
ໃນວັນທີ 14 ກັນຍາ 2026 ທີ່ສະໜາມບິນສາກົນວັດໄຕ ກະຊວງປ້ອງກັນຄວາມສະຫງົບ ລາວ ໄດ້ມອບຜູ້ຖືກຫາກໍ່ອາຊະຍາກຳທາງອິນເຕີເນັດ ສັນຊາດຈີນ ຈໍານວນ 98 ຄົນ ຍິງ 6 ຄົນ ພ້ອມຂອງກາງມີໂທລະສັບ 50 ໜ່ວຍ, ຄອມພິວເຕີຕັ້ງໂຕະ 50 ເຄື່ອງ ແລະ ອື່ນໆອີກຈຳນວນໜຶ່ງ ໃຫ້ເຈົ້າໜ້າທີ່ຕຳຫຼວດ ສປ ຈີນ ນຳຕົວໄປດຳເນີນຄະດີ.

ການມອບຮັບຄັ້ງນີ້ ແມ່ນ ອີງຕາມກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ສະບັບເລກທີ 88/ສພຊ, ລົງວັນທີ 12 ພະຈິກ 2020;
ຕາງໜ້າເຈົ້າໜ້າທີ່ຝ່າຍລາວ ເຊັນມອບໂດຍ ທ່ານ ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ລາວ, ຕາງໜ້າເຈົ້າໜ້າທີ່ຝ່າຍຈີນ ເຊັນຮັບໂດຍ ທ່ານ ຫວັງ ເວີຍຫຼານ ຮອງຫົວໜ້າພະແນກສືບສວນ-ສອບສວນ ຄະດີລະເມີດຊັບສິນ ກະຊວງປ້ອງກັນຄວາມສະຫງົບ ຈີນ

ສໍາລັບຜູ້ຖືກຫາສັນຊາດຈີນທີ່ມອບໃຫ້ທາງການຈີນໃນຄັ້ງນີ້ ຖືກເຈົ້າໜ້າທີ່ກະຊວງປ້ອງກັນຄວາມສະຫງົບລາວ ກັກຕົວໄດ້ໃນໄລຍະກວາດລ້າງກຸ່ມແກ້ງກໍ່ອາຊະຍາກຳທາງອິນເຕີເນັດ ແລະ ການພະນັນອອນລາຍ ຢູ່ ສປປ ລາວ ໃນໄລຍະຜ່ານມາ; ຕໍ່ກັບການກະທໍາຂອງພວກກ່ຽວ ແມ່ນຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ. ສະນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວພວກກ່ຽວ ພ້ອມຂອງກາງ ແລະ ໄດ້ມອບໃຫ້ທາງການຈີນ ນຳຕົວໄປດໍາເນີນຄະດີຕາມກົດໝາຍ ຢູ່ ສປ ຈີນ ຕໍ່ໄປ.
ຂ່າວ: ຄອນສະຫວັນ
ພາບ: ແກ້ວ ອຸເພັດ





