ເປີດຄັງສົມບັດແມ່ອອກເອ໋ ຄົນໃກ້ຊິດ ຫຼວງພໍ່ໂຊດ ຜູ້ຖືກເຈົ້າໜ້າທີໄທຈັບຍ້ອນໂກງເງິນວັດ ແລະ ເສບເມຖູນ
ເຈົ້າໜ້າທີ່ຕຳຫຼວດ ນຳກຳລັງເຂົ້າກວດຄົ້ນເຮືອນພັກ ໃນຕຳບົນຄອງສີ່, ອຳເພີຄອງຫຼວງ, ຈັງຫວັດປະທຸມທານີ ຂອງ ແມ່ອອກເອ໋ ອາຍຸ 47 ປີ, ຜູ້ຕ້ອງຫາຕາມໝາຍຈັບສານອາຍາຄະດີທຸຈະລິດ ແລະ ປະພຶດມິຊອບ ພາກ 1 (ທີ່ 30/2569 ລົງວັນທີ 8 ກັນຍາ 2026).

ຢູ່ເຮືອນພັກ ພົບຊັບສິນຈຳນວນຫຼາຍ ທັງ:
* ພະເນື້ອຄຳ, ຄຳແທ່ງ ແລະ ຄໍາຮູບປະພັນ ລວມ 90 ບາດ (ຄິດເປັນມູນຄ່າ 6,037,470 ບາດ)
* ເງິນສົດ 3,592,300 ບາດ
* ໃບຕາດິນ

* ສະຫຼາກອອມສິນ





