CATEGORY

ຂ່າວພາຍໃນ

ກອງປະຊຸມໃຫຍ່ສະມາຊິກພັກສູນກາງສະຫະພັນແມ່ຍິງລາວ ຄັ້ງທີ V

ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກສູນກາງສະຫະພັນແມ່ຍິງລາວ (ສສຍລ) ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 29 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ ເລຂາຄະນະພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ເປັນກຽດເຂົ້າຮ່ວມຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານສູນກາງແນວລາວສ້າງຊາດ...

ຈັດກອງປະຊຸມເພື່ອວາງແຜນການອົບພະຍົບຄົນຕິດຢູ່ໃນອອກຈາກຖ້ຳ

ທີມກູ້ໄພພ້ອມກັບທີມຜູ້ຊ່ຽວຊານດ້ານການດຳນ້ຳໃນຖ້ຳ ໄດ້ຈັດກອງປະຊຸມເພື່ອວາງແຜນການອົບພະຍົບຄົນຕິດຢູ່ໃນອອກຈາກຖ້ຳ ນອກຈາກນີ້,ຜູ້ຊ່ຽວຊານດໍານໍ້າຖໍ້າຊຸດໃໝ່ ກຽມເຂົ້າຮ່ວມໃນພາລະກິດຊ່ວຍຜູ້ປະສົບໄພຕິດຄ້າງຖໍ້າ ທີ່ແຂວງໄຊສົມບູນ ເພຈດໍານໍ້າກູ້ໄພປະເທດໄທລາຍງານເວລາ 13:37 ໂມງ ວັນທີ 29 ພຶດສະພາ ວ່າ: ທີມຜູ້ຊ່ຽວຊານດໍານໍ້າຖໍ້າ 4 ທ່ານ ຈາກ 4 ປະເທດ ກໍາລັງເດີນທາງມາ ສປປ ລາວ ເພື່ອມາຮ່ວມພາລະກິດຊ່ວຍປະຊາຊົນຕິດຖໍ້າ ທີ່ ແຂວງໄຊສົມບູນ, ໃນນັ້ນມີ: 1. Naruchit...

ກົມຄຸ້ມຄອງແຮງງານ-ໂຮງໝໍສາກົນຄຳມ່ວນ ຮ່ວມມືດ້ານວິຊາການ ດ້ານການກວດສຸຂະພາບແຮງງານ

ພິທີເຊັນສັນຍາ ວ່າດ້ວຍການຮ່ວມມືດ້ານວິຊາການ ເພື່ອເພີ່ມປະສິດທິພາບການກວດສຸຂະພາບແຮງງານ ພາຍໃນ ແລະ ຕ່າງປະເທດ ລະຫວ່າງ ກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ໂຮງໝໍສາກົນຄຳມ່ວນ ຈັດຂຶ້ນໃນວັນທີ 28 ພຶດສະພາ 2026 ທີ່ແຂວງຄຳມ່ວນ ຕາງໜ້າລົງນາມໂດຍ ທ່ານ ນາງ ບົວວັນ ປັນຍາວົງ...

ເປີດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ຄອສພ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 28 ພຶດສະພານີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ,...

ງານພົບປະລະຫວ່າງ ອະດີດນັກຮຽນ ໂຮງຮຽນນ້ອງນ້ອຍ 67 ໜານໜິງ ແລະ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ

ວັນທີ 27 ພຶດສະພາ 2026, ສະມາຄົມ 67 ຊ່ວຍເຫຼືອກັນ ແລະ ພັດທະນາສັງຄົມ ຈັດງານພົບປະ ລະຫວ່າງ ອະ ດີດນັກຮຽນ ໂຮງຮຽນນ້ອງນ້ອຍ 67 ໜານໜິງ ກັບ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ເພື່ອເປັນສະເຫຼີມສະ ຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65...

ຮ່ວມເອົາໃຈຊ່ວຍຮີໂຣ! ທີ່ກຳລັງປະຕິບັດພາລະກິດຄົ້ນຫາຊ່ວຍເຫລືອຄົນຕິດຢູ່ໃນຖ້ຳ ແຂວງໄຊສົມບູນ

ພາບບາງສ່ວນຂອງຜູ້ທີ່ກຳລັງປະຕິບັດພາລະກິດຄົ້ນຫາຊ່ວຍເຫລືອຄົນຕິດຢູ່ໃນຖ້ຳ ບ້ານພັນໄຊ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ທີ່ທຸກຄົນຍົກໃຫ້ເປັນ “ ຮີໂຣ ” ນອກຈາກທີມກູ້ໄພລາວ-ໄທ-ຜູ້ຊ່ຽວຊານທາງນ້ຳຈາກປະເທດຟິນແລນ ແລ້ວຍັງມີອີກຫລາຍຄົນ ແລະ ຫລາຍພາກສ່ວນທັງພາກລັດ, ເອກະຊົນ, ປະຊົນຊົນໃນພື້ນທີ່ ແລະ ສັງຄົມທີ່ຮ່ວມກັນປະກອບສ່ວນໃນດ້ານຕ່າງໆ. ປັດຈຸບັນ, ຄົ້ນພົບແລ້ວ 5 ຄົນ ກຳລັງລໍຖ້າການລຳລຽງຊ່ວຍເຫລືອນຳອອກຈາກຖ້ຳ ແລະ ຍັງສືບຕໍ່ຄົ້ນຫາເພີ່ມອີກ 2...

ຈັບຕົວໄດ້ແລ້ວ ໂຈນໃຊ້ປືນຈີ້ປຸ້ນເອົາລົດຈັກ 2 ພໍ່ລູກ ຢູ່ໜອງສະໂນຄຳ

ເຫດເກີດປຸ້ນຈີ້ເອົາລົດຈັກ 2 ພໍ່ລູກເກີດຂຶ້ນໃນຕອນເຊົ້າວັນທີ 25 ພຶດສະພາ 2026 ເວລາ 06:16 ນາທີ ໂຈນເພດຊາຍ 2 ຄົນໃຊ້ປືນຈີ້ປຸ້ນເອົາລົດ 2 ພໍ່ລູກ ທີ່ຈອດລົດຢູ່ແຄມທາງຮ່ອມ2 ບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ. ຫລ້າສຸດ, ວັນທີ 27 ພຶດສະພາ 2026 ເຈົ້າໜ້າທີ່ສາມາດຈັບຕົວໄດ້ແລ້ວທັງສອງຄົນ ພ້ອມຂອງກາງປືນສັ້ນ...

ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ນຳສົ່ງຄົນຕ່າງປະເທດຈຳນວນ 46 ຄົນທີ່ລັກລອບເຂົ້າ-ອອກເມືອງ ຜິດກົດໝາຍ.

ໃນໄລຍະເດືອນ ພຶດສະພາ 2026 ນີ້ໜ່ວຍສະເພາະກິດຫ້ອງສັນຕິບານ ແລະ ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງອຸດົມໄຊ ສົມທົບພາກສ່ວນກ່ຽວຂ້ອງເຂົ້າກວດກາພ້ອມກັກຕົວຄົນຕ່າງປະເທດທີ່ມາພັກເຊົາຢູ່ຈຸດໂຮງແຮມ ເຂດບ້ານວັງໄຮ ເມືອງໄຊ ແຂວງອຸດົມໄຊ ຈຳນວນ 02 ຈຸດ, ຜ່ານການເຂົ້າກວດກາຕົວຈິງພົບເຫັນຄົນຕ່າງປະເທດ ທີ່ມາພັກເຊົາລີ້ຊ້ອນບໍ່ຖືກຕ້ອງ ຈໍານວນ 50 ຄົນ, ໂທລະສັບ 53 ເຄື່ອງ...

ພົບຄົນທີ່ຕິດໃນຖ້ຳແລ້ວ ພົບເຫັນຜູ້ຕິດຖໍ້າ 5 ຄົນແລ້ວ ຍັງມີຊີວິດ 27 ພຶດສະພາ 2026 ໃນເວລາ 16:30 ແລະ ຍັງສືບຕໍ່ຊອກຄົ້ນຫາເພີ່ມອີກ 2 ຄົນ.

ຂປລ. ພາລະກິດການຄົ້ນຫາ ຜູ້ປະສົບໄພ 7 ຄົນ ທີ່ຕິດຢູ່ໃນຖໍ້າ ຢູ່ບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຮອດຕອນແລງ ຂອງວັນທີ 27 ພຶດສະພາ 2026 ນີ້, ທີມກູ້ໄພ ສາມາດ ຄົ້ນພົບ ຜູ້ປະສົບໄພແລ້ວ 5 ຄົນ, ທັງໝົດປອດໄພ ແລະ ຍັງ...

ຊົມເຊີຍພາກສ່ວນກຽມອາຫານເຕີມພະລັງ ກ່ອນ ແລະ ຫລັງ ພາລະກິດປະຕິບັດໜ້າທີ່ຄົ້ນຫາ ແລະ ຊ່ວຍເຫລືອຄົນຕິດຢູ່ໃນຖ້ຳ

ອີກໜຶ່ງພາກສ່ວນທີ່ສຳຄັນ ໃນການປະຕິບັດພາລະກິດຄົ້ນຫາ-ຊ່ວຍເຫລືອ ປະຊາຊົນ 7 ຊີວິດ ທີ່ຕິດຢູ່ໃນຖ້ຳທີ່ ບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຄືພາກສ່ວນແມ່ຄົວທີ່ຕັ້ງໜ້າຕັ້ງຕາລຳລຽງສະບຽງອາຫານ ແລະ ແຕ່ງຢູ່ຄົວກິນໃຫ້ຜູ້ປະຕິບັດໜ້າທີ່ພາກສ່ວນຕ່າງໆ. ວັນທີ 27 ພຶດສະພາ 2026 ບັນດາແມ່ຄົວໄດ້ແຕ່ງກິນຫລາຍເມນູ ເຊັ່ນ: ຕົ້ມໄກ່ລາດ, ຈືນຊີ້ນໝູ, ແຈວໝາກເພັດດິບຫອມໆ ແລະ ອາຫານຈານເດັດ “ ຕຳໝາກຫຸງ...

ຂ່າວລ່າສຸດ