົດວ່າ “ບໍ່ມີການຂາຍ Bombardier ໃນສະຫະລັດຯ ອີກຕໍ່ໄປ!”. ຢ່າງໃດກໍຕາມ, ຜູ້ນຳສະຫະລັດຯ ບໍ່ໄດ້ລະບຸລາຍລະອຽດວ່າ ຫາກຕ້ອງການລະງັບການຈຳໜ່າຍຍົນຂອງ Bombardier ຈິງ ຈະດຳເນີນການຜ່ານກົນໄກ ຫຼື ໜ່ວຍງານໃດ.
ນອກຈາກນີ້, ທຣຳ ຍັງກ່າວຫາວ່າ ແຄນາດາມີມາດຕະການທາງການຄ້າທີ່ບໍ່ຍຸຕິທຳ ແລະ ບໍ່ເປັນທຳຕໍ່ສະຫະລັດຯ, ພ້ອມລະບຸວ່າ ແຄນາດາຂັດຂວາງບໍ່ໃຫ້ທະນາຄານ ແລະ ບໍລິສັດອາເມຣິກັນເຂົ້າໄປເຮັດທຸລະກິດໃນປະເທດ, ແລະ ຢ້ຳວ່າ ຍຸກສະໄໝນັ້ນຈົບລົງແລ້ວ.
ທຣຳ ຍັງລະບຸວ່າ ຕະຫຼາດສະຫະລັດຯ ຄິດເປັນສັດສ່ວນຫຼາຍກວ່າເຄິ່ງໜຶ່ງຂອງຮາຍໄດ້ຂອງ Bombardier, ເຊິ່ງໝາຍຄວາມວ່າ ການຖືກຈຳກັດການເຂົ້າເຖິງຕະຫຼາດສະຫະລັດຯ ອາດສົ່ງຜົນກະທົບຕໍ່ບໍລິສັດຢ່າງມີນັຍສຳຄັນ.
Bombardier ໂຕ້ ສ້າງງານໃນສະຫະລັດຯ ຫຼາຍໝື່ນຕຳແໜ່ງ
ດ້ານ Bombardier ອອກແຖລອງການຕອບໂຕ້ວ່າ: ບໍລິສັດມີສ່ວນສ້າງງານຫຼາຍໝື່ນຕຳແໜ່ງທົ່ວສະຫະລັດຯ ຜ່ານການຂະຫຍາຍທຸລະກິດ ແລະ ຖານການດຳເນີນງານໃນອາເມຣິກາ, ລວມເຖິງເຄືອຂ່າຍຊັບພຼາຍເອີ (Supplier) ເຊິ່ງປະກອບດ້ວຍບໍລິສັດອາເມຣິກັນຮາວ 2,800 ແຫ່ງໃນ 47 ລັດ.
ບໍລິສັດລະບຸວ່າ ອຸດສາຫະກຳການບິນ ແລະ ອາວະກາດຂອງສະຫະລັດຯ ເປັນໜຶ່ງໃນພາກສ່ວນທີ່ໄດ້ຮັບປະໂຫຍດຢ່າງຈະແຈ້ງຈາກການຄ້າ ແລະ ການສົ່ງອອກ, ພ້ອມຢ້ຳວ່າ Bombardier ເປັນຜູ້ມີສ່ວນສຳຄັນຕໍ່ອຸດສາຫະກຳດັ່ງກ່າວ ໂດຍຍົນຂອງບໍລິສັດໃຊ້ຊິ້ນສ່ວນທີ່ຜະລິດໃນສະຫະລັດຯ ຈຳນວນຫຼາຍ ບໍ່ວ່າຈະເປັນເຄື່ອງຍົນ, ລະບົບອາກາດຍານ ແລະ ລະບົບສຳຄັນອື່ນໆ ເຊິ່ງຈັດຫາໂດຍບໍລິສັດສັນຊາດອາເມຣິກັນ.
ນອກຈາກນີ້, Bombardier ຍັງມີແຜນເປີດໂຮງງານແຫ່ງໃໝ່ໃນເມືອງຟອດເວນ (Fort Wayne) ລັດອິນເດຍນາ (Indiana) ພາຍໃນຊ່ວງປາຍປີນີ້ ເຊິ່ງບໍລິສັດມອງວ່າເປັນສ່ວນໜຶ່ງຂອງການຂະຫຍາຍຖານທຸລະກິດໃນສະຫະລັດຯ.
ນີ້ບໍ່ແມ່ນຄັ້ງທຳອິດທີ່ ທຣຳ ຂູ່ດຳເນີນມາດຕະການກັບ Bombardier ໂດຍເມື່ອເດືອນມັງກອນທີ່ຜ່ານມາ, ຜູ້ນຳສະຫະລັດຯ ເຄີຍຂູ່ທີ່ຈະເພິກຖອນການຮັບຮອງຍົນ Bombardier ທີ່ໃຊ້ງານໃນສະຫະລັດຯ ແລະ ເອີ້ນເກັບພາສີນຳເຂົ້າຍົນຈາກແຄນາດາສູງເຖິງ 50%.
ສຳລັບຄຳຂູ່ລ່າສຸດກ່ຽວກັບ Bombardier ຍັງບໍ່ມີຄວາມຊັດເຈນວ່າຈະສາມາດດຳເນີນການໄດ້ແນວໃດ ເນື່ອງຈາກໜ່ວຍງານທີ່ມີອຳນາດຮັບຮອງ ຫຼື ເພິກຖອນການຮັບຮອງຍົນໃນສະຫະລັດຯ ຄື ສຳນັກງານບໍລິຫານການບິນແຫ່ງຊາດສະຫະລັດຯ ຫຼື FAA ບໍ່ແມ່ນທຳນຽບຂາວໂດຍກົງ.
ປັດຈຸບັນ, ຍົນ Bombardier ຍັງຄົງໄດ້ຮັບການຮັບຮອງໃຫ້ໃຊ້ງານໃນສະຫະລັດຯ ແລະ ບໍລິສັດຍັງໄດ້ຮັບການຍົກເວັ້ນຈາກພາສີນຳເຂົ້າຂອງສະຫະລັດຯ.
ຄຳຂູ່ຂອງ ທຣຳ ມີຂຶ້ນໃນຊ່ວງທີ່ຄວາມສຳພັນທາງການຄ້າລະຫວ່າງສະຫະລັດຯ ແລະ ແຄນາດາ ກຳລັງຕຶງເຄຽດຢ່າງໜັກ ໂດຍເມື່ອເດືອນທີ່ແລ້ວ, ທຣຳ ປະກາດຂຶ້ນພາສີນຳເຂົ້າສິນຄ້າຈາກແຄນາດາບາງຮາຍການໃນອັດຕາສູງເຖິງ 50% ຄອບຄຸມສິນຄ້າມູນຄ່າຮາວ 20,000 ລ້ານໂດລາສະຫະລັດ.
ລ່າສຸດ, ແຄນາດາປະກາດກຽມໃຊ້ພາສີຕອບໂຕ້ສິນຄ້າຈາກສະຫະລັດຯ ໃນມູນຄ່າໃກ້ຄຽງກັນ ໂດຍຈະເລີ່ມມີຜົນຕັ້ງແຕ່ຊ່ວງເຊົ້າວັນອັງຄານທີ 8 ກັນຍາ ຕາມເວລາທ້ອງຖິ່ນ.
ພາສີຕອບໂຕ້ຂອງແຄນາດາຈະຢູ່ທີ່ 15%, 25% ແລະ 50% ຂຶ້ນຢູ່ກັບປະເພດສິນຄ້າ ໂດຍຄອບຄຸມສິນຄ້ານຳເຂົ້າຈາກສະຫະລັດຯ ຫຼາຍຮາຍການ ລວມເຖິງຜະລິດຕະພັນເຫຼັກ ແລະ ອາລູມິນຽມ ຕະຫຼອດຈົນສິນຄ້າອາຫານຢ່າງຊີສ (Cheese) ແລະ ຜະລິດຕະພັນຈາກນົມ.
ແຫຼ່ງຂ່າວ: Channel NewsAsia





