ຄວາມກົດດັນສູງຂອງອາກາດເຢັນ ຈາກປະເທດຈີນໄດ້ແຜລົງມາປົກຄຸມຢູ່ເຂດພາກເໜືອດ້ານຕາເວັນອອກຂອງປະເທດລາວ ດ້ວຍກຳລັງອ່ອນ, ສົມທົບກັບລົມຕາເວັນອອກສ່ຽງເໜືອ ພັດປົກຄຸມພາກເໜືອ ແລະ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມພາກກາງ ແລະ ພາກໃຕ້ ເຊິ່ງຈະເຮັດໃຫ້ມີຝົນຕົກຟ้າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຈະມີຝົນຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.









