ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນໂທ ອະດຸນ ບຸນທໍາຈະເຣີນ ລັດຖະມົນຕີວ່າການກະຊວງກະລາໂຫມ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນຕອນເຊົ້າວັນທີ 9 ກັນຍາ 2026,ທີ່ສໍານັກງານນາຍົກລັດຖະມົນຕີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 30 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.

ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ສອງລັດຖະບານ ແລະ ປະຊາຊົນສອງຊາດ ກໍ່ຄືສອງກອງທັບ ລາວ-ໄທ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ພ້ອມນີ້, ໄດ້ສະເໜີໃຫ້ສອງກອງທັບ ລາວ-ໄທ ສຶບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ດ້ວຍການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ໃຫ້ເປັນປົກກະຕິ, ມີການແລກປ່ຽນບົດຮຽນ ແລະ ປະສົບການທາງດ້ານຕ່າງໆ ເຊິ່ງກັນ ແລະ ກັນ ໂດຍສະເພາະ ໃນຂົງເຂດວຽກງານ ສ້າງພະລາທິການຮັບໃຊ້ກອງທັບ; ສືບຕໍ່ປະສານສົມທົບ ໃນການສະກັດກັ້ນການສ້າງຄວາມບໍ່ສະຫງົບຢູ່ຕາມບໍລິເວນຊາຍແດນຂອງສອງປະເທດ ໂດຍສະເພາະ ສະກັດກັ້ນການລັກລອບ ເຂົ້າເມືອງຜິດກົດໝາຍ, ອາຊະຍາກຳຂ້າມຊາດ, ອາດສະຍາກຳທາງໂທລະຄົມມະນາຄົມ, ການຄ້າມະນຸດ, ການຄ້າຂາຍເຖື່ອນ, ການຂົນສົ່ງ ແລະ ຄ້າຂາຍສິ່ງເສບຕິດ ໂດຍປະສານກັນຜ່ານທາງການທູດ ແລະ ທຸກກົນໄກທີ່ມີຢູ່ໃນປັດຈຸບັນ ເພື່ອປະຕິບັດໜ້າທີ່ຢ່າງມີປະສິດທິຜົນ.
ໃຫ້ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄທ ລາວ-ໄທ, ໄທ-ລາວ ສືບຕໍ່ພົບປະກັນຕາມກົນໄກການຮ່ວມມື, ກໍ່ຄືທຸກໆກົນໄກແຕ່ລະຂັ້ນໃຫ້ດໍາເນີນການຢ່າງມີປະສິດຕິຜົນ; ສືບຕໍ່ຊຸກຍູ້, ສະໜັບສະໜູນການປັກຫຼັກໝາຍຊາຍແດນຈຸດທີ່ຍັງຄົງຄ້າງໃຫ້ມີຄວາມຄືບໜ້າເປັນກ້າວໆ ເພື່ອປ້ອງກັນບັນຫາທີ່ເປັນຊ່ອງຫວ່າງໃຫ້ກຸ່ມຄົນບໍ່ດີສວຍໃຊ້ຈຸດທີ່ຍັງຄົງຄ້າງເຄື່ອນໄຫວກໍ່ຄວາມບໍ່ສະຫງົບຕາມບໍລິເວນຊາຍແດນຂອງສອງປະເທດ. ນອກນັ້ນ ໄດ້ຝາກຄວາມຢື້ຢາມຖາມຂ່າວ ໄປຍັງທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ.





