ສານເກົາຫຼີໃຕ້ສັ່ງຈຳຄຸກ 30 ປີ ອະດີດ ປທນ. “ຢູນ ຊອກຢອນ” ສົ່ງໂດຣນລຸກລ້ຳເກົາຫຼີເໜືອ

Must read

ສານກາງນະຄອນຫຼວງໂຊລຕັດສິນຈຳຄຸກອະດີດປະທານາທິບໍດີ ຢູນ ຊອກຢອນ ເປັນເວລາ 30 ປີ ໃນຄວາມຜິດຖານສັ່ງການໃຫ້ສົ່ງໂດຣນເຂົ້າໄປໃນເກົາຫຼີເໜືອ ເພື່ອຈົງໃຈຍຸຍົງ ແລະ ເພີ່ມຄວາມຕຶງຕຽງບໍລິເວນຊາຍແດນ ຫວັງໃຊ້ເປັນຂໍ້ອ້າງໃນການປະກາດໃຊ້ກົດອາຍາສຶກໃນເດືອນທັນວາ 2024.

ສານກາງນະຄອນຫຼວງໂຊລໄດ້ມີຄຳຕັດສິນໃນວັນນີ້ (12 ມິ.ຖ.) ຊຶ່ງຕົງກັບຄຳຮ້ອງຂໍຂອງ ທ່ານ ໂຈ ອຶນຊຸກ ອ່ຽກາລະພິເສດ ທີ່ສະເໜີໃຫ້ລົງໂທດຈຳຄຸກອະດີດປະທານາທິບໍດີ ຢູນ ຊອກຢອນ ໃນຂໍ້ຫາກະທຳການອັນເປັນປະໂຫຍດຕໍ່ສັດຕູ ແລະ ໃຊ້ອຳນາດໃນທາງມິຊອບ.

ສານຮັບຟັງພະຍານຫຼັກຖານ ແລະ ຊີ້ວ່າ ນາຍຢູນໄດ້ສັ່ງການປະຕິບັດການໂດຣນດັ່ງກ່າວໃນເດືອນຕຸລາ 2024 ໂດຍມີຈຸດປະສົງເພື່ອຍຸຍົງລັດຖະບານເກົາຫຼີເໜືອ ແລະ ຕັ້ງໃຈຈະນຳເອົາຄວາມຕຶງຕຽງລະຫວ່າງປະເທດທີ່ຄາດວ່າຈະເກີດຂຶ້ນ ມາໃຊ້ເປັນຂໍ້ອ້າງຮີບດ່ວນໃນການປະກາດໃຊ້ກົດອາຍາສຶກໃນວັນທີ 3 ທັນວາ 2024.

ກ່ອນໜ້ານີ້ໃນວັນປະກາດກົດອາຍາສຶກ ນາຍຢູນອ້າງວ່າຕົນເອງກຳລັງປົກປ້ອງປະເທດຈາກ “ກຳລັງຕ້ານລັດ” ທີ່ຝັກໃຝ່ເກົາຫຼີເໜືອ ແຕ່ໃນເວລາຕໍ່ມາເປັນທີ່ປະຈັກຊັດວ່າ ການຕັດສິນໃຈຂອງລາວຖືກຂັບເຄື່ອນດ້ວຍບັນຫາຄວາມວຸ່ນວາຍທາງການເມືອງພາຍໃນປະເທດ ຈົນນຳໄປສູ່ການປະທ້ວງຄັ້ງໃຫຍ່ຂອງປະຊາຊົນ ແລະ ທຳໃຫ້ລາວຕ້ອງຍົກເລີກຄຳສັ່ງດັ່ງກ່າວໃນທີ່ສຸດ ກ່ອນຈະຖືກລັດຖະສະພາລົງມະຕິຖອດຖອນ ແລະ ຖືກດຳເນີນຄະດີຕາມກົດໝາຍ.

ນອກຈາກຕົວອະດີດປະທານາທິບໍດີແລ້ວ ສານຍັງໄດ້ຕັດສິນຈຳຄຸກຜູ້ຮ່ວມຂົບວນການໃນປະຕິບັດການຄັ້ງນີ້ອີກຫຼາຍລາຍ ໄດ້ແກ່:

  • ທ່ານ ຄິມ ຢອງຮຢອນ ອະດີດລັດຖະມົນຕີວ່າການກະຊວງປ້ອງກັນຊາດ ຖືກຕັດສິນຈຳຄຸກ 30 ປີ ໃນຂໍ້ຫາກະບົດ ແລະ ໃຊ້ອຳນາດມິຊອບ ຊຶ່ງສູງກວ່າຄຳຮ້ອງຂອງອ່ຽກາລະພິເສດທີ່ສະເໜີໄວ້ 25 ປີ
  • ທ່ານ ຢໍ ອິນຮຢອງ ອະດີດຜູ້ບັນຊາການໜ່ວຍຂ່າວກອງຕ້ານຂ່າວກອງທະຫານ ຖືກຕັດສິນຈຳຄຸກ 15 ປີ
  • ທ່ານ ຄິມ ຢອງແດ ອະດີດຜູ້ບັນຊາການໜ່ວຍປະຕິບັດການໂດຣນ ຖືກຕັດສິນຈຳຄຸກ 3 ປີ ແຕ່ໃຫ້ລໍຖ້າລົງອາຍາໄວ້ 5 ປີ

ຄະນະຜູ້ພິພາກສາລະບຸໃນຄຳແຖລງວ່າ “ຈຳເລີຍໄດ້ໃຊ້ຂໍ້ອ້າງຂອງປະຕິບັດການທາງທະຫານເພື່ອຈົງໃຈກະຕຸ້ນໃຫ້ເກີດການຍຸຍົງຈາກຝັ່ງເກົາຫຼີເໜືອ ໂດຍມີເປົ້າໝາຍເພື່ອສ້າງສະຖານະການສຸກເສີນໃຫ້ສາມາດປະກາດກົດອາຍາສຶກໄດ້” ພ້ອມເສີມວ່າ ແມ້ເຈົ້າໜ້າທີ່ທະຫານທັງສາມນາຍຈະມີສ່ວນໃນການຍຸຍົງເກົາຫຼີເໜືອ ແລະ ເພີ່ມຄວາມສ່ຽງຕໍ່ການເກີດການປະທະກັນທາງທະຫານ ແຕ່ນາຍຢູນ ຊອກຢອນ ໃນຖານະຜູ້ນຳປະເທດຄືຜູ້ທີ່ຕ້ອງ “ຮັບຜິດຊອບຫຼາຍທີ່ສຸດ” ໃນເຫດການນີ້.

ໃນລະຫວ່າງການພິຈາລະນາຄະດີ ທີມທະນາຍຄວາມຂອງນາຍຢູນພະຍາຍາມໂຕ້ຖຽງວ່າ ການສົ່ງໂດຣນເຂົ້າໄປໃນເກົາຫຼີເໜືອເປັນການຕອບໂຕ້ທີ່ “ຊອບດ້ວຍກົດໝາຍ” ຕໍ່ກໍລະນີທີ່ເກົາຫຼີເໜືອສົ່ງບານລູນຂີ້ເຫຍື່ອຫຼາຍຮ້ອຍລູກຂ້າມຊາຍແດນມາຝັ່ງໃຕ້ຕະຫຼອດປີ 2024 ຊຶ່ງພາຍໃນບັນຈຸສິ່ງປະຕິກູນ ແລະ ຂີ້ເຫຍື່ອ.

ເຖິງວ່າທັງສອງປະເທດຈະໃຊ້ບານລູນໂຄສະນາຊວນເຊື່ອໃນລັກສະນະດັ່ງກ່າວມາຕັ້ງແຕ່ຍຸກສົງຄາມເກົາຫຼີ ແຕ່ສະຖານະການໄດ້ທວີຄວາມຮຸນແຮງຂຶ້ນຢ່າງຫຼວງຫຼາຍໃນປີ 2024 ເມື່ອເກົາຫຼີເໜືອອອກມາກ່າວຫາວ່າເກົາຫຼີໃຕ້ສົ່ງໂດຣນບິນເຂົ້າໄປໂປຍໃບປິວຕ້ານລະບອບການປົກຄອງຮອດໃຈກາງນະຄອນຫຼວງ ຢຽງຢາງ ຊຶ່ງເກົາຫຼີເໜືອຂູ່ວ່າອາດນຳໄປສູ່ສົງຄາມໄດ້ ໂດຍຄຳຕັດສິນຂອງສານໃນວັນສຸກລະບຸຊັດເຈນວ່າ ນາຍຢູນຄືຜູ້ຢູ່ເບື້ອງຫຼັງການສົ່ງໂດຣນເຫຼົ່ານັ້ນ ໂດຍຄາດຫວັງຈະໃຫ້ເກົາຫຼີເໜືອໂຈມຕີຕອບໂຕ້ກັບຄືນມາເພື່ອສ້າງສະຖານະການ.

ຄຳຕັດສິນຈຳຄຸກ 30 ປີໃນຄະດີໂດຣນນີ້ ຖືເປັນໂທດທັນລ່າສຸດຂອງນາຍຢູນ ຊອກຢອນ ຊຶ່ງປັດຈຸບັນຖືກຄຸມຂັງຢູ່ໃນເຮືອນຈຳ ແລະ ຍັງຕ້ອງເຜີຊິນກັບການພິຈາລະນາຄະດີອີກຫຼາຍຂໍ້ຫາທີ່ກ່ຽວເນື່ອງກັບການປະກາດກົດອາຍາສຶກທີ່ລົ້ມເຫຼວ.

ໂດຍໃນເດືອນກຸມພາທີ່ຜ່ານມາ ນາຍຢູນເພີ່ງຖືກສານຕັດສິນຈຳຄຸກຕະຫຼອດຊີວິດໃນຂໍ້ຫາເປັນຜູ້ນຳການກໍ່ກະບົດ (Insurrection) ຊຶ່ງຂະນະນີ້ຄະດີດັ່ງກ່າວຢູ່ໃນກະບວນການອຸທອນ ນອກຈາກນີ້ ລາວຍັງຖືກຕັດສິນຈຳຄຸກແຍກອີກ 5 ປີ ໃນຂໍ້ຫາໃຊ້ອຳນາດມິຊອບ ແລະ ຂັດຂວາງການເຂົ້າຈັບກຸມຕົນເອງ.

ຄວາມພະຍາຍາມປະກາດກົດອາຍາສຶກຂອງນາຍຢູນ ລວມທັງການປະທ້ວງທີ່ຕາມມາ ໄດ້ສ້າງຄວາມວຸ່ນວາຍ ແລະ ສູນຍາກາດທາງການເມືອງໃນເກົາຫຼີໃຕ້ຢູ່ຫຼາຍເດືອນ ຈົນກວ່າຈະນຳໄປສູ່ການເລືອກຕັ້ງໃໝ່ ຊຶ່ງຜົນປາກົດວ່າ ທ່ານ ອີ ແຈມຢອງ ຈາກພັກປະຊາທິປະໄຕ ຊຶ່ງເປັນພັກຝ່າຍສະຖາບັນເດີມ ສາມາດຄວ້າຊັຍຊະນະໄດ້ຢ່າງເດັດຂາດ ແລະ ກ້າວຂຶ້ນມານຳພາປະເທດໃນປັດຈຸບັນ.

ຂ່າວຈາກ: BBC

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article