- Advertisement -spot_img

AUTHOR NAME

Jenjila

940 POSTS
0 COMMENTS

ແຈ້ງການມອດໄຟ ວັນທີ 13/9/2026

13/9/2026 ໃນຂົງເຂດບ້ານ ດອນກອຍ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ວັນທີ 13/9/2026 ໃນຂົງເຂດບ້ານ ໂຊກນ້ອຍ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ

ອຸຕຸເຕືອນ! ພາຍຸດີເປຣຊັນ 7 ແຂວງພາກກາງ-ໃຕ້ ກຽມຮັບມືຝົນຕົກໜັກ ວັນທີ 12-14 ກັນຍາ 2026

ເນື່ອງຈາກຮ່ອງຄວາມກົດອາກາດຕ່ຳ (ຮ່ອງຝົນ) ໄດ້ພາດຜ່ານເຂດພາກກາງ ແລະ ພາກໃຕ້ ຂອງປະເທດລາວ ປ່ອງໃສ່ຢ່ອນຄວາມກົດອາກາດຕ່ຳທີ່ມີກຳລັງແຮງຢູ່ເຂດທະເລຈີນໃຕ້ຕອນກາງ, ຄາດວ່າໃນວັນທີ 12 ກັນຍາ 2026 ຢ່ອນຄວາມກົດອາກາດຕ່ຳຈະມີກຳລັງແຮງເພີ່ມຂຶ້ນຊຶ່ງອາດຈະເປັນພາຍຸດີເປຣຊັນ (Tropical Depression) ແລະ ຈະເຄື່ອນທີ່ມາໃກ້ຊາຍຝັ່ງທາງພາກກາງຂອງປະເທດ ສສ. ຫວຽດນາມ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງຝັກປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື່ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງແຕ່ເຂດພາກເນື້ອຕາເວັນອອກ ລົງຫາ ພາກກາງ...

ສະພາບອາກາດປະຈຳວັນທີ 11 ກັນຍາ 2026

ຄວາມກົດດັນສູງຂອງອາກາດເຢັນ ຈາກປະເທດຈີນໄດ້ແຜລົງມາປົກຄຸມຢູ່ເຂດພາກເໜືອດ້ານຕາເວັນອອກຂອງປະເທດລາວ ດ້ວຍກຳລັງອ່ອນ, ສົມທົບກັບລົມຕາເວັນອອກສ່ຽງເໜືອ ພັດປົກຄຸມພາກເໜືອ ແລະ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມພາກກາງ ແລະ ພາກໃຕ້ ເຊິ່ງຈະເຮັດໃຫ້ມີຝົນຕົກຟ้າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຈະມີຝົນຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.

ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ວັນທີ 9 ກັນຍາຜ່ານມາ ທີ່ສະຖານນີຄ່ຽນຖ່າຍສິນຄ້າວຽງຈັນໃຕ້ ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ພ້ອມດ້ວຍບັນດາຄະນະອະນຸກຳມະການ ໄດ້ເຄື່ອນໄຫວຕິດຕາມ ກວດກາຄວາມພ້ອມຂອງຄະນະຮັບຜິດຊອບ, ກຳລັງພົນ ແລະ ພາກສ່ວນຕ່າງໆ ກ່ອນການຝຶກຊ້ອມຕົວຈິງ. ການເຄື່ອນໄຫວຄັ້ງນີ້, ໄດ້ເນັ້ນໜັກໃສ່ການກວດກາຄວາມພ້ອມໂດຍລວມ,...

ແຈ້ງເຕືອນ! ເຂື່ອນໄຟຟ້າ ເຊລະນອງ 1 ຈະປ່ອຍນໍ້າເລີ່ມແຕ່ວັນທີ 12 ກັນຍາ 2026

ວັນທີ 10 ກັນຍາ 2026 ຫ້ອງວ່າການເມືອງພີນ ແຂວງ ສະຫວັນນະເຂດ ອອກແຈ້ງການ ກ່ຽວກັບລະບາຍນໍ້າອອກຈາກເຂື່ອນໄຟຟ້າເຊລະນອງ 1, ເຊິ່ງຕາມການຄາດຄະເນຂອງເຂື່ອນໄຟຟ້າ ເຊລະນອງ 1 ໃນວັນທີ 13-19 ກັນຍານີ້ ຈະມີຜົນກະທົບຈາກພະຍຸໄຕ້ຝຸ່ນທີ່ຈະເຄື່ອນຜ່ານເຂດເຂື່ອນ ໄຟຟ້າໂດຍກົງ ເຊິ່ງອາດຈະມີປະລິມານນໍ້າຝົນໄຫລເຂົ້າອ່າງສູງເຖິງ 8,500 m³/s ແລະ ລະດັບນໍ້າໜ້າອ່າງເກັບນໍ້າໃນເຂື່ອນຈະເພີ່ມຂຶ້ນເຖິງ EL...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບລັດຖະມົນຕີ ແລະ ການນຳກະຊວງກະລາໂຫມ ຣາຊະອານາຈັກໄທ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນໂທ ອະດຸນ ບຸນທໍາຈະເຣີນ ລັດຖະມົນຕີວ່າການກະຊວງກະລາໂຫມ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນຕອນເຊົ້າວັນທີ 9 ກັນຍາ 2026,ທີ່ສໍານັກງານນາຍົກລັດຖະມົນຕີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 30 ທີ່...

ງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ປີນີ້ມີມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ

ວັນທີ່ 9 ກັນຍາ 2026 ນີ້, ຄະນະກຳມະການຈັດງານບຸນຫໍ່ເຂົ້າປະດັບດີນ ຊ່ວງເຮືອເດືອນ 9 ປະຈຳປີ ພສ 2569 ຄສ 2026 ຢູ່ນະຄອນ ຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ, ໂດຍມີ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ,...

ສະພາບອາກາດປະຈຳວັນທີ 10 ກັນຍາ 2026

ຮ່ອງຄວາມກົດດັນອາກາດຕໍ່າໄດ້ເຄື່ອນຍ້າຍລົງມາພາດຜ່ານຢູ່ເຂດພາກກາງ ແລະ ພາກໃຕ້ຂອງປະເທດລາວ, ສົມທົບກັບລົມມົວສຸມຕາເວັນອອກສ່ຽງໃຕ້ຍັງສືບຕໍ່ມີກຳລັງປານກາງພັດປົກຄຸມ. ສະພາບການດັ່ງກ່າວຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຈະມີຝົນຕົກປານກາງ ຫາ ຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ.

ທຣຳ ສັ່ງຫ້າມນຳເຂົ້າສິນຄ້າຈາກການາດາ ທັງເຫຼົ້າ-ນົມ-ລົດຍົນ ມີຜົນ 29 ກັນຍາ ນີ້ ຫຼັງການາດາຂຶ້ນພາສີໂຕ້ຕອບ

ເມື່ອວັນທີ 8 ກັນຍາ 2026, ປະທານາທິບດີ ໂດນັລ ທຣຳ ໄດ້ລົງນາມໃນຄຳສັ່ງຝ່າຍບໍລິຫານສັ່ງຫ້າມນຳເຂົ້າສິນຄ້າຈາກການາດາຫຼາຍປະເພດ ເຊັ່ນ: ເຄື່ອງດື່ມແອລກໍຮໍ, ຜະລິດຕະພັນນົມ (ລວມທັງເວໂປຣຕີນ) ແລະ ສິນຄ້າອື່ນໆ ຕາມລາຍການຂອງທຳນຽບຂາວ. ທຣຳ ລະບຸວ່າ ການາດາເລືອກປະຕິບັດຕໍ່ການຄ້າຂອງສະຫະລັດຯ ຂະນະທີ່ທຳນຽບຂາວຊີ້ແຈງຕື່ມວ່າ ການາດາຈຳກັດການກະຈາຍສິນຄ້າຈາກສະຫະລັດຯ ແຕ່ກັບບໍ່ໃຊ້ມາດຕະການດຽວກັນກັບສິນຄ້າປະເພດດຽວກັນຈາກປະເທດອື່ນ. ລາຍງານຂ່າວລະບຸວ່າ ມາດຕະການຫ້າມນຳເຂົ້ານີ້ຈະມີຜົນຕັ້ງແຕ່ວັນທີ 29 ກັນຍາ...

ຮອງນາຍົກລັດຖະມົນຕີ ໂອ້ລົມຄະນະນຳພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ເນັ້ນສຸມໃສ່ປັບປຸງຄຸນນະພາບການຮຽນ-ການສອນ

ວັນທີ 7 ກັນຍາ 2026, ຢູ່ທີ່ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃຫ້ກຽດພົບປະໂອລົມຄະນະນຳພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ກໍຄືຜູ້ບໍລິຫານການສຶກສາທົ່ວແຂວງ. ໃນພິທີທ່ານ ປອ ພູວົງ ອະໄພ...

Latest news

- Advertisement -spot_img