ວັນທີ 7 ກັນຍາ 2026, ຢູ່ທີ່ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃຫ້ກຽດພົບປະໂອລົມຄະນະນຳພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ກໍຄືຜູ້ບໍລິຫານການສຶກສາທົ່ວແຂວງ.

ໃນພິທີທ່ານ ປອ ພູວົງ ອະໄພ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເຊິ່ງຍົກໃຫ້ເຫັນຜົນງານຫຼາຍດ້ານ ເປັນຕົ້ນແມ່ນ: ການຈັດການຮຽນ-ການສອນ ສົກຮຽນ 2025–2026 ສຳລັບຜົນການສອບເສັງຈົບຊັ້ນ ປ.5 ບັນລຸ 100%, ມ.4 ບັນລຸ 99,9% ແລະ ມ.7 ບັນລຸ 100%, ໃນນັ້ນ ມີນັກຮຽນໄດ້ໃບປະກາດແດງ 5 ຄົນ. ດ້ານການຈັດສັນຄູ ໄດ້ບັນຈຸລັດຖະກອນຄູ 751 ຄົນ; ສ່ວນສົກຮຽນ 2026–2027 ມີແຜນຄວາມຕ້ອງການຄູ 730 ຄົນ (ທົດແທນ 348 ຄົນ, ຕ້ອງການເພີ່ມ 382 ຄົນ). ນອກນີ້, ພະແນກສຶກສາທິການ ແລະ ກິລາແຂວງ ຮ່ວມກັບມະຫາວິທະຍາໄລຈຳປາສັກ ແລະ ວິທະຍາໄລຄູປາກເຊ ກຳລັງຄົ້ນຄວ້າວິໄຈສະພາບບັນຫາດ້ານການສຶກສາ 3 ຫົວຂໍ້ ເພື່ອນຳຜົນວິໄຈໄປປະກອບການວາງແຜນພັດທະນາໃນສົກຮຽນ 2026–2027, ພ້ອມທັງໄດ້ຍົກໃຫ້ເຫັນຂໍ້ຄົງຄ້າງ ແລະ ຂໍ້ສະເໜີຕ່າງໆ ເພື່ອຂໍທິດຊີ້ນຳຈາກທ່ານຮອງນາຍົກລັດຖະມົນຕີ. ທົ່ວແຂວງຈຳປາສັກ ມີໂຮງຮຽນສາມັນສຶກສາທັງໝົດ 1.143 ແຫ່ງ, ມີອາຄານຮຽນ 1.932 ຫຼັງ (ຖາວອນ 1.345 ຫຼັງ, ເຄິ່ງຖາວອນ 443 ຫຼັງ, ຊົ່ວຄາວ 144 ຫຼັງ), ມີຫ້ອງຮຽນ 4.485 ຫ້ອງ, ນັກຮຽນ 127.057 ຄົນ (ຍິງ 63.263 ຄົນ) ແລະ ພະນັກງານ-ລັດຖະກອນຂະແໜງສຶກສາ ແລະ ກິລາ 5.276 ຄົນ (ຍິງ 3.355 ຄົນ).

ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ມີຄຳເຫັນໂອ້ລົມ ໂດຍຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກ-ຄະນະພະແນກ ນຳພາ-ຊີ້ນຳໃນໄລຍະຜ່ານມາ. ພ້ອມທັງເນັ້ນໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ເອົາໃຈໃສ່ໂຄສະນາເຜີຍແຜ່ວຽກງານການສຶກສາໃຫ້ກວ້າງຂວາງ, ສຸມໃສ່ປັບປຸງການຮຽນ-ການສອນໃຫ້ທັນສະໄໝ ແລະ ມີຄຸນນະພາບດີຂຶ້ນເລື້ອຍໆ. ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນແຜນການປັບປຸງຫຼັກສູດການສຶກສາຂອງກະຊວງ ເຊິ່ງມີແຜນປັບປຸງຫຼັກສູດຊັ້ນປະຖົມໃຫ້ແລ້ວໃນຕົ້ນປີ 2027 ເພື່ອແກ້ໄຂບັນຫາເຄັ່ງຮ້ອນ ເປັນຕົ້ນແມ່ນ: ເດັກນ້ອຍອ່ານບໍ່ອອກ, ຄິດໄລ່ບໍ່ໄດ້ ແລະ ບໍ່ກ້າສະແດງອອກ; ຈາກນັ້ນ ຈະຈັດຝຶກອົບຮົມຄູ-ອາຈານ ເລີ່ມຈາກຊັ້ນ ປ.1–ປ.3 ແລະ ຂະຫຍາຍໃສ່ ປ.4–ປ.5 ໃນໄລຍະຕໍ່ໄປ. ສະນັ້ນ, ເພື່ອຍົກລະດັບການສຶກສາໃຫ້ມີຄຸນນະພາບ, ຄະນະພັກ-ຄະນະນຳແຂວງ ກໍຄືພະແນກສຶກສາທິການ ແລະ ກິລາແຂວງ ຕ້ອງສືບຕໍ່ເປັນຕົວແບບໃນການແກ້ໄຂບັນຫາຄູອາສາສະໝັກ, ສຸມໃສ່ລຶບລ້າງໂຮງຮຽນ 50 ກວ່າແຫ່ງທີ່ບໍ່ໄດ້ມາດຕະຖານໃຫ້ໝົດໄປ.

ໃນການລົງເຄື່ອນໄຫວພົບປະໂອລົມຢູ່ພະແນກສຶກສາ ແລະ ກິລາແຂວງ ໂດຍການຕ້ອນຮັບຂອງ ທ່ານ ສົມບູນ ເຮືອງວົງສາ, ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທ່ານ ປອ ພູວົງ ອະໄພ, ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະພັກ-ຄະນະພະແນກ, ຜູ້ບໍລິຫານການສຶກສາ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນ, ຫ້ອງການສຶກສານະຄອນ, ເມືອງ ເຂົ້າຮ່ວມ.

ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ຍັງໄດ້ລົງຕິດຕາມເບິ່ງການກໍ່ສ້າງອາຄານຮຽນ ຂອງ ວິທະຍາໄລເຕັກນິກ-ວິຊາຊີບ ແຂວງຈຳປາສັກ (ວິທະຍາເຂດ 1) ທີ່ກໍາລັງດໍາເນີນການກໍ່ສ້າງ.
ຂ່າວ: ປະພິດ
ພາບ: ຈັນທະວີສັກ





