ຄວາມຄືບໜ້າການຊ່ວຍຜູ້ຕິດຖໍ້າຢູ່ໄຊສົມບູນ ຄາດວ່າຍັງອີກ 10 ກວ່າແມັດຈະໄປເຖິງຈຸດທີ່ຄາດວ່າ ທັງ 7 ຄົນຢູ່

Must read

ຕາມການສອບຖາມຂໍ້ມູນຈາກອຳນາດການປົກຄອງເມືອງລ້ອງແຈ້ງ ແຂວງໄຊສົມບູນ ໃນເວລາ 8:33 ໂມງຂອງວັນທີ 27 ພຶດສະພາ 2026 ໃຫ້ຮູ້ວ່າ: ພາລະກິດຊ່ວຍເຫຼືອປະຊາຊົນ 7 ຄົນທີ່ຕິດຢູ່ໃນຖໍ້າ ຢູ່ບ້ານພັນໄຊ ເມືອງລ້ອງແຈ້ງ ຍັງສືບຕໍ່ເນີນການຢ່າງເຄັງຮ້ອນ ເຊິ່ງຕອນແລງຂອງວັນທີ 26 ພຶດສະພາ, ຄະນະຮັບຜິດຊອບຂັ້ນແຂວງ, ເມືອງ ແລະ ທີມກູໄພ ໄດ້ວາງແຜນການຊ່ວຍເຫຼືອຄືນໃໝ່ ພາຍຫຼັງບໍລິສັດລາວໂທລະຄົມ ໄດ້ຕິດຕັ້ງສັນຍານໂທລະສັບສຳເລັດ.

ມາຮອດເຊົ້າຂອງມື້ນີ້, ລະດັບນໍ້າໃນຖໍ້າແມ່ນໄດ້ບົກແຫ້ງລົງຫຼາຍພໍສົມຄວນ ແລະ ໄດ້ສືບຕໍ່ດູດນໍ້າອອກຈາກຖໍ້າຢ່າງຕໍ່ເນື່ອງ; ໃນເວລາ 07:7 ນາທີ ທີມກູໄພ ໄດ້ຈັດພິທີກາບໄຫວ້ສິ່ງສັກສິກ ຖວາຍ ໄກ່, ເຫຼົ້າ ຕາມຄວາມເຊື່ອກ່ອນດຳເນີນພາລະກິດຄົ້ນຫາ.

ຕາມການບອກເລົ່າຂອງປະຊາຊົນທີ່ເຄີຍເຂົ້າໄປ, ເສັ້ນທາງໃນຖໍ້າຈາກຈຸດທີ່ທະລຸເຂົ້າໄປໄດ້ໃນວັນທີ 26 ພຶດສະພາ ຄາດວ່າຍັງອີກ 10 ກວ່າແມັດຈະໄປເຖິງຈຸດທີ່ຄາດວ່າປະຊາຊົນທັງ 7 ຄົນຢູ່.

ທີມຂ່າວສື່ມວນຊົນ ປກສ ຂໍເປັນກຳລັງໃຈໃຫ້ທຸກພາກສ່ວນທີ່ກຳລັງປະຕິບັດໜ້າທີ່ຊ່ວຍເຫຼືອຜູ້ປະສົບໄພ, ຂໍໃຫ້ພາລະກິດປະສົບຜົນສຳເລັດໃນໄວໆ ແລະ ຂໍໃຫ້ທຸກທ່ານປອດໄພ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article