ປກສ ແຂວງອັດຕະປື ລາຍງານວ່າ: ວັນທີ 28 ກໍລະກົດ 2026, ເວລາ 13:00 ໂມງ ເຈົ້າໜ້າທີ່ວິຊາສະເພາະ ໄດ້ຮັບແຈ້ງຂໍ້ມູນຈາກພົນລະເມືອງດີວ່າ: ມີກຸ່ມຄົນຕ່າງປະເທດມາພັກເຊົາ ແລະ ມີການ ເຄື່ອນໄຫວຜິດປົກກະຕິ ຢູ່ເຮືອນເຊົ່າ 2 ຈຸດ. ຈຶ່ງໄດ້ແຕ່ງຕັ້ງໃຫ້ ເຈົ້າໜ້າທີວິຊາສະເພາະ ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງ ອັດຕະປື ສົບທົບກັບ ເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປ້ອງກັນຄວາມສະຫງົບ ເມືອງ ສາມັກຄີໄຊ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າກວດຄົ້ນ ຄື:

– ຈຸດທີ 1: ຢູ່ເຮືອນເຊົ່າບ້ານເມືອງໃໝ່ ເມືອງສາມັກຄີໄຊ ພົບເຫັນໂນດບຸກ 9 ໜ່ວຍ, ພັດສະປອດ ຈໍານວນ 4 ຫົວ ແລະ ສາມາດກັກຕົວຄົນຫວຽດນາມ 4 ຄົນ ຄື: ທ້າວ ຟາມຈຸງຫງຽນ, ທ້າວ ເຈືອງ ຮ່ວາງລອງ, ທ້າວ ຫງຽນຕ໋ຽນວິງ ແລະ ທ້າວ ຫງຽນວັນຮຶງ

– ຈຸດທີ 2 : ຢູ່ເຮືອນເຊົ່າ ບ້ານເຊກອງ ເມືອງສາມັກຄີໄຊ, ຜ່ານການກວດຄົ້ນ ສາມາດກັກຕົວຄົນຫວຽດນາມ ໄດ້ 2 ຄົນ ແລະ ພົບເຫັນພັດສະປອດ 4 ຫົວ ຄື: ທ້າວ ຫງຽນວ້ຽດຮ່ວາງ ແລະ ທ້າວ ຫງຽນຮ່ວານ, ທ້າວ ຫງຽນແທງຟັກ ແລະ ທ້າວ ເລເຟືອກເຈືອງ.

ສາມາດຢຶດເຄື່ອງຂອງກາງ ປືນສັ້ນ 2 ກະບອກ, ລູກປືນສັ້ນ 7 ລູກ, ຄອມພິວເຕີໂນດບຸກ 3 ໜ່ວຍ, ຄອມຕັ້ງໂຕະ 2 ໜ່ວຍ, ປື້ມພັສປອດ 4 ຫົວ, ເຄື່ອງຊ໋ອດໄຟຟ້າ 1 ອັນ, ໂທລະສັບ 2 ໜ່ວຍ, ລົດຈິບສີຂາວ 1 ຄັນ ໝາຍເລກທະບຽນ ກຄ: 3216 ສະຫັວນນະເຂດ, ໜ້າຈໍຄັອມພິວເຕີ ຄອມຕັ້ງໂຕະ 6 ໜ່ວຍ ແລະ ອຸປະກອນທີ່ໃຊ້ກະທໍາຜິດອີກຫລສບລາຍການ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະ ທ້າວ ຫງຽນທຽນບິງ ໄດ້ໃຫ້ການວ່າ: ໃນຕົ້ນປີ 2026 ໄດ້ພົວພັນກັບ ທ້າວ ຖຽນ (ຄົນຫວຽດນາມ) ຈຸດປະສົງແມ່ນຈະມາຕັ້ງສູນ ສະແກມເມີ້ ຢູ່ແຂວງ ອັດຕະປື. ຈາກນັ້ນ, 6/7/2026 ຈຶ່ງໄດ້ພາກັນເຂົ້າມາ ແຂວງອັດຕະປື ເພື່ອຊອກຫາສະຖານທີ່ ເພື່ອເຊົ່າ, ສ່ວນສະຖານທີ່ ແມ່ນທ້າວ ຖຽນ ເປັນຜູ້ເຊົ່າ ຢູ່ຂ້າງຕະຫລາດ ເຊີ່ງເປັນເຮືອນຫ້ອງແຖວ 3 ຫ້ອງ 2 ຊັ້ນ, ພວກຕົນເຊົ່າ ແມ່ນຢູ່ຊັ້ນ 2 ເຊົ່າໃນລາຄາ ປີລະ 50,000,000 ກີບ. ຈາກນັ້ນ, ຈຶ່ງໄດ້ຊວນເອົາໝູ່ອີກ 3 ຄົນ ມາເຮັດວຽກນໍາກັນ ໂດຍ ໄດ້ແບ່ງໜ້າທີ່ກັນ ໃຫ້ແຕ່ລະຄົນ, ນໍາເອົາເຄື່ອງໂນດບຸກ 9 ໜ່ວຍເຂົ້າມາ ເພື່ອຕົ້໊ວະປະຊາຊົນຫວຽດນາມ ໃຫ້ຫລົງເຊື່ອ ອ້າງຕົວເອງ ເປັນເຈົ້າໜ້າທີ່ຕໍາຫລວດ ໃນການແລ່ນ ເອກະສານ ເອົາຄົນໄປຮຽນ, ເຮັດບັດປະຈໍາຕົວ ສົ່ງເລກບັນຊີໃຫ້ເປົ້າໝາຍ ໂອນເງິນກ່ອນ ເມື່ອໄດ້ເງິນແລ້ວ ກໍ່ໄດ້ບ໋ອກ ເບີໂທລະສັບ.

ປັດຈຸບັນ ທາງເຈົ້າໜ້າທີ່ວິຊາສະເພາະ ຍັງຢູ່ໃນຂັ້ນຕອນ ການສືບສວນ-ສວບສວນ ຂະຫຍາຍຜົນຫາກຸ່ມເຄືອຂ່າຍ ຫົວໂປ່ໂຕການ ແລະ ປະກວບເອກະສານ ຕາມຂັ້ນຕອນຂອງກົດໝາຍ.





