ຮອງຫົວໜ້າ ຄອສພ ປາຖະກະຖາວັນສໍາຄັນຂອງພັກ ຂອງຊາດ ຢູ່ກະຊວງອຸດສາຫະກໍາ ແລະ ການຄ້າ

Must read

ໃນວັນທີ 23 ກໍລະກົດຜ່ານມານີ້, ທ່ານ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໄດ້ປາຖະກະຖາເນື່ອງໃນໂອກາດວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ, ວັນສົນທິສັນຍາມິດຕະພາບ ແລະ ການຮອບມື ຄົບຮອບ 49 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ)ໂດຍມີຄະນະພັກ, ຄະນະນໍາ, ບັນດາໜ່ວຍພັກຮາກຖານ, ສະມາຊິກພັກ-ພະນັກງານຫຼັກແຫຼ່ງເຂົ້າຮ່ວມ 200 ກວ່າທ່ານ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ແສງເດືອນ ວົງອິນ ຄະນະປະຈໍາພັກ ຫົວໜ້າກົມຈັດຕັ້ງ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບ ແລະ ກ່າວຈຸດປະສົງໃນພິທີປາຖະກະຖາໃນຄັ້ງນີ້ວ່າ: ເພື່ອໂຄສະນາ-ສຶກສາອົບຮົມ ໃຫ້ສະນາຊິກພັກ-ພະນັກງານໃນທົ່ວອົງຄະນະພັກກະຊວງ ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ຜົນງານອັນຍິ່ງໃຫຍ່ ແລະ ຄຸນງາມຄວາມດີອັນລໍ້າເລີດ ຂອງປະທານ ສຸພານຸວົງໃນພາລະກິດປະຕິວັດປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດລະຫວ່າງ ລາວ-ຫວຽດນາມ ນັບມື້ໝັ້ນຄົງຂະໜົງແກ່ນຂຶ້ນເລື້ອຍໆ. ອີກດ້ານໜຶ່ງ ກໍເພື່ອປະຕິບັດຕາມເນື້ອໃນຈິດໃຈຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ ວ່າດ້ວຍການເພີ່ມທະວີການນໍາພາ ແລະ ປ່ຽນແປງໃໝ່ວຽກງານໂຄສະນາດ້ວຍປາກ.

ໃນພິທີປາຖະກະຖາ ທ່ານ ຄໍາມອນ ຈັນທະຈິດ ໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນຂອງການຈັດຕັ້ງປາຖະກະຖາວັນສໍາຄັນທາງປະຫວັດສາດຂອງພັກ, ຂອງຊາດ ຊຶ່ງເປັນການປຸກລະດົມຈິດໃຈຮັກຊາດ ແລະ ເສີມຂະຫຍາຍມູນເຊື້ອ, ຄວາມດີງາມຂອງການນໍາຮຸ່ນກໍ່ຕັ້ງ ແລະ ນໍາພາຂອງພັກປະຊາຊົນ ປະຕິວັດລາວ ດໍາເນີນພາລະກິດປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງເພີ່ມທະວີສາຍພົວພັນຮ່ວມມືກັບບັນດາປະເທດເພື່ອນມິດໃນພາກພື້ນ ແລະ ສາກົນໃຫ້ແໜ້ນແຟ້ນ ເພື່ອເປົ້າໝາຍແຫ່ງການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່.

ພ້ອມກັນນັ້ນ, ທ່ານ ຄໍາມອນ ຈັນທະຈິດ ຍັງໄດ້ຮຽກຮ້ອງ ໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ທີ່ຮ່ວມຮັບຟັງປາຖະກະຖາ ຕ້ອງໄດ້ຮໍ່າຮຽນເອົາແບບຢ່າງຄຸນສົມບັດສິນທໍາປະຕິວັດ ຂອງປະທານ ສຸພານຸວົງ ທີ່ເພິ່ນສ້າງໄວ້ ເປັນຕົ້ນຕ້ອງຢຶດໝັ້ນຕໍ່ການນໍາພັກຂອງພັກຢ່າງໜັກແໜ້ນ; ອອກແຮງສຶກສາຄົ້ນຄວ້າຮໍ່າຮຽນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອອັນດີງາມ ຂອງພັກ, ຂອງຊາດ; ດໍາລົງຊີວິດດ້ວຍຄວາມປອດໃສຂາວສະອາດ, ປະຢັດມັດທະຍັດ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທໍາລາຍຂອງອິດທິກໍາລັງປໍລະປັກ; ເຕົ້າໂຮມຄວາມສາມັກຄີ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ພ້ອມກັນສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານ, ຮຸ້ນສ່ວນຍຸດທະສາດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ.

(ຂ່າວ: ພະແນກປາຖະກະຖາ, ຄອສພ)

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article