- Advertisement -spot_img

AUTHOR NAME

Jenjila

938 POSTS
0 COMMENTS

ການນຳເມືອງເຊໂປນ ລົງຕິດຕາມສະພາບນໍ້າຖ້ວມກະທົບ 5 ບ້ານຢູ່ເຂດຕາແສງແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ.

ໃນວັນທີ 13 ກັນຍາ 2026 ທີ່ຜ່ານມານີ້, ທ່ານບຸນສູງ ໄຊຍະວົງ ຮອງເລຂາພັກເມືອງ ພ້ອມມດ້ວຍຄະນະກຳມະການໄພພິບັດຂັ້ນເມືອງໄດ້ລົງຕິດຕາມສະພາບນໍ້າຖ້ວມຢູ່ເຂດຕາແສງແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ, ເຊິ່ງມີບ້ານທີ່ໄດ້ຮັບຜົນກະທົບມີຈຳນວນ 5 ບ້ານຄື: ບ້ານມະຫາດ, ກະຕູບນ້ອຍ, ກະຕູບໃຫຍ່, ບ້ານແດນສະຫວັນ ແລະ ບ້ານຫ້ວຍສານ, ມີຄອບຄົວທີ່ໄດ້ຮັບຜົນກະທົບຈຳນວນ 190 ຄອບຄົວ, ພົນລະເມືອງ...

ສະພາບອາກາດປະຈຳວັນທີ 15 ກັນຍາ 2026

ຮ່ອງຄວາມກົດດັນອາກາດຕ່ຳ ຫລື ຮ່ອງຝົນ ໄດ້ພາດຜ່ານພາກກາງ ລົງຫາ ພາກໃຕ້ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກໍາລັງແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ເກືອບທົ່ວໄປ ແລະ ຈະມີຝົນຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ຕື່ມອີກ. ດັ່ງນັ້ນ, ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດ ລະວັງຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນ ທລື...

ອັບເດດສະພາບອາກາດຊ່ວງຕອນແລງ ປະຈຳວັນທີ 14 ກັນຍາ 2026

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນສະພາບອາກາດ ປະຈຳວັນທີ 14 ກັນຍາ 2026 (ເວລາ 18:00 ຫາ 07:00 ໂມງ) ເນື່ອງຈາກຍ່ອມຄວາມກົດດັນອາກາດຕ່ຳຍັງປົກຄຸມຢູ່ພາກກາງ ແລະ ພາກໃຕ້ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງ, ເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື່ອມໃນລະດັບຄ່ອຍຫາປານກາງຢູ່ເກືອບທົ່ວໄປ ແລະ ມີຝົນຕົກໜັກ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນ.

ສົ່ງມອບສະແກມເມີສັນຊາດຈີນ 98 ຄົນ ຢູ່ສະໜາມບິນສາກົນວັດໄຕ ໃຫ້ທາງການຈີນໄປດໍາເນີນຄະດີ

ໃນວັນທີ 14 ກັນຍາ 2026 ທີ່ສະໜາມບິນສາກົນວັດໄຕ ກະຊວງປ້ອງກັນຄວາມສະຫງົບ ລາວ ໄດ້ມອບຜູ້ຖືກຫາກໍ່ອາຊະຍາກຳທາງອິນເຕີເນັດ ສັນຊາດຈີນ ຈໍານວນ 98 ຄົນ ຍິງ 6 ຄົນ ພ້ອມຂອງກາງມີໂທລະສັບ 50 ໜ່ວຍ, ຄອມພິວເຕີຕັ້ງໂຕະ 50 ເຄື່ອງ ແລະ ອື່ນໆອີກຈຳນວນໜຶ່ງ ໃຫ້ເຈົ້າໜ້າທີ່ຕຳຫຼວດ...

ສານແຂວງອຸດົມໄຊ ຕັດອິດສະຫຼະພາບ 2 ຈໍາເລີຍ ຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງ

ວັນທີ 9 ກັນຍາ 2026 ນີ້, ຄະນະສານອາຍາ ສານປະ ຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ຖະແຫຼງ ແລະ ພິຈາລະ ນາ ລົງໂທດຕັດອິດສະຫຼະພາບ 2 ຈຳເລີຍ ໃນຂໍ້ຫາຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ. ໃນສຳນວນຄະດີດັ່ງກ່າວ ໃຫ້ຮູ້ວ່າ: ໃນເວລາປະມານ 13:00 ໂມງ ຂອງວັນທີ...

ຄະນະຜູ້ແທນສາກົນກວ່າ 270 ທ່ານ ຈາກກວ່າ 120 ປະເທດ ແລະ ອົງການຈັດຕັ້ງສາກົນ ລົງຢ້ຽມຢາມສະໜາມກວດກູ້ລະເບີດບໍ່ທັນແຕກທີ່ແຂວງຫຼວງພະບາງ

ຄະນະຜູ້ແທນສາກົນທີ່ເດີນ ທາງມາຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະ ເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of Convention on Cluster Munitions) ທີ່ສປປ ລາວໄດ້ຮັບ ກຽດເປັນເຈົ້າພາບຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍາ 2026 ນີ້, ໄດ້ ເຄື່ອນໄຫວຢ້ຽມຢາມສະໜາມກວດກູ້ລະເບີດບໍ່ທັນແຕກ ຊຶ່ງຢູ່ພາຍໃຕ້ເຂດ...

ສະພາບອາກາດປະຈຳວັນທີ 14 ກັນຍາ 2026

ສະພາບອາກາດປະຈຳວັນທີ 14 ກັນຍາ 2026 ພາຍຸດີເປຊັນ ປັດຈຸບັນໄດ້ເຄື່ອນທີ່ຂຶ້ນຝັ່ງທາງພາກກາງຂອງປະເທດ ສສ ຫວຽດນາມ, ຊຶ່ງວົງລັດສະໝີຂອງພາຍຸຫົວນີ້ໄດ້ກວມເອົາເຂດພາກກາງ ແລະ ພາກໃຕ້ຂອງປະເທດລາວ. ຈາກນັ້ນ ພາຍຸຫົວນີ້ຈະອ່ອນກໍາລັງລົງເປັນຍ່ອມຄວາມກົດດັນອາກາດຕໍ່າ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກໍາລັງແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຈະມີຝົນຕົກ ຕົກໜັກ ຫາ ຕົກໜັກຫລາຍ...

ເຕືອນເຝົ້າລະວັງນໍ້າຖ້ວມ! 5 ເມືອງ ແຂວງອັດຕະປື ເຂື່ອນໄຟຟ້ານໍ້າຕົກອາເລື່ອຍ ສສ ຫວຽດນາມ ຈະປ່ອຍນໍ້າ ເລີ່ມວັນທີ 12 ກັນຍາ 2026

ວັນທີ 9 ກັນຍາ 2026 ພະແນກະສິກຳ ແລະ ສິ່ງແວດລ້ອມ ແຂວງອັດຕະປື, ໄດ້ແຈ້ງເຕືອນມາຍັງ ປະຊາຊົນບັນດາເຜົ່າ ອົງການຈັດ ຕັ້ງທຸກພາກສ່ວນ-ທຸກຂັ້ນ ພາຍໃນແຂວງອັດຕະປື ກ່ຽວກັບ ການປ່ອຍນໍ້າອອກຈາກອ່າງເກັບນໍ້າເຂື່ອນອາເລື່ອຍ (ສສ ຫວຽດນາມ) ໃນວັນທີ 12 ກັນຍາ 2026.ຮັບຊາບວ່າ: ເຂື່ອນໄຟຟ້ານໍ້າຕົກອາເລື່ອຍ ຢູ່ ສສ ຫວຽດນາມ...

ແຈ້ງການມອດໄຟ ວັນທີ 13/9/2026

13/9/2026 ໃນຂົງເຂດບ້ານ ດອນກອຍ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ວັນທີ 13/9/2026 ໃນຂົງເຂດບ້ານ ໂຊກນ້ອຍ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ

ອຸຕຸເຕືອນ! ພາຍຸດີເປຣຊັນ 7 ແຂວງພາກກາງ-ໃຕ້ ກຽມຮັບມືຝົນຕົກໜັກ ວັນທີ 12-14 ກັນຍາ 2026

ເນື່ອງຈາກຮ່ອງຄວາມກົດອາກາດຕ່ຳ (ຮ່ອງຝົນ) ໄດ້ພາດຜ່ານເຂດພາກກາງ ແລະ ພາກໃຕ້ ຂອງປະເທດລາວ ປ່ອງໃສ່ຢ່ອນຄວາມກົດອາກາດຕ່ຳທີ່ມີກຳລັງແຮງຢູ່ເຂດທະເລຈີນໃຕ້ຕອນກາງ, ຄາດວ່າໃນວັນທີ 12 ກັນຍາ 2026 ຢ່ອນຄວາມກົດອາກາດຕ່ຳຈະມີກຳລັງແຮງເພີ່ມຂຶ້ນຊຶ່ງອາດຈະເປັນພາຍຸດີເປຣຊັນ (Tropical Depression) ແລະ ຈະເຄື່ອນທີ່ມາໃກ້ຊາຍຝັ່ງທາງພາກກາງຂອງປະເທດ ສສ. ຫວຽດນາມ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງຝັກປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື່ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງແຕ່ເຂດພາກເນື້ອຕາເວັນອອກ ລົງຫາ ພາກກາງ...

Latest news

- Advertisement -spot_img