CATEGORY

ຂ່າວພາຍໃນ

ເມືອງຊານໄຊ ເພີ່ມທະວີມາດຕະການສະກັດກັ້ນ ແລະ ແກ້ ໄຂອຸບັດຕິເຫດຕາມທ້ອງຖະໜົນ

ໃນໄລຍະ 6 ເດືອນຕົ້ນປີ 2026, ກອງບັນຊາການປ້ອງ ກັນຄວາມສະຫງົບ ເມືອງຊານໄຊ ແຂວງອັດ​ຕະປື​ ໄໄດ້ສຸມໃສ່ນໍາພາ-ຊີ້ນໍາກໍາລັງວິຊາສະເພາະ ເຮັດໜ້າທີ່ຢ່າງມີຄວາມ ຮັບຜິດ​ຊອບສູງ ໃນການສະກັດກັ້ນ ແລະ ແກ້ໄຂປະ​ກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະ ແມ່ນການແກ້​ໄຂບັນຫາອຸບັດຕິເຫດຕາມທ້ອງຖະ​ໜົນ, ໂດຍການລົງເຜີຍແຜ່ກົດ ໝາຍຈະລາຈອນທາງບົກ ແລະ ລະບຽບການສັນຈອນໃຫ້ແກ່ຜູ້ໃຊ້ລົດ-ໃຊ້ຖະໜົນ ພາຍໃນເມືອງ ຢ່າງກວ້າງ​ຂວາງ.​ ວັນທີ 26 ພຶດສະພາ...

ເຈົ້າໜ້າທີ່ລາວ ມອບຜູ້ຖືກຫາ ຫຼິ້ນການພະນັນຕ້ອງຫ້າມ 100 ກວ່າ ຄົນ ໃຫ້ທາງການໄທ

ໃນວັນທີ 27 ພຶດສະພາ 2026, ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ສປປ ລາວ ໄດ້ມອບຕົວຜູ້ຖືກຫາ ຈໍານວນ 106 ຄົນ ຍິງ 51 ຄົນ ໃຫ້ເຈົ້າໜ້າທີ່ຕຳຫຼວດແຫ່ງຣາຊະອານາຈັກໄທ ຢູ່ທີ່ດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ແຂວງບໍລິຄໍາໄຊ ເພື່ອນໍາຕົວພວກກ່ຽວກັບໄປດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ,...

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນພຶດສະພາ 2026

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພຶດສະພາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 27 ພຶດສະພາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະ ມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະ ຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານ...

ລາວ-ຈີນ ພົບປະຄັ້ງປະຫວັດສາດ! ຕົກລົງ 3 ບັນຫາຍຸດທະສາດ ເພື່ອປົດລັອກການຄ້າ-ການລົງທຶນຍຸກໃໝ່

ຫວ່າງມໍ່ໆມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະຜູ້ແທນຂອງ ສປປ ລາວ ໄດ້ມີການພົບປະສອງຝ່າຍ ກັບ ທ່ານ ຫວັງ ເວີນທາວ ລັດຖະມົນຕີກະຊວງການຄ້າ ສປ ຈີນ ທີ່ ນະຄອນ ຊູໂຈ ແຂວງຈຽງຊູ ສປ ຈີນ....

ຈັບກຸມກຸ່ມຄົນທີ່ລັກລອບຂຸດຄົ້ນ ແຮ່ຄໍາ-ໄມ້ ຢູ່ 2 ເມືອງຂອງແຂວງ ສະຫວັນນະເຂດ

ຄະນະສະເພາະກິດແຂວງສະຫວັນນະເຂດໄດ້ລົງກວດລ້າງກຸມກຸ່ມຄົນທີ່ລັກລອບຂຸດຄົ້ນ ແຮ່ຄໍາ-ໄມ້ໂດຍບໍ່ໄດ້ຮັບອະນຸຍາດ ເມື່ອມໍ່ໆມານີ້ ຢູ່ 8 ຈຸດ ຄື: ເຂດເມືອງເຊໂປນ ຈຳນວນ 5 ຈຸດ ແລະ ເມືອງ ພີນ 3 ຈຸດ ພ້ອມກັກຕົວຜູ້ກະທໍາຜິດ ແລະ ຢຶດຂອງກາງມາດໍາເນີນຄະດີ. 8 ຈຸດດັ່ງກ່າວລວມມີຈຸດທີ 01: ເຂດບ້ານສອງແຄ (ສົບມີ້) ເມືອງເຊໂປນ...

ຄວາມຄືບໜ້າການຊ່ວຍຜູ້ຕິດຖໍ້າຢູ່ໄຊສົມບູນ ຄາດວ່າຍັງອີກ 10 ກວ່າແມັດຈະໄປເຖິງຈຸດທີ່ຄາດວ່າ ທັງ 7 ຄົນຢູ່

ຕາມການສອບຖາມຂໍ້ມູນຈາກອຳນາດການປົກຄອງເມືອງລ້ອງແຈ້ງ ແຂວງໄຊສົມບູນ ໃນເວລາ 8:33 ໂມງຂອງວັນທີ 27 ພຶດສະພາ 2026 ໃຫ້ຮູ້ວ່າ: ພາລະກິດຊ່ວຍເຫຼືອປະຊາຊົນ 7 ຄົນທີ່ຕິດຢູ່ໃນຖໍ້າ ຢູ່ບ້ານພັນໄຊ ເມືອງລ້ອງແຈ້ງ ຍັງສືບຕໍ່ເນີນການຢ່າງເຄັງຮ້ອນ ເຊິ່ງຕອນແລງຂອງວັນທີ 26 ພຶດສະພາ, ຄະນະຮັບຜິດຊອບຂັ້ນແຂວງ, ເມືອງ ແລະ ທີມກູໄພ ໄດ້ວາງແຜນການຊ່ວຍເຫຼືອຄືນໃໝ່ ພາຍຫຼັງບໍລິສັດລາວໂທລະຄົມ...

ແຂວງອຸດົມໄຊ ຈັດພິທີໄຫວ້ອາໄລ ແລະ ມອບ-ຮັບ 9 ອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ກັບຄືນປະເທດ

ວັນທີ 26 ພຶດສະພາ ນີ້,ທີ່ສະໂມສອນ ແຂວງອຸດົມໄຊ ໄດ້ຈັດພິທີໄຫວ້ອາໄລ ແລະ ມອບ-ຮັບ 9 ອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານ ສສ ຫວຽດນາມ ທີ່ເສຍສະ ຫຼະຊີວິດໃນປາງສົງຄາມ ຢູ່ 6 ແຂວງພາກເໜືອ ຂອງ ສປປ ລາວ ສົ່ງກັບຄືນປະເທດ...

ປກສ ແຂວງຈໍາປາສັກ ກັກຕົວເປົ້າໝາຍ ພ້ອມຂອງກາງ 22.000 ກວ່າເມັດ

ອີງຕາມການລາຍງານຂອງເຈົ້າໜ້າທີ່ ພະແນກຕຳຫຼວດສະກັດກັ້ນແລະຕ້ານຢາເສບຕິດ ປກສ ແຂວງຈໍາປາສັກໃຫ້ຮູ້ວ່າ : ໃນວັນທີ 5 ພຶດສະພາ 2026 ເຈົ້າໜ້າທີ່ ວິຊາສະເພາະ ປກສ ເມືອງ ບາຈຽງຈະເລີນສຸກ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເມືອງຊະນະສົມບູນ ແຂວງ ຈຳປາສັກ ເຂົ້າມ້າງ ຈຸດມົ້ວສຸມເສບຢາ ແລະ ຄ້າຂາຍຢາເສບຕິດ ຢູ່ບ້ານວັງເວີນ ເມືອງຊະນະສົມບູນ ແຂວງຈຳປາສັກ...

ເລຂາພັກແຂວງໄຊສົມບູນຊີ້ນຳພາລະກິດກູ້ຊີວິດປະຊາຊົນຕິດຄ້າງຖໍ້າ ພ້ອມລາຍງານຄວາມຄືບໜ້າ

ແຜນການປະຕິບັດງານໃນວັນທີ 26/05/26 ເວລາ 9:00 ພາຍໄຕ້ການຊີ້ນຳ ທາງພັກລັດ ແມ່ນນຳໂດຍ ທ່ານ ເຂົ້າແຂວງ ໄຊສົມບູນທ່ານ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນການພັກ ເລຂາພັກແຂວງປະທານສະພາປະຊາຊົນແຂວງ ພາກຊີ້ນຳວຽກງານເບື້ອງກູ້ໄພສະຫນາມໂດຍ ສະມາຄົມ ອາສາເພື່ອປະຊາຊົນລາວ ຮ່ວມກັບ ມູນນິທິສາຍໃຈລາວ 1666 ຈຶ່ງສາມາດປະຊຸມແລະສະຫລຸບແຜນງານຂອງວັນທີ 26/05/2025ສືບຕໍ່ປະຕິບັດຫນ້າວຽກ ປະຊຸມແລະສະຫລຸບແຜນງານຂອງວັນທີ 26/05/2025...

ມີກຸ່ມຄົນລັກລອບຂຸດຄົ້ນຄຳ ແບບຜິດກົດໝາຍ ຕາມສາຍເຊ ແລະ ຫ້ວຍຕ່າງໆ ຢູ່ແຂວງສະຫວັນນະເຂດ

ເຈົ້າໜ້າທີ່ວິຊາສະເພາະແຂວງສະຫວັນນະເຂດໄດ້ຢຶດພາຫະນະ ແລະ  ອຸປະກອນ-  ເຄື່ອງມື ແລະ ອື່ນໆ ຈາກກຸ່ມຄົນບ່ໍດີ ເມື່ອມໍ່ໆມານີ້ ທີ່ໃຊ້ລັກລອບຂຸດຄົ້ນຄຳຕົກຂ້ອນແບບຜິດກົດໝາຍ ຕາມສາຍເຊ ແລະ ຫ້ວຍຕ່າງໆໃນເຂດເມືອງພີນ ແລະ ເມືອງເຊໂປນ ແຂວງສະຫວັນນະເຂດ. ພາຫະນະ ແລະ ອຸປະກອນ- ເຄື່ອງມືຕ່າງໆທີ່ຢຶດນັ້ນລວມມີລົດຈົກ 13 ຄັນ, ລົດບັນທຸກ 10 ລໍ້ 1...

ຂ່າວລ່າສຸດ