
ຄະນະຜູ້ແທນສາກົນທີ່ເດີນ ທາງມາຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະ ເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of Convention on Cluster Munitions) ທີ່ສປປ ລາວໄດ້ຮັບ ກຽດເປັນເຈົ້າພາບຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍາ 2026 ນີ້, ໄດ້ ເຄື່ອນໄຫວຢ້ຽມຢາມສະໜາມກວດກູ້ລະເບີດບໍ່ທັນແຕກ ຊຶ່ງຢູ່ພາຍໃຕ້ເຂດ ຮັບຜິດຊອບຂອງໂຄງການເກັບກູ້ລະ ເບີດແຫ່ງຊາດ ທີ່ບ້ານພິກໃຫຍ່, ໃນ ວັນທີ 13 ກັນຍານີ້, ທີ່ນະຄອນ-ຫຼວງ ພະບາງ, ນໍາພາໂດຍທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ຮອງປະທານຜູ້ປະ ຈຳການ ຄະນະກຳມະການແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ), ມີຜູ້ແທນຫຼາຍກວ່າ 270 ທ່ານທີ່ເດີນ ທາງມາຈາກກວ່າ 120 ປະເທດ ແລະ ອົງການຈັດຕັ້ງສາກົນ.

ໂດຍການຕ້ອນ ຮັບຢ່າງອົບອຸ່ນຈາກທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະ ການປົກຄອງແຂວງຫຼວງພະບາງ ແລະ ໄດ້ຮັບຟັງການລາຍງານຈາກຜູ້ອໍານວຍການໂຄງການເກັບກູ້ລະເບີດແຫ່ງຊາດ ແລະ ຜູ້ຄຸ້ມຄອງພາກສະໜາມກ່ຽວ ກັບການຈັດຕັ້ງປະຕິບັດວຽກງານສໍາ ຫຼວດ-ກວດກູ້ລະເບີດບໍ່ທັນແຕກ (ລບຕ) ຢູ່ແຂວງຫຼວງພະບາງ, ລວມ ທັງຂໍ້ມູນສະຖິຕິການຕົກຄ້າງຂອງ ລບຕ, ຜົນສໍາເລັດໃນໄລຍະຜ່ານມາ, ສິ່ງທ້າທາຍ ແລະ ແຜນການຈັດຕັ້ງປະ ຕິບັດວຽກງານສໍາຫຼວດ-ກວດກູ້ ລບຕ ໃນຕໍ່ໜ້າ. ແຂວງຫຼວງພະບາງ ເປັນ ໜຶ່ງໃນບັນດາແຂວງທີ່ໄດ້ຮັບຜົນກະ ທົບໜັກໜ່ວງຈາກລະເບີດບໍ່ທັນແຕກຕົກຄ້າງແຕ່ປາງສົງຄາມ ຊຶ່ງບ້ານພິກ ໃຫຍ່ ເປັນບ້ານໜຶ່ງທີ່ໄດ້ຮັບຜົນກະ ທົບສູງ. ອີງຕາມການສໍາຫຼວດດ້ານ ວິຊາການນັບແຕ່ປີ 2016 ພື້ນທີ່ສໍາ ຫຼວດກວມເອົາເນື້ອທີ່ທັງໝົດ 423 ເຮັກຕາ, ໃນນັ້ນສາມາດກໍານົດເປັນ ພື້ນທີ່ ທີ່ໄດ້ຮັບການຢືນຢັນມີຄວາມ ອັນຕະລາຍຈາກ ລບຕ (ຫຼື CHA) 347.2 ເຮັກຕາ. ການກວດກູ້ພື້ນທີ່ ຜ່ານມາມີຈໍານວນ 119.73 ເຮັກຕາ ໃນນັ້ນພື້ນທີ່ກະສິກໍາກວມເອົາ 117.3 ເຮັກຕາ ແລະ ພື້ນທີ່ພັດທະນາອື່ນໆ 2.39 ເຮັກຕາ, ໄດ້ພົບເຫັນ ແລະ ທໍາ ລາຍລະເບີດທັງໝົດ 3,461 ໜ່ວຍ, ໃນນັ້ນມີລູກບົມໃຫຍ່ 2 ໜ່ວຍ, ລະ ເບີດລູກຫວ່ານ 2,775 ໜ່ວຍ ແລະ ສໍາພະວຸດອື່ນໆ 684 ໜ່ວຍ.

ບ້ານພິກໃຫຍ່ ຕັ້ງຢູ່ຫ່າງຈາກ ໃຈກາງນະຄອນ-ຫຼວງພະບາງພຽງແຕ່ 17 ກິໂລແມັດ. ການດໍາລົງຊີວິດຂອງ ປະຊາຊົນສ່ວນໃຫຍ່ແມ່ນອີງໃສ່ກະສິ ກໍາ. ສະນັ້ນ, ການມອບເນື້ອທີ່ດິນທີ່ ປອດໄພຈາກລະເບີດບໍ່ທັນແຕກແມ່ນ ຊ່ວຍໃຫ້ຊຸມຊົນສາມາດສ້າງພື້ນຖານ ເສດຖະກິດ ແລະ ສ້າງລາຍຮັບເພື່ອ ລ້ຽງຊີບໄດ້ຢ່າງຍືນຍົງ, ສາມາດພັດ ທະນາເນື້ອທີ່ດິນເພື່ອຂະຫຍາຍການ ຜະລິດ ເປັນຕົ້ນ ເຮັດນາ, ປູກພືດຜັກ, ໝາກໄມ້ ແລະ ລ້ຽງສັດຫັນຈາກການ ຜະລິດແບບກຸ້ມກິນ ໄປສູ່ການຜະລິດ ເປັນສິນຄ້າເທື່ອລະກ້າວ ພ້ອມທັງພັດ ທະນາເຂດທ່ອງທ່ຽວໃຫ້ມີຄວາມ ປອດໄພ. ໃນຖານະເປັນໜຶ່ງໃນບັນ ດາປະເທດທີ່ໄດ້ຮັບຜົນກະທົບຫຼາຍ ກວ່າໝູ່ຈາກລະເບີດລູກຫວ່ານ. ສປປ ລາວ ໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນ ຂະບວນການຮ່າງ ແລະ ຮັບຮອງເອົາ ສົນທິສັນຍາສາກົນ ວ່າດ້ວຍການຕ້ານ ລະເບີດລູກຫວ່ານ.

ເພື່ອໃຫ້ການຈັດ ຕັ້ງປະຕິບັດສົນທິສັນຍາສາກົນນີ້ບັນ ລຸຜົນສໍາເລັດຕາມເປົ້າໝາຍ. ລັດຖະບານລາວໄດ້ເຊື່ອມສານບັນດາ ເປົ້າໝາຍຂອງສົນທິສັນຍາສາກົນເຂົ້າ ໃນແຜນຍຸດທະສາດແຫ່ງຊາດ ຫຼືເອີ້ນ ວ່າ ເສັ້ນທາງກ້າວສູ່ຄວາມປອດໄພສະ ບັບທີ III (Safe Path Forward III) ໄລຍະແຕ່ 2021-2030 ແລະ ຮັບ ຮອງເອົາເປົ້າໝາຍການພັດທະນາແບບຍືນຍົງ (SDG) ເປົ້າໝາຍທີ 18: “ຊີ ວິດທີ່ປອດໄພຈາກລະເບີດບໍ່ທັນແຕກ”.ໃນໂອກາດຢ້ຽມຢາມພາກສະໜາມ ດັ່ງກ່າວຜູ້ເຂົ້າຮ່ວມຍັງໄດ້ມີໂອກາດ ທົດລອງການທຳລາຍລູກລະເບີດຕົກຄ້າງຈໍານວນໜຶ່ງ.

ທີ່ມາ: ໜັງສືພິມປະຊາຊົນ





