ໃນຕອນເຊົ້າຂອງວັນທີ 14 ສິງຫາ 2026 ພະແນກຄຸ້ມຄອງຄົນຕ່າງປະເທດ ສົມທົບກັບ ພະແນກຕຳຫຼວດປ້ອງກັນເສດຖະກິດ ກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ໄດ້ນຳສົ່ງຜູ້ຖືກຫາຄົນຕ່າງປະເທດ ຄະດີສ້ໍໂກງ ທາງໂທລະຄົມ (Call Center), ຈຳນວນ 69 ຄົນ ຍິງ 8 ຄົນ ແລະ ຜູ້ຖືກຫາຄົນຕ່າງປະເທດ ທີ່ລັກລອບເຂົ້າ-ອອກເມືອງຜິດກົດໝາຍ ຈຳນວນ 3 ຄົນ.

ເຊິ່ງລວມທັງໜົດມີ ຈຳນວນ 72 ຄົນ, ຍິງ 8 ຄົນ, ໃນນີ້ມີສັນຊາດ ຈີນ 52 ຄົນ, ຍິງ 1 ຄົນ, ສັນຊາດຫວຽດນາມ 8 ຄົນ, ຍິງ 4 ຄົນ, ສັນຊາດມຽນມາ 1 ຄົນ, ຍິງ 1 ຄົນ, ສັນຊາດຟິລິບປິນ 1 ຄົນ, ຍິງ 1 ຄົນ, ສັນຊາດອັບຟິກກາ 3 ຄົນ, ຍິງ 1 ຄົນ, ສັນຊາດແຄມມະລຸນ 1 ຄົນ, ສັນຊາດວັນດາອັບຟິກກາ 2 ຄົນ ແລະ ສັນຊາດເອທິໂອເປຍ 4 ຄົນ, ສົ່ງມອບໃຫ້ຫ້ອງວ່າການກະຊວງປ້ອງຄວາມສະຫງົບ ເພື່ອສືບຕໍ່ດຳເນີນຄະດີຕາມລະບຽບກົດໝາຍຂອງ ສປປລາວ.

ຂ່າວຈາກ: ຂ່າວກອງບັນຊາການ ປກສ ແຂວງສະຫວັນນະເຂດ





